ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດ​ຊຸດ​ເຝິກອົບຮົມ​ກວດ​ສອບ​ເລຂາ, ຮອງ​ເລຂາ​ຮາກ​ຖານ​ພັກ ທົ່ວອົງການ ກມທ
ເວລາອອກຂ່າວ: 2022-11-25 08:46:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 469 | ຄວາມນິຍົມ:



ວັນ​ທີ 24 ພະຈິກ 2022 ນີ້, ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຈັດ​ພິທີ​ປິດ​ຊຸດ​ເຝິກອົບຮົມ​ວຽກ​ງານ​ກວດ​ສອບ​ເລຂາ, ຮອງ​ເລຂາ​ຮາກ​ຖານ​ພັກ ຄັ້ງ​ທີ III, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ແສງ​ມະນີ​ວອນ ຄຳ​ມະນີ ກຳມະການ​ຄະນະ​ພັກ​ກະຊວງ ຫົວໜ້າ​ກົມ​ຈັດ​ຕັ້ງ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ພົວ​ຈັດຕະວາ ບຸນ​ເຫຼືອ ໄຊ​ຍະ​ເພັນ ກຳມະການ​ຄະນະ​ພັກ​ກົມ​ໃຫຍ່ ຫົວໜ້າ​ຫ້ອງ​ການເມືອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ຮັບຜິດຊອບ​ ຕະຫຼອດ​ຮອດ​ບັນດາ​ສະຫາຍ​ເລຂາ, ຮອງ​ເລຂາ, ກຳມະການ​ຄະນະ​ພັກ​ຮາກ​ຖານ ແລະ ໜ່ວຍ​ພັກ​ທີ່​ຂຶ້ນ​ກັບເຂົ້າ​ຮ່ວມ. ສະຫາຍ ພົວ​ຈັດຕະວາ ບຸນ​ເຫຼືອ ໄຊ​ຍະ​ເພັນ ໄດ້​ຂຶ້ນ​ຜ່ານ​ສະຫຼຸບ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຂອງ​ການ​ເຝິກອົບຮົມ​ວຽກ​ງານ​ກວດ​ສອບ​ເລຂາ, ຮອງ​ເລຂາຮາກ​ຖານ​ພັກ ທົ່ວ​ຄະນະ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ ຄັ້ງ​ທີ III. ຜ່ານ​ການ​ເຝິກອົບຮົມ ມາ​ເປັນ​ໄລຍະ​ເວລາ 10 ວັນ, ເຫັນ​ວ່າ​ນັກ​ກວດ​ສອບ​ມີ​ຄວາມ​ພະຍາຍາມ​ບຸກ​ບືນ, ມີ​ຄວາມ​ຕັດສິນ​ໃຈ​ສູງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ເສີມ​ຂະຫຍາຍ​ສະຕິ​ປັນຍາ​ເຊື່ອ​ໝັ້ນ​​​ຕົນ​ເອງ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ຄົ້ນ​ຄວ້າ​ຮ່ຳຮຽນ, ກຳ​ແໜ້ນ​ດ້ານ​ທິດ​ສະ​ດີ​ຫຼັກການ, ພຶດຕິ​ກຳ​ຕົວ​ຈິງ, ພາລະ​ບົດບາດ, ໜ້າທີ່​ຄວາມ​ຮັບຜິດຊອບຂອງ​ເລຂາ, ຮອງ​ເລຂາຮາກ​ຖານ​ພັກ ເພື່ອ​ນຳໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ, ພ້ອມ​ທັງ​ປັບປຸງ​ທັດສະນະ​ຫຼັກ​ໝັ້ນ​ຄຸນ​ສົມ​ບົດ​ສິນ​ທຳ​ປະຕິວັດ​ຂອງ​ຜູ້​ເປັນ​ເລຂາ, ຮອງ​ເລຂາກຳມະການ​ພັກ ໃຫ້​ມີ​ຄວາມເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ ແລະ ຕັ້ງໜ້າ​ປັບປຸງໜ່ວຍ​ພັກ​ຂອງ​ຕົນໃຫ້​ມີ​ຄວາມປອດ​ໃສ ເຂັ້ມແຂງ ໜັກແໜ້ນ ແລະ ເຂັ້ມແຂງ​ໃນ​ທຸກ​ດ້ານ. ຜ່ານ​ການ​ກວດ​ສອບ​ຕົວ​ຈິງ ສາມາດ​ຕີ​ລາຄາ​ດ້ານ​ຄຸນ​ນະ​ພາບ ແລະ ຈັດ​ແບ່ງ​ປະເພດ​ຜົນ​ໄດ້​ຮັບ​ຂອງ​ນັກ​ກວດ​ສອບ​ຄື: ປະເພດ​ເກັ່ງ: ຄະແນນ: 9-9,25 ມີ 19 ສະຫາຍ ກວມ​ເອົາ 24,05%, ປະເພດ​ແຂງ ຄະແນນ 7-8,9 ມີ 54 ສະຫາຍ ກວມ​ເອົາ 68,35 % ແລະ ປະເພດ​ກາງ ຄະແນນ 6-7,9 ມີ 6 ສະຫາຍ ກວມ​ເອົາ 7,60%. ຈາກ​ນັ້ນ, ກໍ​ໄດ້​ຈັດ​ຕັ້ງ​ມອບ​ໃບຢັ້ງຢືນ​ໃຫ້​ບັນດາ​ສະຫາຍທີ່​ໄດ້​ຮັບ​ການ​ເຝິກອົບຮົມ​ກວດ​ສອບ​ໃນ​ຄັ້ງ​ນີ້​ຢ່າງ​ສົມກຽດ, ໂດຍ​ການ​ມອບ​ຂອງ ສະຫາຍ ພົນ​ຈັດຕະວາ ແສງ​ມະນີ​ວອນ ຄຳ​ມະນີ ຫົວໜ້າ​ກົມ​ຈັດ​ຕັ້ງ​ພັກ​ກົມ​ໃຫຍ່​ການເມືອງ​ກອງທັບ. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ແສງ​ມະນີ​ວອນ ຄຳ​ມະນີ ໄດ້​ເນັ້ນ​ໜັກ​ໃຫ້​ບັນດາ​ສະຫາຍທີ່​ໄດ້​ຮັບ​ການ​ເຝິກອົບຮົມ​ກວດ​ ສອບ​ໃນ​ຄັ້ງ​ນີ້, ຈົ່ງ​ສືບຕໍ່​ຄົ້ນ​ຄວ້າ ກຳ​ແໜ້ນ, ເຊື່ອມ​ຊຶມ, ບັນດາ​ນິຕິ​ ກຳ​ຂອງ​ພັກ, ໜ້າທີ່, ຂອບ​ເຂດ, ສິດ, ຂອງ​ເລຂາ, ຮອງ​ເລຂາ, ກຳມະການເພື່ອ​ເຄື່ອນ​ໄຫວ​ໃນ​ດ້ານ​ວຽກ​ງານ​ກໍ່ ສ້າງ​ພັກ ໃຫ້​ຖືກ​ກັບ​ແນວທາງ​ຂອງ​ພັກ ແລະ ກົດ​ລະບຽບ​ຂອງ​ພັກ, ພ້ອມ​ນີ້​ ບັນດາ​ຄະນະ​ພັກ, ໜ່ວຍ​ພັກ, ຖັນ​ແຖວ​ເລຂາ, ຮອງ​ເລຂາຮາກ​ຖານ​ພັກ, ຕ້ອງ​ເປັນ​ຫຼັກ​ແຫຼ່ງ​ໃນ​ການ​ນຳພາ​ຊວນ​ເຊື່ອ, ປຸກລະດົມ​ທົ່ວ​ກົມ​ກອງ, ໜ່ວຍ​ພັກ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ພ້ອມ​ກັນ​ຖື​ໜ່ວຍ​ພັກ​ເປັນ​ບ່ອນ​ຮ່ວມ​ຊີວິດຂອງ​ພະນັກງານ​ນຳພາ-ບັນຊາ, ດັ່ງນັ້ນ, ຈຶ່ງ​ເວົ້າ​ໄດ້​ວ່າ ໜ່ວຍ​ພັກ ຫຼື ຮາກ​ຖານ​ພັກ​ມີ​ບົດບາດ​ສຳຄັນ ເປັນ​ອົງການ​ສູງ​ສຸດ, ໃນ​ກົມ​ກອງ​ນັ້ນ. ສະນັ້ນ, ຈົ່ງ​ພ້ອມ​ກັນ​ຮັກສາ ແລະ ເສີມ​ຂະ ຫຍາຍ​ມູນເຊື້ອ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາພາຍ​ໃນ​ພັກ, ມີ​ແບບແຜນ​ນຳພາ, ບົນ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ພາຍ​ໃນ​ພັກ, ປະຕິບັດ​ລະບອບ​ການ​ກວດກາ, ຕິດຕາມ​ຊຸກຍູ້, ສະຫຼຸບ​ຖອດ​ຖອນ​ບົດຮຽນ, ສ່ອງ​ແສງ​ລາຍ​ງານ​ຢ່າງ​ຕໍ່​ເນື່ອງ, ເຮັດ​ໄດ້​ແນວ​ນັ້ນ, ຈຶ່ງ​ເຮັດ​ໃຫ້​ພັກ​ເຮົາ​ມີ​ຄວາມ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ. ພາຍຫຼັງ​ບັນດາ​ສະຫາຍ​ກັບ​ຄືນ​ກົມ​ກອງ, ຈົ່ງ​ນຳ​ເອົາ​ເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ເຝິກອົບຮົມ, ນຳໄປ​ສະເໜີ​ຄະນະ​ພັກ​ຂອງ​ຕົນ​ເພື່ອ​ພ້ອມ​ກັນ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ດ້ວຍ​ການ​ຈັດ​ກິດຈະກຳ​ເຄື່ອນ​ໄຫວ​ດຳເນີນ​ຊີວິດ​ພັກ, ເພື່ອ​ເຮັດ​ໃຫ້​ກົມ​ກອງ​ມີ​ການ​ຫັນປ່ຽນ​ໃໝ່ ແລະ ກ້າວໜ້າ​ຂຶ້ນ​ເລື້ອຍໆ. ໂດຍ: ເພັດ ສົມ​ນໍ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ