ຫຼາຍກົມກອງສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີທ້າຍປີ 2022
ເວລາອອກຂ່າວ: 2022-10-06 09:12:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:
ຫ້ອງການບໍລິຫານກົມໃຫຍ່ ພະລາທິການກອງທັບ: ໄດ້ສະຫຼຸບ ວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການທ້າຍປີ 2022, ໃນກອງປະຊຸມດັງກ່າວໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຮອບດ້ານໄນໄລຍະຍະ 6 ເດືອນຕົ້ນປີ ສາມາດເຮັດສຳເລັດວຽກງານຫຼາຍດ້ານ ເປັນຕົ້ນ ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບຂອງຕົນ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະ ໂຍບາຍຂອງພັກ-ລັດ,ຈຳແນກໄດ້ ມິດ-ສັດຕູຢ່າງຈະແຈ້ງ ແລະ ເຮັດ ສຳເລັດໜ້າທີ່ວິຊາສະເພາະຂອງ ຕົນເປັນຕົ້ນ: ວຽກງານການຄຸ້ມ ຄອງການ-ເບີກຈ່າຍວັດຖຸອຸປະ ໂພກ-ບໍລິໂພກ, ນໍ້າມັນເຊື້ອໄຟ, ກໍ່ສ້າງເຄຫາະສະຖານ, ຄ້າຍຄູ, ວຽກງານເສນາຮັກ ແລະ ຮັບປະ ກັນພາຫະນະເຕັກນິກ-ລົດໃຫ້ແກ່ຂັ້ນເທິງ.
ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ: ສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການທ້າຍປີ 2022, ສະຫາຍ ພັນຕີ ໜອມ ສີບົວພັນ ຮອງຫົວໜ້າຫ້ອງເຕັກນິກໄດ້ຜ່ານບົດສະຫຼຸບໄນການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຜ່ານມາ, ຄະນະພັກ-ຄະນະອຳນວຍການ ໄດ້ເອົາໃຈໃສ່ສືກສາອົບຮົບການເມືອງ-ນຳພາແນວຄິດເຮັດໃຫ້ພະນັກງານ-ນັກຮົບມີແນວຄິດໜັກແໜ້ນ ສາ ມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອັນທີ່ພົ້ນເດັ່ນສ້າງສະ ມາຊິກພັກແຂງໄດ້ 28 ສະຫາຍ ແລະ ອອກບັດສະມາຊິກພັກສົມ ບູນໄດ້ 5 ສະຫາຍ.
ໂຮງຮຽນທ້ອງຖິ່ນທະຫານແຂວງເຊກອງ: ໄດ້ສະຫຼຸບວຽກງານ 6 ເດືອນຕົ້ນປີ ສະຫາຍ ພັນໂທ ລາດສະວົງ ແກ້ວດາສິນ ເລຂາຄະນະພັກຮາກຖານໂຮງ ຮຽນໄດ້ໃຫ້ຮູ້ວ່າ: ຜ່ານມາໄດ້ເອົາໃຈໃສ່ນຳເອົາມະຕິ ຄຳສັ່ງ ແລະ ເອກະສານຕ່າງໆຂອງພັກຂອງລັດ ຂັ້ນເທິງມາເຜີຍແຜ່ໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອຽນທຸ່ນທ່ຽງເຮັດສຳເລັດໜ້າທີ່ວິຊາສະເພາະທ່ີຂັ້ນເທິງມອບໜາຍໃຫ້, ໂຮງຮຽນປະກອບມີ 3 ໜ່ວຍພັກ, ມີສະມາຊິກພັກທັງໝົດ 83 ສະຫາຍ, ຍິງ 8 ສະຫາຍ, ສຳຮອງ 4 ສະຫາຍ ຜ່ານມາ,ໜ່ວຍພັກທີ II ແລະ ທີ III ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນຢ່າງສົມກຽດ.
ໂຮງໝໍສູນກາງ 103 ກອງ ທັບ: ໄດ້ສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ທ້າຍປີ 2022, ໃນກອງປະຊຸມດັງກ່າວໄດ້ຍົກໃຫ້ເຫັນວຽກງານທີ່ພ້ົນເດັ່ນຮອບ ດ້ານໄນໄລຍະ 6 ເດືອນຕົ້ນປີ ສາມາດເຮັດສຳເລັດວຽກງານຫຼາຍດ້ານເປັນຕົ້ນເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດຂໍ້ກຳນົດ, ກົດລະ ບຽບຂອງກອງທັບ 7 ລະບອບ 18 ວຽກ ແລະ ເຮັດສຳເລັດໜ້າວິຊາສະເພາະຂອງຕົນສະມາຊິກພັກທັງໝົດມີ 879 ສະຫາຍ, ຍິງ 605 ສະຫາຍ, ສົມບູນ 853 ສະຫາຍ, ສຳຮອງ26 ສະຫາຍ, ອອກບັດສະມາຊິກພັກສົມບູນ 83 ສະຫາຍ, ວຽກງານວິຊາສະເພາະມີຄົນເຈັບເຂົ້າມາກວດສຸຂະພາບ 34.269 ເທື່ອຄົນ, ທະຫານ 14.419 ເທື່ອຄົນ, ຕຳຫຼວດ 173 ເທື່ອຄົນ, ພະສົງ 113 ອົງ ແລະ ຊາວຕ່າງດ້າວ 602 ເທື່ອຄົນ. ຮັບຄົນເຈັບນອນປີ່ນປົວ 11.738 ເທື່ອຄົນ, ປິ່ນປົວດີ 9.542 ເທື່ອຄົນ, ຜ່າຕັດໃຫຍ່ 1.826 ກໍລະນີ, ກາງ 72 ກໍລະນີ ແລະ ຜ່າຕັດນ້ອຍ 1.045 ກໍລະນີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ