
ເສີມຂະຫຍາຍນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ
ເວລາອອກຂ່າວ: 2022-11-29 09:00:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339636785 | ຄວາມນິຍົມ:
ເນື່ອງໃນໂອກາດອັນສະຫງ່າ
ລາສີທີ່ເຕັມໄປດ້ວຍຄວາມໝາຍ, ຄວາມສຳຄັນທີ່ທົ່ວພັກ, ທົ່ວລັດ ທົ່ວກອງທັບ ແລະ ທົ່ວປວງຊົນ
ລາວທັງຊາດ ພວມເບີກບານ ມ່ວນຊື່ນ ແລະ ມີຄວາມເອກອ້າງ ທະນົງໃຈເປັນຢ່າງຍິ່ງທີ່ໄດ້ພ້ອມກັນຫ້າງຫາກະກຽມສະເຫຼີມສະ ຫຼອງວັນສະຖາປະນາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ 2022 ນີ້. ທ່ານ ນາງ ບຸນນານ ບຸນຍະແສງ ຄະນະປະຈຳພັກ, ຫົວໜ້າຄະນະ ໂຄສະນາອົບຮົມແຂວງອັດຕະປື ໄດ້ສະແດງທັດສະນະ ແລະ ຄວາມຮູ້ຂອງຕົນຕໍ່ວັນດັ່ງກ່າວ ວ່າ:
ຂ້າພະເຈົ້າ, ໃນນາມຕາງໜ້າໃຫ້ແກ່ຄະນະພັກ-ຄະນະໂຄສະ ນາອົບຮົມແຂວງອັດຕະປື ກໍຄືໃນນາມສ່ວນຕົວຂໍສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ ຕໍ່ບັນດາທ່ານຜູ້ນຳພັກ-ລັດ, ວິລະຊົນແຫ່ງຊາດ ນັກຮົບແຂ່ງຂັນ, ຕະຫຼອດຮອດເຖິງຄະນະພັກ, ອົງການປົກຄອງຂັ້ນຕ່າງໆ, ພີ່ນ້ອງປະຊາຊົນລາວບັນດາເຜົ່າ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍທຸກຊັ້ນຄົນທຸກເພດໄວ, ທຸກສາຂາອາຊີບພາຍໃນແຂວງ ອັດຕະປື ກໍຄືທົ່ວປະເທດທີ່ໄດ້
ເຊີດຊູນ້ຳໃຈຮັກຊາດ, ຮັກລະ ບອບໃໝ່, ສາມັກຄີເປັນອັນໜຶ່ງອັນດຽວກັນ.
ຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ອຸທິດສະຕິປັນຍາ, ກຳ ລັງວັງຊາ ທຶນຮອນຕະຫຼອດມາ, ຍອມເສຍສະຫຼະທຸກສິ່ງ, ທຸກຢ່າງ ເພື່ອຄວາມເປັນເອກະລາດ, ອິດ ສະຫຼະພາບຂອງປະເທດຊາດ ເພື່ອຄວາມຢູ່ດີກິນດີຂອງປະຊາ ຊົນບັນດາເຜົ່າ ເພື່ອຜົນປະໂຫຍດ ແລະ ໄຊຊະນະຂອງພາລະກິດ ປົກປັກຮັກສາ ແລະ ສ້າງສາປະ
ເທດຊາດອັນແສນຮັກ ກໍຄືແຂວງ ອັດຕະປື ໃນຕະຫຼອດໄລຍະທີ່ຜ່ານມາຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ.
ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ການຈັດຕັ້ງທຸກຂັ້ນໃນລະບົບ ການເມືອງ, ສະມາຊິກພັກ, ພະ ນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງປະຊາຊົນບັນດາເຜົ່າໃນທົ່ວແຂວງອັດຕະປື ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ແໜ້ນໜາມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນເຈົ້າການຫັນເອົາມູນເຊື້ອ ແລະ ນ້ຳໃຈວັນຊາດ ທີ 2 ທັນ
ວາ, ພ້ອມກັນເສີມຂະຫຍາຍໝາກຜົນທີ່ສ້າງມາໄດ້ໃນພາລະ ກິດປ່ຽນແປງໃໝ່, ສ້າງການຫັນ ປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ເປັນຮູບປະທຳຕົວຈິງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາກ້າວຂຶ້ນບໍ່ຢຸດຢັ້ງ.
ຂໍອວຍພອນອັນປະເສີດ, ໃຫ້ແກ່ການນຳພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານປະຕິວັດອາວຸໂສບຳ ນານຕະຫຼອດຮອດພໍ່ແມ່ພີ່ນ້ອງ ປະຊາຊົນລາວທັງຊາດ ຜູ້ທີ່ດຳ ລົງຊີວິດຢູ່ພາຍໃນ ແລະ ຢູ່ຕ່າງ ປະເທດ ແລະ ຊາວຕ່າງປະເທດ ທີ່ກຳລັງດຳລົງຊີວິດຢູ່ ສປປ ລາວ ທຸກໆທ່ານຈົ່ງມີພະລານາໄມສົມ ບູນ, ມີຄວາມສຸກ, ມີຄວາມສຳ ເລັດໃນໜ້າທີ່ວຽກງານທຸກປະ ການ.
ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ