ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທຶນພັດທະນາກະສິກຳສາກົນມີແຜນໃຫ້ການຊ່ວຍເຫຼືອແຂວງຊຽງຂວາງ
ເວລາອອກຂ່າວ: 2018-11-14 10:33:36 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 323 | ຄວາມນິຍົມ:



ທ່ານ ຄີດ ບລອກ (kees Blok) ຫົວໜ້າທີມງານກະກຽມ ໂຄງການຊົນລະກະເສດ ແລະ ຜະລິດເປັນສິນຄ້າຂະໜາດນ້ອຍ ອົງການອີຟັດ(IFAD)ປະຈຳ ລາວ ພ້ອມ ດ້ວຍຄະນະ ໄດ້ເຂົ້າ ພົບປະທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມ ດ້ວຍຄະນະ ໃນຕອນເຊົ້າວັນທີ 31 ຕຸລາ 2018 ຢູ່ທີ່ຫ້ອງວ່າ ການ ປົກຄອງແຂວງຊຽງຂວາງ, ເຊິ່ງທ່ານ ຄີດ ບລອກ ໄດ້ລາຍ ງານຈຸດປະສົງຂອງການພົບປະ ໃນຄັ້ງນີ້ ໂດຍກອງທຶນພັດທະນາ ກະສິກຳສາກົນອີຟັດ ໄດ້ມີແຜນ ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອການຈັດຕັ້ງປະຕິບັດໂຄງ ການຊົນລະກະເສດ ແລະ ການ ຜະລິດເປັນສິນຄ້າຂະໜາດ ນ້ອຍ, ງົບປະມານທັງໝົດຂອງໂຄງ ການ 21 ລ້ານໂດລາສະຫະລັດ (ເງິນກູ້ຢືມ) ໄລຍະການຈັດຕັ້ງ ປະຕິບັດໂຄງການ 5 ປີ, ເລີ່ມແຕ່ ປີ 2019-2026 ລວມທັງການ ກະກຽມໂຄງການກ່ອນການຈັດ ຕັ້ງປະຕິບັດຈຸດປະສົງຂອງໂຄງ ການ ເພື່ອຍົກລະດັບການດຳ ລົງຊີວິດຂອງຄອບຄົວໃຫ້ດີຂຶ້ນ ເຊິ່ງມີ 2 ຄາດໝາຍຄື ສ້າງຊົນ ລະປະທານຂະໜາດນ້ອຍໃຫ້ປະ ຊາຊົນໄດ້ນຳໃຊ້ເຂົ້າໃນການປູກ ຝັງ-ລ້ຽງສັດ, ຍົກລະດັບໂພສະ ນາການໃນລະດັບຄົວເຮືອນ, ຜົນ ໄດ້ຮັບຂອງໂຄງການຈະມີການ ກໍ່ສ້າງພື້ນຖານໂຄງລ່າງໃຫ້ທັນ ສະໄໝ ແລະ ແທດເໝາະຕໍ່ສະ ພາບອາກາດ, ຄຸ້ມຄອງບໍລິຫານ ຊັບພະຍາກອນນ້ຳ ແລະ ດິນ ຂອງຊາວກະສິກອນໃນເຂດ ອ່າງໂຕ່ງພື້ນທີ່ເປົ້າໝາຍຂອງ ( ອ່ານຕໍ່ໜ້າ 7 ) ໂຄງການ ປະກອບມີ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ ແລະ ແຂວງໄຊ ຍະບູລີ ທ່ານເຈົ້າແຂວງໆຊຽງ ຂວາງກໍໄດ້ກ່າວສະແດງຄວາມ ຊົມເຊີຍຕໍ່ໂຄງການດັ່ງກ່າວ ເຊິ່ງ ເໝາະສົມຖືກກັບເປົ້າໝາຍຂອງ ແຂວງວາງອອກຕິດພັນກັບ ວຽກງານ 3 ສ້າງ ສູ້ຊົນຍົກລະ ດັບຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນແກ້ໄຂຄວາມທຸກ ຍາກໃຫ້ໝົດໄປເທື່ອລະກ້າວອີກ ປະການໜຶ່ງປະຊາຊົນແຂວງ ຊຽງຂວາງມີມູນເຊື້ອໃນການ ປູກຝັງ-ລ້ຽງສັດ ຈິ່ຶ່ງເໝາະສົມ ຖືກກັບເປົ້າໝາຍຂອງໂຄງການ ແລະ ຈະເຮັດໃຫ້ໂຄງການດັ່ງ ກ່າວດຳເນີນໄປຢ່າງມີປະສິດທິ ຜົນສູງ ຂ່າວ: ບຸນມີ ແສງທຸມມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ