ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະນັກງານ-ນັກຮົບ​ ກອງ​ບັນຊາ​ການ​ທະຫານ​ອາກາດ​ ບໍລິຈາກ​ເລືອດ​ຊ່ວຍເຫຼືອ​ສັງຄົມ
ເວລາອອກຂ່າວ: 2022-11-28 09:40:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:



ໃນ​ວັນ​ທີ 18 ພະຈິກ 2022 ນີ້, ຢູ່​ທີ​່ກອງ​ບັນຊາ​ການ​ທະຫານ​ອາກາດ​ໄດ້​ຈັດ​ຕັ້ງ​ບໍລິຈາກ​ເລືອດ​ ຊ່ວຍເຫຼືອ​ເພື່ອນ​ມະນຸດ ແລະ ສັງຄົມ ​ໂດຍ​ການ​ນຳພາຂອງ ທ່ານ ​ດຣ ຈັນທະ​ລາ ສຸກ​ສາຄອນ ຫົວໜ້າ​ສະ​ຖາ​ບັນ​ເລືອດ​ແຫ່ງ​ຊາດ ອົງການ​ກາແດງ​ແຫ່ງຊາດ​ ລາວ, ມີ​ຜູ້ຕາງໜ້າ​ສະ​ຖາ​ບັນ​ອະນາໄມ​ກັນ​ພະຍາດ ແລະ ສົ່ງ ເສີມ​ສຸຂະພາບ​ກອງທັບ, ພະ ​ແນກ​ເສນາ​ຮັກ ກອງບັນຊາການ ​ທະຫານ​ອາກາດ ແລະ ພະນັກ ງານ-ນັກຮົບ​ຜູ້​ທີ່​ບໍລິຈາກເລືອດ​ເຂົ້າ​ຮ່ວມ. ການ​ບໍລິຈາກ​ເລືອດ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ຊ່ວຍເຫຼືອ​ກອບ​ກູ້​ເອົາ​ຊີວິດ​ເພື່ອນ​ມະນຸດ​ຜູ້​ທີ່​ຖືກ​ຜົນ​ກະທົບ​ເລືອດ​ໄຫຼ​ຮຸນ​ແຮງ, ແມ່ຍິງ​ຖືພາ​ປະສູດລູກ​ຜິດ​ປົກກະຕິ​ມີ​ອາການ​ສົນ, ພະຍາດ​ຂາດ​ເລືອດ, ໄຂ້​ມາລາ​ເຣຍ, ໄຂ້ ເລືອດອອກ, ຄົນ​ເຈັບ​ຜ່າຕັດ, ຄົນ​ເຈັບເປັນ​ມະ​ເຮັງ, ໄຂ່ຫຼັງ​ຊຸດ ໂຊມ 2 ເປື້ອງ ແລະ ພະຍາດ​ຕ່າງໆ ​ທີ່​ຂາດເຂີນ​ເລືອດ ແລະ ທັງ​ເປັນ​ການ​ສົ່ງ​ເສີມ​ຊ່ວຍເຫຼືອ​ເພື່ອນ​ມະນຸດ​ຢູ່​ໃນ​ສັງຄົມ​ດ້ວຍ​ກັນ​ໃຫ້​ມີ​ຄວາມ​ປອດ​ໄພ. ສຳລັບ​ພະນັກງານ-ນັກຮົບ​ກອງ​ບັນຊາ​ການ​ທະຫານ​ອາກາດ​ບໍ​ລິກ​ຈາກ​ເລືອດ​ຄັ້ງ​ນີ້​ ມີ​ທັງ​ໝົດ 26 ສະຫາຍ ໄດ້​ເລືອດ​ຈຳນວນ 26 ຖົງ. ໂດຍ: ສີ​ທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ