
ຄະນະນຳກອງບັນຊາການທະຫານອາກາດ ເຂົ້າອວຍພອນທີ່ປືກສາທູດຝ່າຍປ້ອງກັນຊາດ ສປ ຈີນ
ເວລາອອກຂ່າວ: 2022-10-06 08:32:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 8 | ຄວາມນິຍົມ:
ວັນທີ 30 ກັນຍາ 2022 ນີ້, ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດພ້ອມຄະນະ ໄດ້ເຂົ້າອວຍພອນທີ່ປືກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈຳລາວ, ເນື່ອງໃນໂອກາດວັນຊາດ ສປ ຈີນ ຄົບຮອບ
73 ປີ (1 ຕຸລາ 1949-1 ຕຸລາ 2022). ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ພິເສດ ຫີຼປີງ ຫົວໜ້າຫ້ອງການທີ່ປືກສາທູດຝ່າຍປ້ອງກັນຊາດ ສປຈີນ ປະຈຳ ລາວ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ສະຫາຍ ຫົວໜ້າການເມືອງກອງບັນຊາການທະ ຫານອາກາດ ໄດ້ຕ່າງໜ້າໃຫ້ຄະ ນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບ ນຳເອົາຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດມາຍັງ ສະຫາຍທີ່ປຶກສາທູດຝ່າຍປ້ອງກັນຊາດ ສປຈີນ ປະຈຳລາວ ແລະ ຝາກຄວາມຢື້ຢາມຖາມ ຂ່າວໄປຍັງພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດ ສປ ຈີນ ຕະຫຼອດຮອດປະຊາຊົນ ຈົ່ງມີສຸຂະພາບເຂັ້ມແຂງປະສົບຜົນ ສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງບັນດາສະ ຫາຍ. ພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີປອງດອງອັນດີງາມຂອງສອງພັກ, ສອງລັດ, ສອງກອງທັບລາວ-ຈີນ ຕາມທິດ 4 ດີ, ເວົ້າລວມ ເວົ້າສະ ເພາະການຊ່ວຍເຫຼືອດ້ານເຕັກ ນິກການທະຫານ ແລະ ດ້ານການ ສຶກສາໃຫ້ກອງບັນຊາການທະ ຫານອາກາດກອງທັບປະຊາຊົນລາວໃນໄລຍະຜ່ານມາໃຫ້ນັບມື້ ເຕີບໃຫຍ່ເຂັ້ມແຂງ. ໂອກາດດຽວ ກັນນີ້, ສະຫາຍ ພັນເອກ ພິເສດ ຫຼີປີງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະນຳກອງບັນຊາການທະຫານອາກາດ ທີ່ເຂົ້າ ມາ ອວຍພອນໃນຄັ້ງນີ້ ແລະ ພ້ອມກັນປຶກສາ ຫາລືແລກປ່ຽນຖອດຖອນບົດ ຮຽນຮ່ວມກັນທັງເປັນການເພີ່ມທະວີຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນເລີກເຊິ່ງທີດີຕໍ່ກັນ ລະຫວ່າງ ສອງຊາດ, ສອງ ກອງທັບລາວ-ຈີນ ໃຫ້ນັບມືຂະຫຍາຍຕົວແໜ້ນແຟ້ນຍິ່ງໆ ຂຶ້ນ.
ໂດຍ: ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ