ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈະຈັດກອງປະຊຸມສຳມະນາລະດັບຊາດກ່ຽວກັບການເຄື່ອນຍ້າຍຖິ່ນຖານ
ເວລາອອກຂ່າວ: 2018-11-14 10:37:30 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 8520 | ຄວາມນິຍົມ:



ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົງການ ຈັດຕັ້ງສາກົນເພື່ອການຍ້າຍ ຖ່ິ່ນຖານຮ່ວມກັນຈັດກອງປະ ຊຸມສໍາມະນາລະດັບຊາດກ່ຽວ ກັບການເຄື່ອນຍ້າຍຖິ່ນຖານ ຂຶ້ນທີ່ນະຄອນຫຼວງວຽງຈັນ. ໃນວັນທີ 29 ມິຖຸນາ 2018 ຜ່ານມານີ້, ສະພາຂອງອົງການ ຈັດຕັ້ງສາກົນເພື່ອການເຄື່ອນ ຍ້າຍຖິ່ນຖານ (IOM) ໄດ້ຮັບ ເອົາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ເປັນປະ ເທດສະມາຊິກຕົວແທນຂອງອົງ ການສະຫະປະຊາຊາດເພື່ອການ ຍ້າຍຖິ່ນຖານອັນດັບທີ 171. ເພື່ອລະນຶກເຖິງເຫດການປະ ຫວັດສາດນີ້ ແລະ ເພື່ອປະກອບ ສ່ວນເຂົ້າໃນການສົ່ງເສີມຄວາມ ( ອ່ານຕໍ່ໜ້າ 7 ) ເຂົ້າໃຈກ່ຽວການເຄື່ອນຍ້າຍ ຖິ່ນຖານຢູ່ ສປປ ລາວ, ອົງການ IOM ແລະ ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ຈະໄດ້ ຮ່ວມກັນຈັດກອງປະຊຸມສຳມະ ນາລະດັບຊາດກ່ຽວກັບການ ເຄື່ອນຍ້າຍຖິ່ນຖານ ແລະ ການ ຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ IOM ເຊິ່ງຈະຈັດ ຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 15 ພະຈິກ 2018 ນີ້. ຜູ້ບັນຍາຍໃນກອງປະຊຸມຄັ້ງ ນີ້ປະກອບໄປດ້ວຍຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ, ທ່ານ ນາງ ຄຳເພົາ ເອີນທະວັນ; ຮອງຜູ້ອຳ ນວຍການໃຫຍ່ ອົງການ IOM, ທ່ານເອກອັກຄະລັດຖະທູດ ອໍຣາ ທອມສັນ ແລະ ຜູ້ປະສານງານ ອົງການສະຫະປະຊາຊາດ ປະ ຈຳ ສປປ ລາວ , ທ່ານນາງ ຄາ ຣີນາ ອິນໂມເນັນ ດັ່ງນີ້ເປັນຕົ້ນ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງ ນີ້ປະກອບໄປດ້ວຍຜູ້ຕາງໜ້າ ຈາກກະຊວງທີ່ກ່ຽວຂ້ອງ, ຄູ່ ຮ່ວມພັດທະນາ,​ ອົງການຈັດຕັ້ງ ສາກົນ, ອົງການຈັດຕັ້ງທາງສັງ ຄົມ, ພາກເອກະຊົນ, ສະຖາບັນ ການສຶກສາ ແລະ ສື່ມວນຊົນ. ການເຄື່ອນຍ້າຍຖິ່ນຖານມີ ທ່າອ່ຽງເພີ່ມຂຶ້ນໃນສະຕະວັດທີ 21 ເຊິ່ງປະຊາກອນເຄື່ອນຍ້າຍ ທົ່ວໂລກມີປະມານ 258 ລ້ານ ຄົນ. ບັນດາປະເທດຕ່າງໆລວມ ທັງ ສປປ ລາວ ໄດ້ຮັບຜົນກະ ທົບທາງດ້ານເສດຖະກິດ-ສັງ ຄົມເພີ່ມຂຶ້ນ ເຊິ່ງນີ້ໄດ້ກາຍເປັນ ບັນຫາຫຼັກໃນການກຳນົດນະໂຍ ບາຍສາກົນ. ໃນເດືອນກັນຍາ ປີ 2016 ປະເທດສະມາຊິກຂອງສະຫະປະ ຊາຊາດ 193 ປະເທດໄດ້ຮັບ ຮອງເອົາຖະແຫຼງການນິວຢອກ ເພື່ອຜູ້ລີ້ໄພ ແລະ ຜູ້ເຄື່ອນຍ້າຍ ຖິ່ນຖານ ແລະ ໃນເດືອນກໍລະກົດ 2018 ໄດ້ເຫັນດີກັບຮ່າງສຸດ ທ້າຍຂອງເອກະສານຄຳໝັ້ນສັນ ຍາວ່າດ້ວຍການເຄື່ອນຍ້າຍຖິ່ນ ຖານທີ່ປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ (GCM). GCM ຈະຖືກຮັບຮອງຢ່າງເປັນ ທາງການໃນກອງປະຊຸມທີ່ໂມ ຣັອກໂຄໃນເດືອນທັນວາ 2018.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ