ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ຄົບຮອບ 60 ປີ ຢ່າງ​ຄຶກຄື້ນ
ເວລາອອກຂ່າວ: 2022-11-23 09:39:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 299 | ຄວາມນິຍົມ:



ວັນ​ທີ 22 ພະຈິກ 2022 ນີ້, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ໂຮງຮຽນ ຄົບຮອບ 60 ປີ ( 22 ພະຈິກ 1962-22 ພະຈິກ 2022) ຂຶ້ນ​ຢ່າງ​ຄືກຄື້ນ ຢູ່​ທີ່​ຜາມໄຊ​ໂຮງຮຽນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ ທ່ານ ວິໄລ​ວົງ ບຸດ​ດາ​ຄຳ, ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ບໍລິຫານ​ງານ​ພັກແຂວງ, ປະທານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ເຈົ້າແຂວງ ແຂວງ​ຈຳປາ​ສັກ, ການນຳ​ກະຊວງ​ປ້ອງ​ກັນ​ປະເທດ, ຄະນະ​ນຳ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ຮອງ​ຫົວໜ້າ​ກົງ​ສູນ​ໃຫຍ່ ສສ ຫວຽດນາມ ປະຈຳ​ພາກ​ໃຕ້​ລາວ, ກອງ​ບັນຊາ​ການ​ທະຫານ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ, ບັນດາ​ຄະນະ​ພັກ-ຄະນະ​ບັນຊາ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ, ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ພະນັກງານ​ປະຕິວັດ-ອາວຸໂສ​ບຳນານ, ນາຍ ແລະ ພົນທະຫານ, ອະດີດ​ພະນັກງານ-ຄູ​ອາຈານ, ນັກຮຽນ-ນັກ​ສຶກ​ສາ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ຕະຫຼອດ​ຮອດ​ແຂກ​ທີ່​ຖືກ​ເຊີນ, ອົງການ​ປົກຄອງ​ທ້ອງຖິ່ນ ແລະ ມວນ​ຊົນ​ຊາວ​ແຂວງ​ຈຳປາ​ສັກ​ເຂົ້າ​ຮ່ວມ​ຢ່າງ​ຄຶກຄື້ນ​ມ່ວນຊື່ນ. ສະຫາຍ ພັນ​ເອກ ພູ​ເວີນ ວົງ​ຄຳ​ຊາວ, ເລຂາ​ຄະນະ​ພັກໂຮງຮຽນ, ຫົວໜ້າ​ການເມືອງ ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໄດ້​ກ່າວ​ບົດ​ປາ​ໃສ ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ, ມູນເຊື້ອ​ແຫ່ງ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ຂອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໃນ​ຕະຫຼອດ 60 ປີ ທີ່​ຜ່ານ​ມາ, ເຊິ່ງ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 22 ພະຈິກ 1962 ໃນ​ສະພາບ​ແວດ​ລ້ອມ​ທີ່​ປະເທດ​ຊາດ ດຳເນີນ​ສົງຄາມ​ຕໍ່ສູ້​ປົດ​ປ່ອຍ​ຊາດ ໂດຍ​ແມ່ນ​ສະຫາຍ ພົນ​ເອກ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ໃນ​ເວລາ​ນັ້ນ ເປັນ​ຜູ້​ປະກາດ​ສ້າງຕັ້ງ ໂດຍ​ມີ​ຕົ້ນ​ກຳເນີດ​ສືບ​ທອດ​ມູນເຊື້ອ​ມາ​ຈາກ​ໂຮງຮຽນ​ວັດທະນະທຳ​ຊວນ​ແທ໋ງ, ໂຮງຮຽນ​ວັດທະນະທຳ​ກອງທັບ​ວຽງ​ໄຊ​ໃນ​ເມື່ອ​ກ່ອນ ພາຍຫຼັງ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ​ຄູ-ອາຈານ​ແຕ່​ລະ​ຮຸ້ນ ໄດ້​ອອກແຮງ​ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ​ຂອງ​ຕົນ ເຂົ້າ​ໃນ​ການ​ກໍ່ສ້າງ​ບຸກ​ຄະ​ລະ​ກອນ​ຮຸ້ນ​ສືບ​ທອດ​ປ່ຽນ​ແທນ ໃຫ້​ກຳລັງ​ປະກອບ​ອາວຸດ​ກອງທັບ​ປົດ​ປ່ອຍ​ປະຊາຊົນ​ລາວໃນ​ເມື່ອ​ກ່ອນ ກໍ​ຄື​ກອງທັບ​ປະຊາຊົນ​ລາວ​ໃນ​ປັດຈຸບັນ ເປັນ​ແຕ່​ລະ​ໄລຍະໄດ້​ທາງ​ດ້ານ​ປະລິມານ ແລະ ຄຸນະພາບ ສາມາດ​ຕອບ​ສະໜອງຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ຂອງ​ກອງທັບ​ຢ່າງ​ມີ​ໝາກຜົນ​ອັນ​ຈົບງາມ. ຕະຫຼອດ​ໄລຍະ 60 ປີ ຜ່ານ​ມາ, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ສາມາດ​ສ້າງ​ນັກຮຽນ​ໄດ້​ທັງ​ໝົດ 23,143 ຄົນ ກາຍເປັນ​ກຳລັງ​ແຮງ​ສັງ​ລວມ​ໃຫ້​ແກ່​ກອງທັບ ກໍ​ຄື​ປະເທດ​ຊາດ. ໃນ​ນີ້​, ຫຼາຍ​ສະຫາຍ​ໄດ້​ກາຍເປັນ​ພະນັກງານ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ-ລັດ, ກໍ​ຄື​ຂອງ​ກອງທັບ, ປົກ​ປັກ​ຮັກສາ ແລະ ເສີມ​ຂະ​ຂາຍ​ໄດ້​ທາດ​ແທ້, ມູນເຊື້ອ​ອັນ​ມີ​ກຽດ​ສະຫງ່າ​ຂອງ​ຕົນ ກາຍເປັນ​ເບົ້າ​ຫຼໍ່​ຫຼອມ​ນັກຮຽນ-ນັກ​ສຶກ​ສາ ໃຫ້​ມີ​ຄວາມ​ຮູ້-ຄວາມ​ສາມາດ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ກອງທັບ, ຕໍ່​ປະເທດ​ຊາດ ແລະ ຕໍ່​ປະຊາຊົນ​ບັນດາເຜົ່າ ຈາກ​ຜົນງານ ແລະ ມູນເຊື້ອ​ອັນ​ສະຫງ່າ​ງາມ​ທີ່​ສ້າງ​ມາ​ໄດ້ ເຮັດ​ໃຫ້​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພັດ-ລັດຖະບານ, ກະຊວງ​ປ້ອງ​ກັນ​ປະເທດ ແລະ ອົງ​ການຈັດຕັ້ງ​ຂັ້ນ​ເທິງ ໃນ​ນີ້​ປະເພດ​ຫຼຽນ​ໄຊ​ປະຕິວັດ​ຊະນະ​ເລີດ​ຊັ້ນ II 2 ໜ່ວຍ, ຊັ້ນ III ຈຳນວນ 2 ໜ່ວຍ, ຫຼຽນ​ໄຊ​ອິດສະຫຼະ​ຊັ້ນ II ຈຳນວນ 2 ໜ່ວຍ, ຊັ້ນ III ຈຳນວນ 2 ໜ່ວຍ, ຫຼຽນ​ໄຊ​ແຮງ​ງານ​ຊັ້ນ II 27 ໜ່ວຍ, ຊັ້ນ III ໄດ້ 29 ໜ່ວຍ, ຫຼຽນ​ໄຊ​ເອກະລາດ​ຊັ້ນ III ຈາກ ​ສສ ຫວຽດນາມ 1 ໜ່ວຍ, ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ II 1 ໜ່ວຍ, ຫຼຽນ​ກາ​ແຮງ​ງານ 13 ໜ່ວຍ, ໃບ​ຍ້ອງຍໍ​ປະເພດ​ຕ່າງໆ​ໄດ້: 11 ໃບ. ນອກ​ຈານ​ນີ້​, ຍັງ​ສາມາດ​ຄັດເລືອກ​ຄູ​ສອນ​ດີ-ສອນ​ເກັ່ງ 721 ສະຫາຍ, ນັກຮຽນ​ກໍ່ສ້າງ​ນາຍ​ສິບ ໄດ້​ຮັບ​ປະ​ກາ​ສະ​ນິ​ຍະ​ບັດ​ແດງ 101 ສະຫາຍ. ໃນ​ໂອກາດ​ອັນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ນີ້​ ສະຫາຍ ພົນໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້​ໂອ້​ລົມເຊິ່ງ​ກ່ອນ​ອຶ່ນ​ສະຫາຍ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີມ​ຕໍ່​ຄະນະ​ ພັກ- ຄະນະ​ອຳນວຍ​ການ, ພະນັກງານ-ຄູ​ອາຈານ ແຕ່​ລະ​ຮຸ້ນທີ່​ສາມາດ​ສ້າງ​ມາ​ໄດ້​ມູນເຊື້ອ​ອັນ​ດີງາມ​ຂອງ​ໂຮງຮຽນ ດ້ວຍ​ດີ​ຕະຫຼອດ​ມາ ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ສືບຕໍ່​ເພີ່ມ​ທະວີ​ຄວາມ​ຕັ້ງ​ຕໍ່​ບໍລິສຸດ​ຕໍ່​ພັກ, ຕໍ່​ປະເທດ​ຊາດ, ຕໍ່​ປະຊາຊົນ​ບັນດາເຜົ່າ ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ຄົງ​ຄະນະ​ພັກ​ກະຊວງ​ປ້ອງ​ປະເທດ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ໂຮງຮຽນ​ໃຫ້​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ​ສາມາດ​ປົກ​ປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ມູນເຊື້ອ​ຂອງ​ໂຮງຮຽນ​ແຕ່​ລະ​ໄລຍະ ໃຫ້​ຈະເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນ. ເນື່ອງ​ໃນ​ໂອກາດ​ພິທີ​ສະເຫຼີມສະຫຼອງ​ວັນ​ສ້າງຕັ້ງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ຄົບຮອບ 60 ປີ ກະຊວງ​ປ້ອງ​ກັນ​ປະເທດ ຍັງ​ໄດ້​ມອບ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ II ໃຫ້​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ, ປະເພດ​ຫຼຽນ​ໄຊ​ພິລະ​ອາດ​ຫານ​ຊັ້ນ III ໃຫ້​ກົມ​ກອງ​ລວມ​ໝູ່ 7 ກົມ​ກອງ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 39 ກົມ​ກອງ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 22 ກົມ​ກອງ, ໃບ​ຍ້ອງຍໍ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ​ ໃຫ້​ກົມ​ກອງ​ລວມ​ໝູ່ 4 ກົມ​ກອງ, ບຸກຄົນ 324 ສະຫາຍ ທີ່​ມີ​ຜົນງານ​ດີເດັ່ນ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ກໍ​ຄື​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໂດຍ​ການ​ຂຶ້ນ​ປະດັບ​ຂອງ​ສະຫາຍ​ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ຢ່າງ​ສົມ​ກຽດ. ນອກຈາກ​ນັ້ນ, ພິທີ​ຍັງ​ໄດ້​ຮັບ​ຊົມ​ການສະແດງ​ເດີນ​ຂະ​ບວນ​ສວນສະໜາມ​ຈາກ​ກ້ອນ​ກຳລັງ​ຕ່າງໆ, ຮັບ​ຊົມ​ການສະແດງ​ສິລະ​ປະ-ວັນນະຄະດີ ຈາກ​ສິລະ​ປະ​ສະໝັກ​ຫຼິ້ນ ແລະ ຊົມ​ການສະແດງ​ຫັດກາຍ​ມີ​ປືນ ຂອງ​ພະນັກງານ-ນັກຮົບ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມູນເຊື້ອ​ແຫ່ງ​ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ໂຮງຮຽນ​ກໍ່ສ້າງ​ນາຍ​ ສິບ​ເລກ 2 ວຽງ​ໄຊ ຄົບຮອບ 60 ປີ ທີ່​ຜ່ານ​ມາ ແລະ ຮັບ​ຊົມ​ການ​ໂດດ​ຈ້ອງ​ຈາກ​ ກອງພັນ​ໃຫຍ່ 703 ທັງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ວັນ​ສ້າງຕັ້ງ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 2 ວຽງ​ໄຊ ຄົບຮອບ 60 ປີ ມີ​ບັນຍາກາດ​ຄຶກຄື້ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ຄວາມ​ສຳຄັນ​ຢ່າງ​ເລິກເຊິ່ງ. ໂດຍ: ສົມພົງ ແກ້ວ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ