ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ແຂວງ​ວຽງ​ຈັນ ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2022-11-25 08:45:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ວັນ​ທີ 23 ພະຈິກ 2022, ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນໃຫ້​ພະນັກງານທີ່​ພັກ​ການ​​ຮັບ​ບຳນານ, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ເອກ ສົມ​ພັນ ເຮືອງ​ພະຈັນ ຫົວໜ້າ​ຫ້ອງການເມືອງ ກອງ​ບັນຊາການ​ທະຫານ​ແຂວງ​ວຽງ​ຈັນ, ມີຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ​ການທີ່​ພັກ​ການ​ຮັບ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສີ​ວັນ​ທອງ ວໍລະ​ຈິດ ຫົວໜ້າ​ພະ​ແນກ​ພະນັກ ງານ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະ ຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ ພັກ​ການ​ຮັບ​ບຳນານ, ໂດຍ​ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງ ທັບ​ປະຊາຊົນ​ລາວ. ໃນ​ນີ້, ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ມີ 5 ສະຫາຍ​ຄື: ສະຫາຍ ພັນ​ໂທ ດາລາ​ວັນ ສີ​ຫາ​ລາດ, ສະຫາຍ ພັນ​ໂທ ສຳລີ ຜາ​ບຸດ, ສະຫາຍ ພັນ​ໂທ ພອນ​ຈັນ ແສງ​ຄຳ​ມີ, ສະຫາຍ ພັນ​ໂທ ຄູນ​ແກ້ວ ເພັດ​ລັງສີ ແລະ ສະຫາຍ ພັນ​ຕີ ຄຳ​ສຸກ ວົງ​ສັກ ລວມ​ເປັນ​ຈຳນວນ​ເງິນ​ທັງ​ໝົດ 90.135.000 ກີບ. ໂດຍ: ຈັນທະ​ຈອນ ສີສະ​ເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ