ຄະນະພັກຮາກຖານຫ້ອງການ ທະຫານແຂວງສາລະວັນ ເປີດກອງປະຊຸມກາງ ສະໄໝທີ I
ເວລາອອກຂ່າວ: 2022-11-25 08:52:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:
ວັນທີ 11 ພະຈິກ 2022 ນີ້, ຄະນະພັກຮາກຖານຫ້ອງການ ທະຫານແຂວງສາລະວັນ ເປີດກອງປະຊຸມກາງສະໄໝທີ I ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວີໄລ ພີມມະວົງ ເລຂາຄະນະພັກຮາກຖານຫົວໜ້າຫ້ອງການ ທະຫານແຂວງ ແລະ ສະຫາຍພັນເອກ ສຳລີ ແກ້ວວົງສອງ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາຜົນການຊີ້ນຳນຳພາຄະນະພັກໃນໄລຍະຜ່ານມາ ມີຜົນສຳເລັດຢ່າງຕັ້ງໜ້າ ເປັນຕົ້ນແມ່ນການນຳພາໃນຂົງເຂດວຽກພັກ-ວຽກງານການ
ເມືອງ, ຕີລາການນຳພາຂອງຄະນະພັກ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບເປັນໜ່ວຍພັກແຂງ ແລະ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕໍ່ເນື່ອງ, ຕີລາຄາບຸກຄົນສະມາຊິກພັກແຂງ 98% ແລະ ຍົກໃຫ້ເຫັນເຖິງບົດ
ບາດການນຳພາໃນການເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບທົ່ວກົມກອງມີຄວາມສະຫງົບໂດຍພື້ນຖານ, ວຽກງານປັບປຸງກໍ່ສ້າງກຳລັງເປັນອີກວຽກງານໜຶ່ງ ທີ່ມີຜົນສຳເລັດຢ່າງຕັ້ງໜ້າເປັນຕົ້ນການປັບປຸງຢ່າງຕໍ່ເນື່ອງ ແລະ ວຽກງານຮັບປະກັນພະລາທິການ ໄດ້ເຄື່ອນໄຫວຕາມແຜນການທີ່ວາງໄວ້ຢ່າງຕັ້ງໜ້າ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໂດຍ:ພອນມະນີ ລັດສະໝີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ