ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປີດ​ຊຸດ​ອົບຮົມ​ຄວາມ​ຮູ້​ພື້ນຖານ​ດ້ານລະບາດ​ວິທະຍາ ໄລຍະ​ສັ້ນ ຄັ້ງ​ທີ I
ເວລາອອກຂ່າວ: 2022-11-29 08:50:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ:



ວັນ​ທີ 24 ພະຈິກ 2022, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ປີດ​ຊຸດ​ອົບຮົມ ຄວາມ​ຮູ້​ພື້ນຖານ​ດ້ານ​ລະບາດ​ວິທະຍາ ໄລຍະ​ສັ້ນ ຄັ້ງ​ທີ I ໃຫ້​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ລຳ​ມະນີ ທຳ​ມະ​ວົງ ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ ຄະນະ​ພັກ-ຄະນະ​ບັນຊາ ພະ​ແນກ​ເສນາ​ຮັກ, ພະນັກງານ​ຄູ​ເຝິກ, ນັກ ​ ເຝິກອົບຮົມທີ່​ມາ​ຈາກແຂວງ​ຄຳ​ມ່ວນ, ໄຊ​ສົມບູນ, ບໍ​ລິ​ຄຳ​ໄຊ, ວຽງ ​ຈັນ, ນະຄອນຫຼວງ​ວຽງ​ຈັນ, ກອງ​ ພົນ​ທີ 1, ກອງພັນ​ໃຫຍ່ 497, ວິ ທະຍາຄານ​ກົມ​ມະ​ດຳ, ໂຮງໝໍ​ສູນ​ ກາງ 103 ກອງທັບ ແລະ ສະ​ຖາ​ ບັນ​ອະນາ​ໄມກັນພະຍາດ ແລະ ສົ່ງ ເສີມ​ສຸຂະພາບ​ກອງທັບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ຄອງ​ມະນີ ຄຳ​ຜອງ​ບຸດ​ດີ ຫົວໜ້າ​ຂະແໜງ​ເຝົ້າ​ລະວັງ​ພະຍາດ ສະ​ຖາ​ບັນ​ອາ ນາ​ໄມ​ກັນ​ພະຍາດ ແລະ ສົ່ງເສີມ​ສຸຂະພາບ​ກອງທັບ ໄດ້​ຜ່ານ​ບົດ​ ສະຫຼຸບ​ຂອງ​ການຈັດຕັ້ງ​ປະຕິບັດ​ອົບຮົມ​ໄລຍະ​ສັ້ນ ກ່ຽວ​ກັບ​ຄວາມ​ຮູ້​ພື້ນຖານ​ດ້ານ​ການ​ລະບາດ​ວິ ທະຍາໃຫ້ພະນັກງານ-ວິຊາ​ການ ທີ່​ລາຍ​ງານ​ຂໍ້​ມູນ 18 ພະຍາດ- ອາການພາຍ​ໃຕ້​ການ​ເຝົ້າ​ລະວັງ​ຢູ່​ຖັນ​ແຖວ​ກອງທັບ ໃນ​ນີ້, ໄດ້​ຮຽນ ​ຮູ້​ກ່ຽວ​ກັບ​ບົດ​ນຳ​ເຂົ້າ​ສູ່ລະບາດ​ວິທະຍາ, ຫຼັກການ​ລວມ​ຂອງ​ລະ ບົບ​ເຝົ້າ​ລະວັງ, ລະບົບ​ເຝົ້າ​ລະວັງ​ພະຍາດ​ໃນ ​ສປປ ລາວ, ບົດບາດ ແລະ ໜ້າທີ່​ຂອງ​ພະນັກງານ​ເຝົ້າ​ລະວັງ​ໃນ​ແຕ່​ລະ​ຂັ້ນ, ນິ​ຍາມ​ກໍ ລະນີ 18 ອາການ-ພະຍາດ ພາຍ​ໃຕ້​ລະບົບ​ເຝົ້າ​ລະວັງ​ແຫ່ງ​ຊາດ, 7 ບາດກ້າວ​ໃນ​ການ​ສອບ​ສວນ​ການ​ລະບາດ ແລະ ວິທີ​ຂຽນ​ບົດ​ລາຍ​ງານ​ການ​ສອບ​ສວນ​ການ​ລະບາດ, ຜ່ານ​ການ​ຮຽນ​ຮູ້​ຕົວ​ຈິງ​ເຫັນ​ໄດ້​ວ່າ​ພະນັກງານ - ວິຊາ​ສະເພາະ ທີ່​ເຂົ້າ​ຮ່ວມ​ອົບຮົມໄດ້​ພ້ອມ​ກັນ​ເອົາໃຈໃສ່​ໃນ​ການ​ເກັບ​ກຳ​ເອົາ​ຄວາມ​ຮູ້​ໃນ​ຄັ້ງ​ນີ້ ເພື່ອ​ນຳ ໄປ​ຈັດ​ຕັ້ງ​ປະຕິບັດ​ຕາມ​ໜ້າທີ່​ວິຊາ​ສະເພາະ​ຢູ່​ກົມ​ກອງ ຢ່າງ​ມີ​ປະ​ສິດ ທິ​ຜົນ​ສູງ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ