ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2022-10-06 09:07:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 784 | ຄວາມນິຍົມ:



ທ້າຍ​ເດືອນ​ກັນຍາ 2022, ກອງ​ບັນຊາ​ການ​ທະຫານ​ແຂວງ ຫຼວງ​ນ້ຳ​ທາ ໄດ້​ຈັດ​ຕັ້ງປະຕິບັດ​ ຍິງເປົ້າ​ໝາຍ​ດ້ວຍ ລູກປືນແທ້ ແລະ ປິດ​ຊຸດ​ອົບຮົມ-ຫັດ​ແອບ ການເມືອງ,ການ​ທະຫານ ປະຈຳ​ປີ 2022, ໂດຍ​ການ​ເປັນປະທານ​ຂອງ​ສະຫາຍ ພັນ​ເອກ ບຸນ​ມີ ໄຊ​ປະເສີດ ຄະນະ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ເສນາ​ທິ​ການ, ມີ​ຄູ-ອາຈານ ພ້ອມ​ດ້ວຍ​ນັກ​ເຝິກອົບຮົມຈາກ 5 ຫ້ອງ, ກົມ​ກອງ​ອ້ອມ​ຂ້າງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ລ້ຽງ ອຽນ​ບູນ​ມີ ຮອງຫົວໜ້າ​ພະ​ແນກ​ອົບຮົມ ​ທະຫານ​ແຂວງ ໄດ້​ສະຫຼຸບ​ຄືນ​ໂດຍ​ຫຍໍ້​ຕະຫຼອດ​ໄລຍະ​ການ​ອົບຮົມ-ຫັດ​ແອບ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນ​​. ຜ່ານ​ການ​ ອົບ ຮົມ-ຫັດ​ແອບ​ທັງ 4 ພາກ ສາ ມາດ​ຕີ​ລາຄາ​ໝາກຜົນ​ໄດ້​ດັ່ງ ນີ້: ພາກການເມືອງ ​ສະເລ່ຍ 92,89%; ພາກ​ລະບຽບ 88,65%; ພາກ​ສິລະ​ປະຍຸດ 85,98% ແລະ ພາກ​ຍຸດທະວິທີ 87,75% ສາມາດ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100% . ໂອກາດ​ນີ້, ສະຫາຍ ພັນ​ເອກ ບຸນ​ມີ ໄຊ​ປະເສີດ ໄດ້​ໂອ້​ລົມ ແລະ ກ່າວ​ປິດ​ຊຸດ​ອົບຮົມ​ການເມືອງ, ການ​ທະຫານ ​ປະຈຳ​ປີ 2022 ລົງ​ຢ່າງເປັນ​ທາງ​ການ. ທັງ​ນີ້, ເພື່ອ ປັບປຸງແບບແຜນ​ ກຳລັງ​ແຮງ​ກາຍ​ຂອງພະນັກ ງານ-ນັກຮົບ ​ເພື່ອ​ເປັນ​ການທົບທວນຄືນດ້ານ​ທິດ​ສະ​ດີ​ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງໃຫ້​ມີ​ ຄວາມ​ຊຳນານໃນ​ການ​ກຽມພ້ອມ​ເຮັດ​ໜ້າທີ່​ປ້ອງກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ທັງ​ເປັນ​ການ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາ ມາດ​ໃຫ້​ພະນັກງານ-ນັກຮົບ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ທາງ​ດ້ານສິລະປະ ຍຸດ-ຍຸດທະວິທີ​ໃນ​ການ​ຈັດການ ທຳລາຍ​ເປົ້າ​ໝາຍ ແລະ ການ​ນຳ ​ໃຊ້​ອາວຸດກະສຸນ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ໃຫ້​ສູງ​ຂຶ້ນ. ໂດຍ: ຈ່າຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ