ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານ​ສະພາ​ແຫ່ງ​ຊາດ​ລາວ​ເຂົ້າ​ຮ່ວມ ​ກອງ​ປະຊຸມ​ໃຫຍ່​ສະມັດຊາອາ​ຊຽນ ຄັ້ງ​ທີ 43
ເວລາອອກຂ່າວ: 2022-11-23 09:44:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



(ສພຊ) ວັນນ​ທີ 21 ພະຈິກ 2022, ທ່ານ ​ປອ. ໄຊ​ສົມ​ພອນ ພົມວິຫານ, ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ ແຫ່ງ ​ສປປ ລາວ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດ​ຖະ​ສະພາ​ລະຫວ່າງ​ຊາດ​ອາ​ຊຽນ ຫຼື AIPA ຄັ້ງ​ທີ 43 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງພະນົມ​ເປັນ, ຣາ​ຊະ​ອານາຈັກ​ກຳປູເຈຍ. ໃນພິທີ​ເປີດ​ກອງ​ປະຊຸມ​ໃຫຍ່ໄອປາ ສົມເດັດ ວິບູນ ເສນາ ພັກດີ ຊາຍ​ຊຸມ, ປະທານ​ສະພາ​ສູງ ແຫ່ງ ຣາ​ຊະ​ອານາຈັກ​ກຳປູເຈຍ ໄດ້ຂຶ້ນກ່າວ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຢ່າງ​ອົບ​ອຸ່ນ ແລະ ສົມເດັດ ອັກ​ຄະມະຫາ ໂປ​ເຢຍ ຈັກ​ກຼີ ເຮັງ​ຊຳ​ຣິນ, ປະທານ​ສະພາ​ແຫ່ງ​ຊາດແຫ່ງ ຣາ​ຊະ​ອານາຈັກ​ກຳປູເຈຍ, ປະ ທານ​ໄອ​ປາ ຄັ້ງ​ທີ 43 ໄດ້​ກ່າວ ​ເປີດ​ກອງ​ປະຊຸມຢ່າງ​ເປັນ​ທາງ​ ການ. ພ້ອມ​ດຽວ​ກັນ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ ແລະ ກ່າວ​ປາ​ໃສ​ໃນ​ພິທີ​ເປີດ​ໂດຍ ສົມເດັດ ອັກ​ຄະມະຫາ ເສນາບໍ ດີ ເຕ​ໂຈ ຮຸນ​ແຊນ, ນາຍົກລັດຖະມົນຕີແຫ່ງ ຣາ​ຊະ​ອານາຈັກ​ກຳ ປູເຈຍ. ກອງປະຊຸມໄອປາຄັ້ງທີ 43 ຄັ້ງນີ້, ແມ່ນຈະພ້ອມກັນສຸມໃສ່ ຄົ້ນຄວ້າປຶກສາຫາລື, ແລກປ່ຽນ ຄວາມຄິດຄວາມເຫັນພາຍໃຕ້ ຫົວຂໍ້: “ການກ້າວໄປພ້ອມກັນ ເພື່ອອາຊຽນທີ່ຍືນຍົງ, ກວມ ລວມ ແລະ ເຂັ້ມແຂງ” ຊຶ່ງຈະໄດ້ ດໍາເນີນໄປເປັນເວລາ 4 ວັນ, ລະຫວ່າງວັນທີ 21-24 ພະຈິກ 2022 ໂດຍມີຄະນະຜູ້ແທນ ທີ່ ນຳໂດຍປະທານ ແລະ ຮອງປະ ທານລັດຖະສະພາ ຈາກບັນດາປະ ເທດອາຊຽນ 08 ປະເທດ, ພ້ອມ ດ້ວຍປະເທດສັງເກດການ ແລະ ແຂກຂອງປະເທດເຈົ້າພາບທີ່ ເປັນຕົວແທນຈາກລັດຖະສະພາ ພາກພື້ນ ແລະ ສາກົນ ເຂົ້າຮ່ວມ ຫຼາຍກວ່າ 428 ທ່ານ. ພາຍຫຼັງ​ພິທີ​ ເປີດ​ຢ່າງ​ເປັນ​ ທາງ​ການ, ຫົວໜ້າ​ຄະນະ​ຜູ້ແທນ​ ລັດ​ຖະ​ສະພາ​ສະມາຊິກ​ໄອ​ປາ, ເລຂາທິການ​ໃຫຍ່​ອາ​ຊຽນ, ເລ ຂາທິການ​ໃຫຍ່​ໄອ​ປາ, ບັນດາ​ປະເທດ​ສັງເກດ​ການ ແລະ ແຂກ​ຖືກ​ເຊີນ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ກ່າວ​ປາ​ໃສ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ​ວາລະ​ທີ​ໜຶ່ງ ຕາມ​ລຳດັບ. ໃນ​ໂອກາດ​ດັ່ງກ່າວ, ທ່ານ ​ປອ. ໄຊ​ສົມ​ພອນ ພົມວິຫານ, ກໍ​ໄດ້​ຂຶ້ນ​ກ່າວ​ປາ​ໃສ ໂດຍ​ທ່ານ ໄດ້​ເນັ້ນ​ເຖິງ​ການ​ຮ່ວມ​ມື ເພື່ອ​ສຸມ​ໃສ່​ການ​ຟື້ນ​ຟູ​ເສດຖະກິດ-ສັງຄົມ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ ໂຄ​ວິດ-19 ແລະ ຈາກ​ສິ່ງ​ທ້າ​ທາຍ​ຕ່າງໆ ທີ່​ພາກ​ພື້ນ​ອາ​ຊຽນ​ກຳລັງ​ປະ​ເຊີນ​ຢູ່ ໂດຍ​ການ​ສົ່ງເສີມ​ການ​ຮ່ວມ​ມື​ດ້ານ​ນິຕິບັນຍັດ ເພື່ອ​ເອື້ອ​ອຳນວຍ​ໃຫ້​ແກ່​ການ​ບັນລຸ​ເປົ້າ​ໝາຍ​ຕ່າງໆ​ຂອງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ເປັນ​ປຶກ​ແຜ່ນ, ມີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ ແລະ ການ​ຮ່ວມ​ມື ຢ່າງ​ໃກ້ຊິດ​ລະຫວ່າງ ລັດ​ຖະ​ສະພາ​ສະມາຊິກ​ໄອ​ປາ​ດ້ວຍ​ກັນ ກໍຄື​ລະຫວ່າງ​ໄອ​ປາ​ກັບ​ອາ​ຊຽນ ແລະ ລັດ​ຖະ​ສະພາ​ຜູ້​ສັງເກດ​ການ​ອື່ນໆ ເພື່ອ​ພ້ອມ​ກັນ​ກ້າວ​ໄປ​ຂ້າງ​ໜ້າ ແລະ ບໍ່​ປະ​ຖິ້ມ​ຜູ້​ໃດ​ໄວ້​ຂ້າງ​ຫຼັງ. ພ້ອມ​ດ້ຽວ​ກັນ​ນັ້ນ, ທ່ານ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຕໍ່​ການຈັດຕັ້ງ​ປະຕິບັດ​ວິໄສ​ທັດ​ປະຊາ​ຄົມ​ອາ​ຊຽນ 2025 ແລະ ແຜນ​ແມ່​ບົດ​ທັງ 3 ເສົາຄ້ຳ​ປະຊາ​ຄົມ​ອາ​ຊຽນ, ໂດຍ​ສະເພາະແມ່ນ​ແຜນ​ວຽກ​ຂໍ້​ລິ​ເລີ່ມ ເພື່ອ​ການ​ເຊື່ອມ​ໂຍງ​ອາ​ຊຽນ ແລະ ແຜນ​ແມ່​ບົດ ເພື່ອ​ການ​ເຊື່ອມ​ຈອດອາຊຽນ 2025, ເຊິ່ງ ​ສປປ ລາວ ໄດ້ຮ່ວມ​ ມື​ກັບ​ບັນດາ​ປະເທດ​ເພື່ອນ​ບ້ານ​ໃກ້​ຄຽງພັດທະນາ​ພື້ນຖານ​ໂຄງ ​ລ່າງ ເພື່ອ​ເຊື່ອມ​ຈອດ​ດ້ານ​ຄົມມະນາຄົມ ເປັນຕົ້ນ​ແມ່ນ​ເສັ້ນທາງ​ລົດໄຟ​ຄວາມ​ໄວ​ສູງ, ທາງ​ດ່ວນ, ທາງ​ຫຼວງ ແລະ ລະບົບ​ສາຍສົ່ງ​ໄຟຟ້າ ທີ່​ຈະ​ເຮັດ​ໃຫ້ ​ສປປ ລາວ ກາຍເປັນ​ປະເທດ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ກັບ​ປະເທດຕ່າງໆ. ພ້ອມ​ກັນ​ນີ້, ທ່ານ​ຍັງ​ຍົກ​ໃຫ້ເຫັນ ​ເຖິງ​ຄວາມ​ເອົາໃຈໃສ່ຕໍ່​ການ​ປະຕິ ບັດ​ໜ້າທີ່ ແລະ ພາລະບົດບາດ ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ໃນ​ການ​ສ້າງ ແລະ ປັບປຸງກົດໝາຍ​ ໃນ​ຂົງເຂດ​ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ດ້ານ​ອື່ນໆ ລວມ​ທັງ​ໄດ້​ພິຈາລະນາ​ໃຫ້​ສັດ ຕະຍາບັນ​ແກ່​ສົນທິສັນຍາ​ຕ່າງໆ ຕາມ​ກອບ​ການ​ຮ່ວມ​ມື​ອາ​ຊຽນ​ຢ່າງ​ເປັນ​ເຈົ້າ​ການ. ໃນ​ຕອນ​ທ້າຍ, ທ່ານ​ໄດ້​ຮຽກ ຮ້ອງ​ໃຫ້​ລັດ​ຖະ​ສະພາ​ສະມາຊິກ​ໄອ​ປາ ຮັດ​ແໜ້ນ​ການ​ຮ່ວມ​ມື ໃນ​ການ​ຊຸກຍູ້​ສົ່ງເສີມ​ການ​ປະສານ​ງານ, ການ​ເປັນ​ຄູ່​ຮ່ວມ​ທີ່​ດີ ແລະ ມີ​ປະສິດທິພາບ ຜ່ານ​ກົນໄກຕ່າງໆ ເພື່ອ​ບັນລຸ​ບັນດາ​ເປົ້າ​ໝາຍ​ຂອງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ມີ​ຄວາມເຂັ້ມແຂງ, ມີ​ຄວາມຍືນ​ ຍົງ​ໃນ​ທຸກ​ດ້ານ ແລະ ພ້ອມ​ກັນ ​ກ້າວ​ໄປ​ຂ້າງ​ໜ້າທີ່​ມີ​ວິໄສ ທັດໜຶ່ງ​ດຽວ, ເອກະລັກ​ໜຶ່ງ​ດຽວ, ປະຊາ​ ຄົມ​ໜຶ່ງ​ດຽວ, ໄປ​ຕາມ​ທິດ​ປະຊາຊົນ ແລະ ປະຊາຊົນ ເປັນແກນ​ກາງຢ່າງ​ແທ້​ຈິງ. ນັບ​ແຕ່​ມື້​ເປີດ​ເປັນຕົ້ນ​ໄປ, ກອງ​ປະຊຸມ​ກຳມາ​ທິ​ການ​ຕ່າງໆ​ຂອງ​ໄອ​ປາ ຄື: ກອງ​ປະຊຸມ​ຄະນະ​ສະມາຊິກ​ລັດ​ຖະ​ສະພາ​ເພດ​ຍິງ, ສະມາຊິກ​ລັດ​ຖະ​ສະພາ​ໜຸ່ມ, ກຳມາ​ທິ​ການ​ການເມືອງ, ກຳມາ​ທິ​ການ​ເສດຖະກິດ, ກຳມາ​ທິ​ການ​ສັງຄົມ ແລະ ກຳມາ​ທິ​ການ​ວຽກ​ງານ​ພາຍ​ໃນຂອງ​ໄອ​ປາ ຈະ​ໄດ້​ດຳເນີນ​ຕາມ​ວາລະ​ຂອງກອງ ​ປະຊຸມ​ໃຫຍ່​ສະມັດຊາ​ລັດ​ຖະ​ສະພາ​ລະຫວ່າງ​ຊາດ​ອາ​ຊຽນ, ເຊິ່ງ​ກອງ​ປະຊຸມ​ຈະ​ໄດ້​ຄົ້ນຄວ້າ, ປຶກສາ​ຫາລື ແລະ ພິຈາລະນາ​ຮັບ ຮອງ​ເອົາ​ຮ່າງ​ມະຕິ​ຕາມ​ຂົງເຂດ​ວຽກ​ງານ​ຕ່າງໆ​ເຫຼົ່ານັ້ນ ຈຳນວນ 34 ສະບັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ