ກອງພັນໃຫຍ່ 497 ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2022-11-30 08:27:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ:
ໃນບໍ່ດົນຜ່ານມາ, ກອງ ພັນໃຫຍ່ 497 ໄດ້ມອບເງິນນະໂຍບາຍອຸດໜູນໃຫ້ພະນັກງານ ທີ່ພັກການ ຮັບບຳນານ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນານ ວັນທອງ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານ ທີ່ພັກການ ຮັບບຳນານ ເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງແກ້ວ ບຸນຍະສານ ຫົວໜ້າຂະແໜງພະ ນັກງານ ກອງພັນໃຫຍ່ 497 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸ ມັດໃຫ້ນາຍທະຫານພັກການ ຮັບບຳນານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມກົດໝາຍ ວ່າດ້ວຍ ປະ ກັນສັງຄົມ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດ ຕົກລົງອະນຸມັດໃຫ້ ສະຫາຍ ພັນຕີ ຄຳແຫຼ ສີສະຫວາດ ແລະ ສະຫາຍ ພັນຕີ ສີພັນ ແກ້ວມະນີ ພັກການ ຮັບເງິນນະໂຍບາຍອຸດໜູນບຳນານ ນັບແຕ່ງວດ 4 ປະຈຳປີ 2022 ເປັນຕົ້ນໄປ. ໂອກາດດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ແລະ ຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານອອກການ ຮັບເງິນອຸດໜູນເທື່ອດຽວ ແລະ ອະ ນຸມັດອອກອຸດໜູນຮັບເງິນບຳເນັດ ຈຳນວນ 2 ສະຫາຍ ລວມເປັນເງິນທັງໝົດ 83 ລ້ານກວ່າກີບ.
ໂດຍ: ເປິ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ