
ໂຮງຮຽນການທະຫານທ້ອງຖິ່ນ ນະຄອນຫຼວງວຽງຈັນ ຫັດແອບຍຸດທະວິທີສູ້ຮົບຈັ້ງທ່າເທິງແຜນທີ່
ເວລາອອກຂ່າວ: 2022-10-06 09:09:50 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 140 | ຄວາມນິຍົມ:
ວັນທີ 30 ກັນຍາ 2022, ຢູ່ທີ່ໂຮງຮຽນການທະຫານທ້ອງ ຖິ່ນ ນະຄອນຫຼວງວຽງຈັນ ໄດ້ ຫັດແອບຍຸດທະວິທີສູ້ຮົບຈັ້ງທ່າ ເທິງແຜນທີ່ປະສານສຽງແຕກ ຍິງລູກປືນແທ້) ໃຫ້ພະນັກງານບຳລຸງນາຍສິບ ລະບົບ 6 ເດືອນຊຸດ I ແລະ ນັກຮຽນກໍ່ສ້າງນາຍ ສິບ ຊຸດທີ VII ສູ້ຮົບຈັ້ງທ່າຮັກ ສາແໜ້ນຍຸດທະສາດການຫັດແອບຊ້ອມຮົບເທິງແຜນທີ່, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານ ກອງບັນ ຊາການທະຫານນະຄອນຫຼວງ ວຽງຈັນ, ມີຜູ້ຕາງໜ້າຫ້ອງການ ປກຊ-ປກສ ນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະອຳນວຍການ, ຄະນະພັກ-ຄະນະບັນຊາ ບັນດາກົມກອງ, ຄະນະຮັບຜິດ ຊອບ ຄູ-ອາຈານ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສະຫາຍ ພັນຕີ ໂຕ່ລິກ ບາງ ພະຈັນ ຫົວໜ້າພະແນກອົບຮົມ ທະຫານນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບຈັງຫວະບາດກ້າວການກະທຳຂອງຜູ້ບັນ
ຊາໃນເວລາກະກຽມການສູ້ຮົບ ເຊິ່ງປະກອບມີ 2 ພາກຄື: ພາກຫັນພາວະກຽມພ້ອມສູ້ຮົບກະ ໂດດຂັ້ນ ແລະ ພາກຈັດຕັ້ງກະ ກຽມສູ້ຮົບຈັ້ງທ່າ, ໃນເວລາສັດຕູ ກໍ່ກະບົດລຸກຮືຂຶ້ນໃນຂອບເຂດຮັບຜິດຊອບ ພາຍຫຼັງໄດ້ຮັບຄຳສັ່ງຂອງຜູ້ບັນຊາໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍຄືໂຮງຮຽນການທະຫານທ້ອງຖິ່ນ ໄດ້ຫັນພາວະກຽມພ້ອມສູ້ຮົບກະໂດດຂັ້ນ ມີການປະສານວຽກງານທີ່ຕ້ອງເຮັດດ່ວນໃນແຕ່ລະຂັ້ນໃຫ້ຊາບ ເພື່ອກະກຽມສູ້ຮົບຕ້ານສັດຕູໃຫ້ທັນເວລາ.
ການຫັດແອບຊ້ອມຮົບຄັ້ງນີ້ ເພື່ອເປັນການຍົກລະດັບຄວາມສາມາດໃນການຈັດຕັ້ງການຊີ້ນຳກະກຽມ ແລະ ປະຕິບັດການຊ້ອມຮົບໃຫ້ນາຍທະຫານທີ່ເຂົ້າມາບຳ
ລຸງນາຍສິບ ຊຸດທີ I ແລະ ນັກ ຮຽນກໍ່ສ້າງນາຍສິບ ຊຸດທີ VII ໂຮງຮຽນການທະຫານທ້ອງຖິ່ນ ແລະ ນາຍທະຫານຊ່ວຍວຽກອົງ
ການທະຫານນະຄອນຫຼວງວຽງຈັນ ໃຫ້ມີແບບແຜນວິທີນຳພາ-ບັນຊາ ແລະ ສູ້ຮົບ ຮູ້ໄດ້ກ່ຽວກັບ ວຽກງານເສນາບັນຊາເຂົ້າໃນການຈັດຕັ້ງກຽມພ້ອມສູ້ຮົບ ທັງເປັນການກວດກາຕີລາຄາຜົນຂອງການບຳລຸງພະນັກງານ ແລະກໍ່ສ້າງນາຍສິບໃຫ້ມີຄຸນນະພາບ ຕາມແຜນການ.
ໂອກາດນີ້, ສະຫາຍ ພັນເອກ ບຸນວານ ພົມມະວົງ ໄດ້ຕີລາຄາ
ສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະ ຕິບັດການຫັດແອບສູ້ຮົບເທິງແຜນທີ່ຄັ້ງນີ້, ພ້ອມທັງ ຮຽກຮ້ອງໃຫ້ນັກຮຽນຊຸດນີ້ ພ້ອມກັນອົດທົນຜ່ານຂໍ້ຫຍຸ້ງຍາກຕະຫຼອດການໃຫ້ມີຄວາມຊຳນານຫັດແອບສາ
ມາດເກັບກຳໄດ້ທິດສະດີ ແລະ ພາກປະຕິບັດຕົວຈິງ ພ້ອມທັງຍົກ
ສູງນ້ຳໃຈສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ຄືດັ່ງອ້າຍນ້ອງຄອບຄົວດຽວກັນ ທັງຮັກສາໄດ້ຄວາມປອດໄພ 100%.
ໂດຍ: ສຸລິຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ