ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ຮ້ອຍ​​ທະຫານ​ຊາຍ​ແດນ 522 ແຮກສ່ຽວ ກັບ 3 ບ້ານ ​ຂອງ​ເມືອງ​ໂພນ​ທອງ ແຂວງ​ຈຳປາ​ສັກ
ເວລາອອກຂ່າວ: 2022-11-25 08:51:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ:



ພິທີ​ແຮກ​ສຽ່ວ ລະ​ຫວ່ງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 522 ກັບ ອຳນາດ​ການ​ປົກຄອງ ບ້ານ​ໃຫຍ່​ເວີນ​ໄຊ, ບ້ານ​ໃຫຍ່​ໜອງ​ໄຮ​ທ່າ ແລະ ບ້ານ ຄັນ​ຍາງ ໄດ້​ຈັດ​ຂຶ້ນ ໃນ​ວັນ​ທີ 18 ພະຈິກ 2022 ນີ້. ຢູ່​ທີ່​ສະໂມສອນ​ຂອງ​ໂຮງຮຽນ​ບ້ານ​ໃຫຍ່​ເວີນ​ໄຊ ເມືອງ​ໂພນ​ທອງ ແຂວງ​ຈຳປາ​ສັກ. ໂດຍ​​ໃຫ້​ກຽດ​​ເປັນ​ປະທານຂອງ ສະຫາຍ ພັນ​ເອກ ສີ​ໄຄ ທີບ​ພະ​ຈັກ ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ການເມືອງ​ທະຫານແຂວງ​ຈຳປາ​ສັກ, ມີ ສະຫາຍ ບົວ​ສີ ສີ​ຫາ​ວົງ ຄະນະ​ປະຈຳ​ພັກ​ເມືອງ ປະທານ​ແນວ​ລາວ​ສ້າງ​ຊາດ​ເມືອງ ຜູ້​ຊີ້​ນຳ​ວຽກ​ງານ​ຮອບດ້ານ ກຸ່ມ 8 ບ້ານ​ເວີນ​ໄຊ ເມືອງ​ໂພນ​ທອງ ແຂວງ​ຈຳປາ​ສັກ, ມີຄະນະກອງ​ບັນຊາ​ການ​ທະຫານ​ເມືອງ, ກອງ ພັນ, ກອງຮ້ອຍ​ທະຫານ​ຊາຍ​ແດນ, ອຳນາດ​ການ​ປົກຄອງ​ບ້ານພ້ອມ​ດ້ວຍ​ປະຊາຊົນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສາລີ ພະ​ລັກ​ສາ ຫົວໜ້າ​ພະ​ແນກ​ກໍ່ສ້າງ​ຮາກ​ຖານ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ແລະ ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າເມືອງ​ໂພນ​ທອງ ວ່າ​ດ້ວຍ​ການ​ອະນຸມັດ​ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 522 ແຮກສ່ຽວ​ກັບ ບ້ານ​ໃຫຍ່​ເວີນ​ໄຊ, ບ້ານ​ໃຫຍ່​ໜອງ​ໄຮ​ທ່າ, ບ້ານ​ຄັນ​ຍາງ. ຈາກ​ນັ້ນ, ໄດ້​ພ້ອມ​ລົງ​ລາຍ​ເຊັນບົດ​ບັນທຶກ​ຢ່າງ​ເປັນ​ທາງ​ການ. ຈຸດປະສົງ​ການ​ແຮກສ່ຽວ​ແມ່ນເປັນການ​ສືບຕໍ່​ປະຕິບັດຍຸດ​ທະ​ສາດການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານການເມືອງ, ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປ່ວງ​ຊົນ​ຮອບດ້ານ, ສ້າງ​ບ້ານ​ປ້ອມ​ໝັ້ນ ກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລຽນ, ສືບຕໍ່​ສ້າງ​ ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ສືບຕໍ່​ນຳ​ເອົາ​ແນວທາງ​, ມະຕິ​, ຄຳ​ສັ່ງ​ຂອງ​ພັກ-ລັດ, ຂໍ້​ກຳນົດ,​ລະບຽບ​ກົດໝາຍ​ຕ່າງໆ ​ເຜີຍແຜ່​ໃຫ້ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ຕໍ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ກັນ​ຮ່ວມ​ມື​ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ, ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ການ​ສ້າງສາ​ພັດທະນາ​ກຸ່ມ​ບ້ານ​ໃຫ້​ມີ​ຄວາມ​ສະດວກ ໂດຍ​ຖື​ເອົາ​ວຽກ​ງານ 3 ສ້າງ​ຢ່າງ​ແທ້​ຈິງ. ໂດຍ: ດາ​ວົງ ບຸດ​ຕະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ