ກອງຮ້ອຍທະຫານຊາຍແດນ 522 ແຮກສ່ຽວ ກັບ 3 ບ້ານ ຂອງເມືອງໂພນທອງ ແຂວງຈຳປາສັກ
ເວລາອອກຂ່າວ: 2022-11-25 08:51:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 160 | ຄວາມນິຍົມ:
ພິທີແຮກສຽ່ວ ລະຫວ່ງກອງຮ້ອຍທະຫານຊາຍແດນ 522 ກັບ ອຳນາດການປົກຄອງ ບ້ານໃຫຍ່ເວີນໄຊ, ບ້ານໃຫຍ່ໜອງໄຮທ່າ ແລະ ບ້ານ ຄັນຍາງ ໄດ້ຈັດຂຶ້ນ ໃນວັນທີ 18 ພະຈິກ 2022 ນີ້. ຢູ່ທີ່ສະໂມສອນຂອງໂຮງຮຽນບ້ານໃຫຍ່ເວີນໄຊ ເມືອງໂພນທອງ ແຂວງຈຳປາສັກ. ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນເອກ ສີໄຄ ທີບພະຈັກ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງທະຫານແຂວງຈຳປາສັກ, ມີ ສະຫາຍ ບົວສີ ສີຫາວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນຳວຽກງານຮອບດ້ານ ກຸ່ມ 8 ບ້ານເວີນໄຊ ເມືອງໂພນທອງ ແຂວງຈຳປາສັກ, ມີຄະນະກອງບັນຊາການທະຫານເມືອງ, ກອງ
ພັນ, ກອງຮ້ອຍທະຫານຊາຍແດນ, ອຳນາດການປົກຄອງບ້ານພ້ອມດ້ວຍປະຊາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ສາລີ ພະລັກສາ ຫົວໜ້າພະແນກກໍ່ສ້າງຮາກຖານທະຫານແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຈຳປາສັກ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໂພນທອງ ວ່າດ້ວຍການອະນຸມັດໃຫ້ກອງຮ້ອຍທະຫານຊາຍແດນ 522 ແຮກສ່ຽວກັບ ບ້ານໃຫຍ່ເວີນໄຊ, ບ້ານໃຫຍ່ໜອງໄຮທ່າ, ບ້ານຄັນຍາງ. ຈາກນັ້ນ, ໄດ້ພ້ອມລົງລາຍເຊັນບົດບັນທຶກຢ່າງເປັນທາງການ.
ຈຸດປະສົງການແຮກສ່ຽວແມ່ນເປັນການສືບຕໍ່ປະຕິບັດຍຸດທະສາດການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປ່ວງຊົນຮອບດ້ານ, ສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ, ສືບຕໍ່ສ້າງ
ຄອບຄົວ ແລະ ບ້ານປ້ອງກັນຊາດໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ນຳເອົາແນວທາງ, ມະຕິ, ຄຳສັ່ງຂອງພັກ-ລັດ, ຂໍ້ກຳນົດ,ລະບຽບກົດໝາຍຕ່າງໆ ເຜີຍແຜ່ໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມກັນຮ່ວມມືສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີຄວາມສະຫງົບປອດໄພ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການສ້າງສາພັດທະນາກຸ່ມບ້ານໃຫ້ມີຄວາມສະດວກ ໂດຍຖືເອົາວຽກງານ 3 ສ້າງຢ່າງແທ້ຈິງ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ