ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 102 ປິດ​ຊຸດອົບຮົມ ການນຳໃຊ້ເຄື່ອງຈັກວິທະຍຸ​ສື່ສານ​ຊະນິດ​ໃໝ່
ເວລາອອກຂ່າວ: 2022-10-06 09:11:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນ​ວັນ​ທີ 29 ກັນຍາ 2022, ກອງພັນ​ໃຫຍ່102 ​ກອງ​ພົນ​ທີ1 ໄດ້​ປິດ​ຊຸດອົບຮົມການ​ນຳ​ໃຊ້​ເຄື່ອງ​ຈັກ​ວິທະຍຸ​ສື່ສານ​ຊະນິດ​ໃໝ່, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຄະນະ​ພັກ​ກອງ​ພົນ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 102 ພ້ອມ​ດ້ວຍ​ ບັນດາຜູ້ຕາງໜ້າຈາກພະແນກ ການ ແລະ ຂະແໜງການ​ທີ່​ກ່ຽວ ຂ້ອງ ຕະຫຼອດ​ຮອດ​ນັກ​ສຳ​ມະ​ນາ​ກອນ ເຂົ້າ​ຮ່ວມ. ສະຫາຍ ຮ້ອຍ​ໂທ ວົງ ພົງ​ສະ ​ຫວັດ ຊ່ວຍ​ວຽກ​ຂະແໜງ​ສື່ສານ ກອງພັນ​ໃຫຍ່102 ໄດ້​ຜ່ານ​ບົດ​ ສະຫຼຸບ​ແຜນການ​ອົບຮົມ-ຫັດ​ແອບການ​ນຳ​ໃຊ້​ເຄື່ອງຈັກ​ວິທະ ຍຸ​ສື່ສານ​ຊະນິດ​ໃໝ່ທີ່​ນຳ​ເຂົ້າ​ຈາກສປ ຈີນ ແລະ ​ສສ ຫວຽດນາມ. ການ​ອົບຮົມ​ໃນ​ຄັ້ງ​ນີ້ ເພື່ອ​ເຮັດ​ ໃຫ້​ບັນດາ​ເຫຼົ່າ​ຮົບ​ວິຊາ​ສະເພາະ ສື່ສານ​ກຳ​ແໜ້ນ​ທາງດ້ານເນື້ອ ​ໃນ, ທິດ​ສະ​ດີ​ຫຼັກການ ແລະ ວິທີ​ ນຳ​ໃຊ້​ພາຫະນະ​ສື່ສານຊະນິດ ຕ່າງໆເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ ວຽກ​ງານ​ຕົວ​ຈິງ ເພື່ອ​ຮັບປະກັນ ການ​ຕິດຕໍ່​ບັນດາ​ກົມ​ກອງ ແລະຂັ້ນເທິງ​ໃຫ້​ສອດຄ່ອງ​ທັນ​ກັບ​ ສະພາບ​ການຕົວ​ຈິງ ທັງ​ເປັນ ​ການ​ຍົກ​ລະດັບ​ໃຫ້​ບັນດາ​ນັກ ​ວິຊາ​ສະເພາະ​ເຫຼົ່າ​ຮົບ​ສື່ສານ, ມີ​ຄວາມ​ຮູ້​, ຄວາມ​ສາມາດ​ທີ່​ແນ່ ນອນ, ຄ່ອງ​ແຄ້ວ ແລະ ມີ​ຄວາມ​ຊຳນານ​ໃນ​ການ​ນຳ​ໃຊ້​ເຄື່ອງ​ຈັກ​ຢູ່​ບັນດາ​ກົມ​ກອງ ໃນ​ການ​ກຽມ​ພ້ອມ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ. ຜ່ານ​ການ​ອົບຮົມ-ຫັດ​ແອບພະນັກງານ-ນັກຮົບ​ໃນ​ທົ່ວເຫຼົ່າ ​ຮົບ​ວິຊາ​ສະເພາະ​ສື່ສານ​ສາ ມາດ​ນຳ​ໃຊ້​ເຄື່ອງຈັກ​ວິທະຍຸ​ສື່ ສານ​ຊະນິດ​ໃໝ່​ໄດ້​ຢ່າງ​ຄ່ອງແຄ້ວ, ຮູ້​ໝູນ​ໃຊ້​ຖືກຕ້ອງ​ຕາມຫຼັກການ ​ຕົວ​ຈິງ ເຊິ່ງ​ສາມາດ​ຕີ​ລາຄາ ຜົນໄດ້ຮັບລວມ ສະເລ່ຍ 90%, ໃຊ້ເວລາ​ໃນ​ການ​ອົບຮົມ​ 8 ວັນ. ໂດຍ: ສົມບູນ ບົວ​ນ້ອຍ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ