ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພາຍຸ​ໃຕ້​ຝຸ່ນ​ໂນ​ຣູ ພັດ​ເຂົ້າ​ພາກ​ໃຕ້​ຂອງ​ລາວ ​ເຮັດ​ໃຫ້​ຫຼາຍ​ແຂວງ ​ໄດ້​ຮັບ​ຜົນ​ກະທົບ
ເວລາອອກຂ່າວ: 2022-10-05 08:46:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ:



ຈາກ​ສະພາບ​ຝົນຕົກ​ໜັກ ແລະ ລົມ​ພັດ​ແຮງ​ຢູ່​ພາກ​ໃຕ້​ຂອງ​ ລາວ ເຊິ່ງ​ເປັນ​ອິດ​ທິ​ພົນ​ຂອງພາ ຍຸໃຕ້​ຝຸ່ນ​ໂນ​ຣູ (Noru) ໃນ​ວັນ​ທີ 28 ກັນຍາຜ່ານ​ມາ ເຮັດ​ໃຫ້​ ນ້ຳ​ໄຫຼ​ຖ້ວມຊຸຫຼາຍ​ທ້ອງຖິ່ນໄດ້​ຮັບ​ຜົນ​ກະທົບ ແລະ ເສຍ​ຫາຍ. ໃນຂະນະ​ທີ່ຢູ່​ເມືອງ​ທ່າ​ແຕງ ແຂວງ​ເຊ​ກອງ ມີ 4 ບ້ານ​ໄດ້ຮັບ​ ຜົນ​ກະທົບ​ຈາກ​ເຫດການດັ່ງ ກ່າວ. ພາຍຫຼັງ​ສະພາບ​ການທີ່​ ນໍ້າໄດ້​ຫຼຸດ​ລົງ ໃນ​ວັນ​ທີ 29 ກັນ ຍາ 2022 ນີ້ ທ່ານ ເຫຼັກໄຫຼ ສີ ວິໄລ ເຈົ້າແຂວງ ແຂວງເຊ​ກອງ ພ້ອມ​ຄະນະ​ກຳມະການ​ປ້ອງ​ກັນ ແລະ ຄວບຄຸມ​ໄພພິບັດ​ຂັ້ນ​ແຂວງ ແລະ ເມືອງໄດ້​​ເຄື່ອນ​ໄຫວ​ຕິດ ຕາມ-ກວດກາພື້ນ​ທີ່ ທີ່​ຖືກຜົນ​ກະ ທົບ ໂດຍ​ໄດ້​ຮັບ​ການ​ລາຍ​ງານ​ ຈາກ​ອຳນາດ​ການ​ປົກຄອງ 4 ບ້ານ​ຄື: ບ້ານ​ກັນ​ດອນ ​ມີ 15 ຄອບຄົວ, ເນື້ອທີ່​ນາ 8,5 ເຮັກ ຕາ​, ບ້ານໜອງ​ກັນ ມີ 10 ຄອບ ຄົວ, ໜອງ​ປາ 10 ໜອງ, ບ້ານ ດອນ​ຊາ ມີ 2 ຄອບຄົວ, ໜອງ​ປາ 2 ໜອງ, ເນື້ອທີ່​ນາ​ຫຼາຍ​ກວ່າ 1 ເຮັກຕາ ແລະ ບ້ານທົ່ງ​ ຫວາຍ, ເນື້ອທີ່​ດິນ​ປຸກ​ສ້າງ​ເຊາະ ​ເຈື່ອນ 68 ຕອນ, ດິນ​ຜະລິດ​ກະ ສິກຳ 68 ຕອນ, ເນື້ອທີ່​ມັນຕົ້ນ 110 ເຮັກຕາ, ເນື້ອທີ່​ປູກກາ ເຟ 120 ເຮັກຕາ, ເນື້ອທີ່​ນາ 10 ເຮັກຕາ, ເນື້ອທີ່​ປູກໝາກແໜ່ງ 130 ເຮັກຕາ, ເນື້ອທີ່ນາ​ສັກ​ມີ 52 ເຮັກຕາ, ໜອງ​ປາ​ມີ 7 ໜອງ, ມີ​ປາ 4.570 ໂຕ ແລະ ວິດຖ່າຍ​ຈຳນວນ 68 ຫຼັງຄາ​ເຮືອນ​ນຳ​ໃຊ້​ບໍ່​ໄດ້. ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ ທ່ານ ເຫຼັກໄຫຼ ສີວິໄລ ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ທຸກ​ຂັ້ນ ເພີ່ມ​ຄວາມ​ເອົາໃຈໃສ່​ຕິດຕາມ​ສະພາບ​ອາ ກາດ ແລະ ລະດັບ​ນໍ້າຢ່າງ​ໃກ້ ຊິດ​ໃນ​ແຕ່​ລະ​ໄລຍະ ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ຊີວິດ, ຊັບ​ສິນ ແລະ ສຸຂະພາບ​ຂອງ​ຜູ້​ປະສົບ​ໄພ, ພ້ອມ​ທັງເລັ່ງ ເກັບ​ກຳ​ຜົນ​ເສຍ​ຫາຍ​ຢ່າງ​ລະ ອຽດ​ຊັດ​ເຈນ ເພື່ອ​ວາງ​ແຜນ​ໃຫ້ ການ​ຊ່ວຍເຫຼືອ, ຟື້ນ​ຟູ​ຜົນ​ກະທົບ​ທັງ​ສະເພາະ​ໜ້າ ແລະ ຍາວ​ນານ ເພື່ອ​ຮັບປະກັນ​ໃຫ້ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ກັບ​ຄືນ​ສູ່​ ສະພາບ​ປົກກະຕິ​ໂດຍ​ໄວ. ໂດຍ: ພອນ ບຸນ​ອຸທິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ