ກອງຮ້ອຍທະຫານຊາຍແດນ 241 ກັບການປະຕິບັດໜ້າທີ່ການເມືອງຂອງກົມກອງ
ເວລາອອກຂ່າວ: 2022-11-24 09:06:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:
ກອງຮ້ອຍທະຫານຊາຍແດນ 241 ກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ມີພາລະບົດບາດສຳຄັນໃນການປ້ອງກັນຊາຍແດນທາງນ້ຳ ຕາມການມອບໝາຍຈາກຂັ້ນເທິງ, ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກອງຮ້ອຍ ໄດ້ຍົກສູງຄວາມຮັບຜິດຊອບໃນການຊີ້ນຳ-ນຳພາພະນັກງານ-ນັກຮົບປະຕິບັດໜ້າທີ່ການເມືອງຂອງກົມກອງ, ພ້ອມທັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ແລະ ປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ສະຫາຍ ພັນຕີ ບົວໄລ ໃບ ສະແຫວງ ຫົວໜ້າການເມືອງກອງຮ້ອຍ 241 ໄດ້ໃຫ້ຮູ້: ຕະ ຫຼອດໄລຍະຜ່ານມາ, ຄະນະພັກ- ຄະນະບັນຊາກົມກອງ ຈຶ່ງໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນປົກກ ະຕິ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ພ້ອມ ກັນເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງຕາມການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້, ໃນນີ້, ຂົງເຂດວຽກງານເຮັດໃຫ້ສະ ພາບມີຄວາມສະຫງົບ: ໄດ້ຈັດຕັ້ງກຳລັງປະຈຳການກຽມ ພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ປະກອບມີຄະນະປະຈຳການ, ປະ ຈຳການສູ້ຮົບ, ສິດປະຈຳການ, ກຳລັງປະຈຳການ ແລະ ພາຫະ ນະປະຈຳການຄົບຊຸດ, ຈັດຕັ້ງກຳລັງປ້ອງກັນເວນຍາມຂອບເຂດຄ້າຍຄູຕະຫຼອດ 24 ຊົ່ວໂມງ, ອອກກວດກາລາດຕະເວນຕາມຂອບເຂດກົມກອງຮັບຜິດຊອບທຸກວັນ, ຈັດຕັ້ງກຳລັງປ້ອງກັນຊາຍແດນໂດຍໄດ້ແບ່ງອອກເປັນ 6 ຈຸດນຳໃຊ້ກຳລັງປ້ອງກັນທັງໝົດ 19 ສະຫາຍ, ຈັດຕັ້ງກຳລັງປ້ອງກັນບໍລິສັດພຶດສະພາໃນການລະເບີດຫີນ 1 ຈຸດນຳໃຊ້ກຳລັງ 5 ສະຫາຍ, ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້ ໄດ້ປະສານສົມທົບກັບ ປກສ ກຸ່ມບ້ານ ສຶກສາອົບຮົມປະຊາຊົນຈຳນວນໜຶ່ງ ທີ່ລັກລອບຂ້າມຊາຍແດນໂດຍບໍ່ຖືກຕ້ອງຕາມກົດໝາຍຈຳນວນ 5 ຄັ້ງ, ຢຶດເຄື່ອງຫຼີກພາສີທີ່ລັກລອບຂ້າມຊາຍແດນແມ່ນ້ຳຂອງຈຳນວນ 10 ຄັ້ງ, ຍຶດເຄື່ອງຫາປາຕາມລຳແມ່ນ້ຳຂອງແບບຜິດກົດໝາຍເປັນປະເພດໝໍ້ຊ໋ອດປາ 8 ໝາຍ ແລະ ໄດ້ຈັດຕັ້ງສຶກສາອົບຮົມຜູ້ກະທຳຜິດ, ພ້ອມທັງ ມອບໃຫ້ພາກສ່ວນກ່ຽວຂ້ອງດຳເນີນຄະດີຕາມລະບຽບກົດໝາຍ. ໄປພ້ອມກັນນັ້ນ, ກໍໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢູ່ບັນດາບ້ານຂອບເຂດກົມກອງຮັບຜິດຊອບ, ສົມທົບກັບອຳນາດການປົກຄອງບ້ານ ພ້ອມກັນເຄື່ອນໄຫວຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເຊິ່ງໄດ້ເຮັດໃຫ້ ສະພາບຂອບເຂດກົມກອງຮັບ ຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ.
ນອກຈາກນີ້, ຄະນະພັກ-ຄະ ນະບັນຊາກົມກອງ ຍັງໄດ້ເອົາ ໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີ ຄວາມໜັກແໜ້ນທາງດ້ານການ ເມືອງ, ເຂັ້ມແຂງທາງດ້ານການ ຈັດຕັ້ງ, ສຸມໃສ່ອົບຮົມ-ຫັດແອບຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການເມືອງ, ມີຄວາມຊຳນານຄ່ອງແຄ້ວດ້ານສິລະປະ ຍຸດ-ຍຸດທະວິທີ ແລະ ວິຊາສະ ເພາະຂອງເຫຼົ່າຮົບ ເພື່ອຮັບປະ ກັນເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງໃນສະເພາະໜ້າ ແລະ ຍາວນານ. ໄປພ້ອມກັນນັ້ນ, ກໍໄດ້ປັບປຸງລະບຽບແບບແຜນ ພາຍໃນກົມກອງໃຫ້ມີຄວາມຮັດ ກຸມກວ່າເກົ່າ, ຊຸກຍູ້ພະ ນັກງານ-ນັກຮົບຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ເພື່ອຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນທັນສະ ໄໝເທື່ອລະກ້າວ.
ດ້ານວຽກງານຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ, ຄະນະພັກ-ຄະນະບັນຊາກົມກອງໄດ້ເອົາໃຈໃສ່ຄຸ້ມຄອງລ້ຽງດູທັບ, ຮັບປະກັນລະບົບອັດ ຕາກິນ, ເຄື່ອງນຸ່ງຫົ່ມຕາມລະ ບອບອັດຕາທີ່ຂັ້ນເທິງກຳນົດໃຫ້, ພະນັກງານ-ນັກຮົບໄດ້ກິນເຂົ້າມື້ໜຶ່ງ 3 ຄາບເປັນປົກກະຕິ, ຊີ້ນຳວິຊາສະເພາະການເງິນໃນການຄຸ້ມຄອງ ລາຍຮັບ-ລາຍຈ່າຍ ຖືກຕ້ອງຕາມລະບົບ ພ້ອມທັງສະ ຫຼຸບລາຍງານຢ່າງເປັນປົກກະຕິ, ພ້ອມກັນນັ້ນ, ກໍໄດ້ປຸກລະດົມຊຸກ ຍູ້ພະນັກງານ-ນັກຮົບ ປູກຝັງ-ລ້ຽງສັດຕາມເງື່ອນໄຂຕົວຈິງ, ໃນນີ້, ກົມກອງມີເນື້ອທີ່ທຳການຜະລິດທັງໝົດ 7 ໄລ່, ໄລຍະ 6 ເດືອນຕົ້ນປີນີ້ ສາມາດປູກພືດຜັກຊະນິດຕ່າງໆ ຕາມລະດູການສະໜອງເຂົ້າເຮືອນຄົວລວມ ແລະ ຂາຍສົ່ງອອກທາງນອກໄດ້ 7.570 ກິໂລກຣາມ, ລ້ຽງແບ້ 8 ໂຕ, ລ້ຽງສັດປີກ 456 ໂຕ, ຂາຍອອກແລ້ວ220 ກິໂລ ກຣາມ, ປ່ອຍປາລ້ຽງເພີ່ມຕື່ມ 6.800 ໂຕ ແລະ ລ້ຽງກົບ 11.200 ໂຕ, ສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ແລະ ການບໍລິການຕ່າງໆໄດ້ທັງໝົດ 74.110.000 ກີບ ທຽບໃສ່ແຜນການແມ່ນປະຕິບັດໄດ້ຕາມຄາດໝາຍທີ່ກົມກອງວາງ ໄວ້, ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ ເປັນຕົ້ນແມ່ນໄດ້ເຮັດຮົ້ວອ້ອມຄ້າຍ, ກໍ່ສ້າງເຮືອນຄົວ, ເຮືອນແຕ່ງກິນ ແລະ ກໍ່ສ້າງສາງເກັບມ້ຽນອາວຸດໃຫ້ມີຄວາມແໜ້ນໜາຖາວອນເທື່ອລະກ້າວ, ພ້ອມທັງກວດກາຄຸ້ມຄອງສິ່ງປຸກສ້າງຂອງກົມກອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ ເພື່ອຮັບປະກັນການນຳໃຊ້ໄດ້ຍາວນານ.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ