ຮອງຜູ້ບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະ ອວຍພອນ ຄະນະນຳກອງພົນທີ 5
ເວລາອອກຂ່າວ: 2022-11-25 08:54:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 548 | ຄວາມນິຍົມ:
ໃນວັນທີ 23 ພະຈິກ 2022 ນີ້, ສະຫາຍ ພົນຈັດຕະວາ ເຮືອ ວັນເຕືອງ ຮອງຜູ້ບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ອວຍພອນຄະນະນຳ ກອງພົນທີ 5 ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ. ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ຫົວໜ້າການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນ
ຊາ ອົງການ 5 ຫ້ອງພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 5 ໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຮັບ
ຜິດຊອບຂອງກົມກອງໃນໄລຍະຜ່ານມາ ເປັນຕົ້ນແມ່ນເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ, ພະນັກງານ-ນັກຮົບ ມີຄວາມອຸ່ນ
ອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ສ້າງໃຫ້ກົມກອງມີການພັດທະນາເປັນກ້າວໆ. ພ້ອມນັ້ນ, ສະຫາຍ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ລະຫວ່າງ ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາຊົນລາວ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານທີ່ທັງສອງຝ່າຍ ໄດ້ພ້ອມກັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ.
ສະຫາຍ ພົນຈັດຕະວາ ເຮືອ ວັນເຕືອງ ໄດ້ສະແດງຄວາມຂອບໃຈຕໍ່ ຄະນະພັກ-ຄະນະບັນຊາກອງພົນທີ 5 ທີ່ໃຫ້ການຕ້ອນຮັບ ດ້ວຍຄວາມອົບອຸ່ນ. ຈາກນັ້ນ, ສະຫາຍ ຍັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສັບສົນ ລວມທັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແຕ່ເຖິງຢ່າງໃດກໍຕາມຕໍ່ສະພາບການດັ່ງກ່າວ ສອງພັກ, ສອງລັດສອງຊາດລາວ-ຫວຽດນາມ ຫວຽດນາມ-ລາວຍັງສືບຕໍ່ເພີ່ມທະວີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ ແລະ ເນື່ອງໃນໂອກາດວັນຊາດ 2 ທັນວາ ຄົບຮອບ 47 ປີທີ່ຈະໜູນວຽນມາເຖິງ ສະຫາຍ ໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນໄຊ ມາຍັງຄະນະພັກ-ຄະນະບັນຊາກອງພົນທີ 5 ຕະຫຼອດຮອດພະນັກງານ-ນັກຮົບ, ພະນັກງານອາວຸໂສບຳນານ ຈົ່ງ
ມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ ສືບຕໍ່ຮັດແໜ້ນຄວາມສາມັກຄີ ລະຫວ່າງສອງພັກ, ສອງລັດ, ສອງກອງ ທັງເວົ້າລວມ ເວົ້າສະເພາະກໍຄືກອງບັນຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ ກັບ ກອງພົນທີ 5 ກອງທັບປະຊາຊົນລາວ ໃຫ້ໝັ້ນຄົງ ທະນົງແກ່ນຕະຫຼອດໄປ. ໂອກາດດັ່ງກ່າວ, ສະຫາຍຍັງໄດ້ມອບເງິນຈຳນວນ 1 ຕື້ດົງ (ສະກຸນເງິນຫວຽດນາມ) ໃຫ້ກອງພົນທີ 5 ເພື່ອນຳໃຊ້ເຂົ້າໃນວຽກງານຂອງກົມກອງ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ