ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮັບປະກັນ​ຄຸ້ມ​ຄອງ​ທັບ-ລ້ຽງ​ດູ​ທັບ​ໃນ​ລະດັບ​ທີ່​ແນ່ນອນ
ເວລາອອກຂ່າວ: 2022-11-28 09:40:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ວຽກ​ງານ​ພະລາທິການ​ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ​ເປັນ​ເສນາ​ທິ​ການ​ໃຫ້​ແກ່​ກົມ​ກອງ​ໃນ​ການ​ຮັບປະກັນ​ທາງ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ ບໍ່​ວ່າການ​ກິນ​ຢູ່, ການນຸ່ງ ​ຫົ່ມ, ຮັບປະກັນ​ເງິນເດືອນ, ເງິນ​ ກິນ, ວຽກ​ງານ​ເສນາ​ຮັກ, ວຽກ​ ງານ​ກໍ່ສ້າງ​ເຄຫະສະຖານ, ວຽກ ​ງານ​ນໍ້າມັນເຊື້ອ​ໄຟ ລວມ​ໄປເຖິງການ ​ປັບປຸງ​ກໍ່ສ້າງ​ພັດທະນາ​ກົມ​ກອງ ​ໃຫ້​ແໜ້ນໜາ​ຖາວອນ ເປັນ​ລະບົບ​ລະບຽບ​ຮຽບ​ຮ້ອຍ ແລະ ການ​ສ້າງ​ເສດຖະກິດ​ແກ້​ໄຂຊີວິດການ​ ເປັນ​ຢູ່​ດ້ວຍ​ການ​ເພີ່ມ​ພູນ​ຜະລິດ ຜົນ​ປູກຝັງ-ລ້ຽງສັດ, ເບິ່ງແຍງ​ຮັກສາ​ສຸຂະພາບ​ຂອງ ນາຍ ແລະ ພົນທະຫານ​ ທັງ​ໝົດ​ເຫຼົ່ານັ້ນ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ກຽມພ້ອມ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້​ມີ​ຜົນສຳເລັດ​ເປັນ​ຢ່າງ​ດີ. ໃນນີ້ ເວົ້າສະເພາະ​ຢູ່​ໂຮງງານ​ຜະລິດ-ປະກອບ ແລະ ສ້ອມແປງ​ອຸປະ ກອນ​ສື່ສານ 209, ຄະນະ​ພັກ-ຄະນະ​ອຳນວຍການ​ໄດ້​ສຸມ​ໃສ່​ເຮັດ​ວຽກ​ງານ​ຮັບປະກັນ​ດ້ານ​ພະລາທິການ​ກັບ​ທີ່ ເຊິ່ງ​ແມ່ນ​ຄວາມ​ຈຳເປັນ​ຕົ້ນຕໍ​ໃຫ້​ແກ່​ການ​ລ້ຽງ​ດູ​ກຳລັງ ແລະ ເພື່ອ​ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄ້າຍ​ຄູ​ໃຫ້​ມີ​ຄວາມ​ແໜ້ນໜາ​ຖາວອນ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ນັບ​ມື້​ດີ​ ຂຶ້ນຕາມ​ທິດ: ເພິ່ງ​ຕົນ​ເອງ, ກຸ້ມ ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ ແຂງ​ດ້ວຍ​ຕົນ​ເອງ. ສະຫາຍ ພັນ​ຕີ ສອນ​ໄຊ ດວງ​ພະຈັນ ຫົວໜ້າ​ພະ​ແນກ​ພະລາທິການ ໂຮງງານ​ຜະລິດ- ປະກອບ ແລະ ສ້ອມແປງ​ອຸປະ ກອນ​ສື່ສານ 209 ໃຫ້​ຮູ້​ວ່າ: ໂດຍ​ປະຕິບັດ​ຕາມ​ທິດ​ນຳ: ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຂອງ​ກົມ​ໃຫຍ່​ພະລາທິການກອງ ທັບ​ວາງ​ອອກ​ນັ້ນ, ໄລຍະຜ່ານ​ ມາ​ກໍ​ຄື​ປັດຈຸບັນຄະນະ​ພັກ-ຄະ ນະ​ອຳນວຍກາຍ, ພະນັກງານ​ວິຊາ ​ສະເພາະທີ່ກ່ຽວຂ້ອງໄດ້ເອົາ ໃຈໃສ່​ຊີ້​ນຳ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມກອງ​ປະຕິບັດ​ວຽກ ງານຮັບປະກັນ​ພະລາທິການ​ກັບທີ່ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງພະນັກງານ-ນັກຮົບ​ຢ່າງ ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ກວ້າງ ຂວາງ ເປັນຕົ້ນ​ແມ່ນວຽກງານ 4 ປູກ 4 ລ້ຽງ. ໃນ​ນີ້ ຄະນະ​ພັກ- ຄະນະບັນຊາແຕ່ລະ​ຂັ້ນໄດ້ເອົາ ໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ- ນັກຮົບ ເຫັນ​ໄດ້ເຖິງ​ຄວາມ​ໝາຍ ຄວາມ​ສຳຄັນຂອງວຽກງານດັ່ງ ກ່າວພ້ອມກັນຈັດຕັ້ງຜັນຂະ ຫຍາຍເຂົ້າ​ໃນຊີວິດປະຈຳວັນ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ສະແດງ​ອອກ​ໃນ​ໜຶ່ງ​ປີຜ່ານມາ​ກົມ​ກອງ​ສາມາດ​ປູກ​ຜັກ​ຕາມ​ລະດູ​ການ​ເກັບ​ກູ້​​ໄດ້ 7.920 ກິ​ໂລກຣາມ, ລ້ຽງ​ໝູ, ແບ້, ລ້ຽງສັດ​ປີກ, ລ້ຽງ​ກົບ, ລ້ຽງ​ປາດຸກ ​ພັນ ແລະ ອື່ນໆ ສ້າງລາຍຮັບ​ໄດ້​ທັງ​ ໝົດ 74 ລ້ານ​ກວ່າ​ກີບ. ນອກຈາກ​ນີ້, ກົມ​ກອງ​ໄດ້ຍົກ​ ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ກົມກອງ ໃນການ​ ຂຸດ​ຄົ້ນ​ທ່າແຮງ​ດ້ານ​ຕ່າງໆ ​ເພື່ອ​ກໍ່ສ້າງ​ພື້ນຖານໂຄງ​ລ່າງຄ້າຍຄູ ໃຫ້ແໜ້ນໜາຖາວອນ ໂດຍສະ ເພາະ​ແມ່ນລະບົບເສັ້ນທາງໃນ ​ກົມ​ກອງ ແລະ ລະບົບນ້ຳໃຊ້ເຊັ່ນ: ໄດ້​ສ້ອມແປງ​ລະບົບ​ໄຟຟ້າ, ນ້ຳບາ​ດານ, ນ້ຳ​ປະປາ ແລະ ຫ້ອງການ, ເຮືອນນອນ, ເຮືອນຄົວດ້ວຍງົບ ປະມານຂອງກົມ​ກອງລວມ​ມູນ​ຄ່າ 16 ລ້ານ​ກວ່າກີບ. ສະຫາຍ ພັນ​ຕີ ສອນ​ໄຊ ດວງ ​ ພະຈັນ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນຕໍ່ໜ້າ​ຄະນະ​ພັກ-ຄະນະ​ອຳນວຍການ ໂຮງງານ​ຜະລິດ-ປະກອບ ແລະ ສ້ອມ ແປງ​ອຸປະກອນ​ສື່ສານ 209 ຈະ​ໄດ້​ສຶບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ​ວຽກ​ງານ 4 ປູກ 4 ລ້ຽງ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ດ້ວຍ​ການ​ເຊີດ​ຊູ​ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ສຸມ​ໃສ່​ຂຸດ​ຄົ້ນ​ທ່າ ແຮງ​ບົ່ມ​ຊ້ອນ​ທີ່​ມີ​ພາຍ​ໃນ​ກົມ​ກອງ ​ເພື່ອ​ທຳ​ການ​ຜະລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່, ໄປ​ຄຽງ​ຄູ່​ກັບ​ເອົາໃຈໃສ່​ສືບ​ຕໍ່​ວຽກ​ງານ​ຜະລິດ​ແກ້​ໄຂ້​ຊີວິດ​ການ​ເປັນ​ຢູ່​ພາຍ​ໃນ​ກົມ​ກອງ ດ້ວຍ​ການ​ຍູ້​ແຮງ​ການ​ຜະລິດ​ປູກ​ພືດ​ຕາມ​ລະດູ​ການ​ຕໍ່​ເນື່ອງ​ໃຫ້​ບັນລຸ​ຕາມ​ຄາດໝາຍ ເພື່ອ​ສະໜອງ​ເຂົ້າ​ເຮືອນຄົວ​ລວມ ແລະ ສົ່ງ​ຂາຍ​ທາງ​ນອກ, ສືບຕໍ່​ຊຸກຍູ້​ບັນດາ​ພະ​ແນກ, ຂະແໜງ ແລະ ອົງ​ການຈັດຕັ້ງ​ມະຫາຊົນ ລ້ຽງສັດ​ປະເພດຕ່າງໆ ຕາມ​ເງື່ອນໄຂ​ຕົວ​ຈິງ ເພື່ອ​ສະໜອງຊີ້ນ​ເຂົ້າ​ເຮືອນຄົວ​ລວມ ແລະ ຂາຍ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະ ນັກງານ-ນັກຮົບ​ຢູ່​ພາຍ​ໃນ​ໂຮງ ງານ​ໃຫ້​ບັນລຸ​ຕົວ​ເລກ​ຄາດໝາຍ ແຕ່ 50% - 70%, ສູ້​ຊົນ​ລ້ຽງ​ນົກ​ກະທາ​ໃຫ້​ໄດ້ 3-4 ພັນ​ໂຕ, ລ້ຽງ​ກົບ​ໃຫ້ ໄດ້ 5.000-10.000 ໂຕ, ລ້ຽງສັດ​ປີກ​ປະເພດ​ຕ່າງໆ ໃນ​ນີ້ ອົງ​ການຈັດຕັ້ງ​ມະຫາຊົນ​ໃຫ້​ໄດ້ ໜ່ວຍ​ລະ 100-150 ໂຕຕໍ່ປີ ແລະ ບຸກຄົນ​ໃຫ້​ໄດ້ 15-20 ໂຕຕໍ່ຄົນຕໍ່ ປີ. ສຶບ​ຕໍ່​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ສະຖານທີ່​ຄ້າຍ​ຄູ​ໃຫ້​ແໜ້ນໜາ​ຖາວອນ​ເພື່ອ​ຮັບປະກັນ​ໃຫ້​ກົມ​ກອງ​ເຮັດ​ສຳເລັດ​ໜ້າທີ່​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ. ​ໂດຍ: ຄຳ​ອ້າຍ ທອງ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ