ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍ​ກົມ​ກອງ​ສະຫຼຸບ​ວຽກ​ງານ 6 ເດືອນ​ຕົ້ນ​ປີ​ ແລະ​ ວາງທິດ​ທາງ​ແຜນການ​ 6 ເດືອນທ້າຍປີທ້າຍ​ປີ 2022
ເວລາອອກຂ່າວ: 2022-10-06 09:12:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 252 | ຄວາມນິຍົມ:



ຫ້ອງການ​ບໍລິຫານກົມໃຫຍ່ ພະລາທິການ​ກອງທັບ: ໄດ້​ສະຫຼຸບ​ ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ວາງທິດ​ທາງ​ແຜນການ​ທ້າຍ​ປີ 2022, ໃນ​ກອງ​ປະຊຸມ​ດັງ​ກ່າວໄດ້​ຍົກ​ໃຫ້​ເຫັນ​ວຽກ​ງານ​ທີ​່ພົ້ນ​ເດັ່ນ​ຮອບດ້ານ​ໄນ​ໄລ​​ຍະ​ຍະ 6 ເດືອນ​ຕົ້ນ​ປີ​ ສາມາດ​ເຮັດ​ສຳເລັດ​ວຽກ​ງານ​ຫຼາຍດ້ານ ​ເປັນຕົ້ນ ເອົາໃຈໃສ່​ສຶກ​ສາ​ອົບ ຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ຂອງຕົນ​ ໃຫ້​ເຂົ້າໃຈ​ແຈ້ງ​ຕໍ່​ແນວທາງ​ນະ ໂຍບາຍ​ຂອງ​ພັກ-ລັດ,ຈຳແນກໄດ້​ ມິດ-ສັດຕູ​ຢ່າງ​ຈະແຈ້ງ ແລະ ເຮັດ ສຳເລັດ​ໜ້າ​ທີ​່ວິຊາ​ສະເພາະຂອງ ຕົນ​ເປັນຕົ້ນ: ວຽກ​ງານ​ການຄຸ້ມ ຄອງ​ການ-ເບີກ​ຈ່າຍ​ວັດຖຸ​ອຸປະ ໂພກ-ບໍລິໂພກ, ນໍ້າມັນເຊື້ອ​ໄຟ​, ກໍ່ສ້າງ​ເຄຫາະສະຖານ, ຄ້າຍຄູ, ວຽກ​ງານ​ເສນາ​ຮັກ ແລະ ຮັບປະ ກັນ​ພາຫະນະ​ເຕັກນິກ-ລົດ​ໃຫ້​ແກ່​ຂັ້ນ​ເທິງ. ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ: ສະຫຼຸບ​ວຽກ​ງານ​ປະຈຳ 6 ເດືອນ​ຕົ້ນ​ປີ ແລະ ວາງ​ທິດ​ທາງ​ແຜນການ​ທ້າຍ​ປີ 2022, ສະ​ຫາຍ ພັນ​ຕີ ໜອມ ສີ​ບົວ​ພັນ ຮອງ​ຫົວໜ້າຫ້ອງເຕັກນິກ​ໄດ້​ຜ່ານ​ບົດ​ສະຫຼຸບ​ໄນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ໄລຍະ 6 ເດືອນ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ອຳນວຍການ ໄດ້​ເອົາໃຈໃສ່​ສືກ​ສາ​ອົບ​ຮົບ​ການເມືອງ-ນຳພາ​ແນວ​ຄິດ​ເຮັດ​ໃຫ້​ພະນັກງານ-​ນັກຮົບ​ມີ​ແນວ​ຄິດ​ໜັກ​ແໜ້ນ​ ສາ ມາດ​ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ອັນ​ທີ່​ພົ້ນ​ເດັ່ນສ້າງ​ສະ ມາຊິກ​ພັກ​ແຂງ​ໄດ້ 28 ສະຫາຍ ແລະ ອອກ​ບັດ​ສະມາຊິກພັກ​ສົມ ບູນ​ໄດ້ 5 ສະຫາຍ. ໂຮງຮຽນ​ທ້ອ​ງຖິ່ນ​ທະຫານ​ແຂວງ​ເຊ​ກອງ: ໄດ້​ສະຫຼຸບ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ສະຫາຍ ພັນ​ໂທ ລາດ​ສະ​ວົງ ແກ້ວ​ດາສິນ ເລຂາ​ຄະນະ​ພັກ​ຮາກ​ຖານ​ໂຮງ ຮຽນ​​ໄດ້​ໃຫ້​ຮູ້​ວ່າ: ຜ່ານ​ມາ​ໄດ້​ເອົາໃຈໃສ່​ນຳ​ເອົາ​ມະຕິ​ ຄຳ​ສັ່ງ ແລະ ເອກະສານ​ຕ່າງໆຂອງ​ພັກ​ຂອງ​ລັດ ​​ຂັ້ນ​ເທິງ​ມາ​ເຜີຍແຜ່​ໃຫ້​ພະນັກງານ-ນັກຮົບ​ມີ​ຄວາມ​ອຸ່ນ​ອຽນ​ທຸ່ນ​ທ່ຽງ​ເຮັດ​ສຳເລັດ​ໜ້າທີ່​ວິຊາ​ສະເພາະ​ທ່ີ​ຂັ້ນ​ເທິງ​ມອບ​ໜາຍ​ໃຫ້, ໂຮງຮຽນ​ປະກອບມີ 3 ໜ່ວຍ​ພັກ, ມີ​ສະມາຊິກ​ພັກ​ທັງ​ໝົດ 83 ສະຫາຍ, ຍິງ 8 ສະຫາຍ, ສຳຮອງ 4 ສະຫາຍ ຜ່ານ​ມາ,​ໜ່ວຍ​ພັກ​ທີ II ແລະ ທີ III ໄດ້​ຮັບ​ໃບຢັ້ງຢືນ​ເປັນ​ໜ່ວຍ​ພັກ​ປອດ​ໃສ​ ເຂັ້ມແຂງ ​ໜັກ​ແໜ້ນ​ຢ່າງ​ສົມ​ກຽດ. ໂຮງໝໍສູນກາງ 103 ກອງ ທັບ: ໄດ້​ສະຫຼຸບ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ວາງທິດ​ທາງ​ແຜນການ ​ທ້າຍ​ປີ 2022, ໃນ​ກອງ​ປະຊຸມ​ດັງ​ກ່າວໄດ້​ຍົກ​ໃຫ້​ເຫັນ​ວຽກ​ງານ​ທີ​່ພ້ົນ​ເດັ່ນ​ຮອບ ດ້ານ​ໄນ​ໄລ​​​ຍະ 6 ເດືອນ​ຕົ້ນ​ປີ​ ສາມາດ​ເຮັດ​ສຳເລັດ​ວຽກ​ງານ​ຫຼາຍດ້ານ​ເປັນຕົ້ນເອົາໃຈໃສ່​ສຶກ​ສາ​ອົບຮົມການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ເຊື່ອມ​ຊຶມ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ​ຂໍ້​ກຳນົດ, ​ກົດ​ລະ ບຽບ​ຂອງ​ກອງທັບ 7 ລະບອບ 18 ວຽກ ແລະ ​ເຮັດ​ສຳເລັດ​ໜ້າ​ວິຊາ​ສະເພາະ​ຂອງ​ຕົນສະມາຊິກ​ພັກ​ທັງ​ໝົດ​ມີ 879 ສະຫາຍ, ຍິງ 605 ສະຫາຍ, ສົມບູນ 853 ສະຫາຍ, ສຳຮອງ26 ສະຫາຍ, ອອກ​ບັດ​ສະມາຊິກ​ພັກ​ສົມບູນ 83 ສະຫາຍ, ວຽກ​ງານ​ວິຊາ​ສະເພາະ​ມີ​ຄົນ​ເຈັບ​ເຂົ້າ​ມາ​ກວດ​ສຸ​ຂະ​ພາບ 34.269 ເທື່ອ​ຄົນ, ທະຫານ 14.419 ເທື່ອ​ຄົນ, ຕຳຫຼວດ 173 ເທື່ອ​ຄົນ, ພະສົງ 113 ອົງ ແລະ ຊາວ​ຕ່າງ​ດ້າວ 602 ເທື່ອ​ຄົນ. ຮັບ​ຄົນ​ເຈັບ​ນອນ​ປີ່ນ​ປົວ 11.738 ເທື່ອ​ຄົນ, ປິ່ນປົວດີ 9.542 ເທື່ອ​ຄົນ, ຜ່າຕັດ​ໃຫຍ່ 1.826 ກໍລະນີ, ກາງ 72 ກໍລະນີ ແລະ ຜ່າຕັດ​ນ້ອຍ 1.045 ກໍລະນີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ