ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 497 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2022-11-30 08:27:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ:



ໃນ​​ບໍ່​ດົນ​ຜ່ານ​ມາ, ກອງ ພັນ​ໃຫຍ່ 497 ໄດ້​ມອບ​ເງິນນະໂຍບາຍ​ອຸດ​ໜູນໃຫ້​ພະນັກງານ ທີ່​ພັກ​ການ​ ຮັບ​ບຳນານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ນານ ວັນ​ທອງ ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 497, ມີຄະນະ​ພັກ-ຄະນະ​ບັນຊາ ພະແນກການ, ຂະແໜງການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ ທີ່​ພັກ​ການ ​ຮັບ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ແກ້ວ ບຸນ​ຍະ​ສານ ຫົວໜ້າ​ຂະແໜງ​ພະ ນັກງານ ກອງພັນ​ໃຫຍ່ 497 ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ອະນຸ ມັດ​ໃຫ້ນາຍ​ທະຫານພັກ​ການ​ ຮັບ​ບຳນານ, ອີງ​ຕາມກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ ປະ ກັນ​ສັງຄົມ ແລະ ອີງ​ຕາມ​ການ​ຄົ້ນຄວ້າ​ນຳ​ສະເໜີ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ. ກະຊວງ​ປ້ອງ​ກັນ​ປະເທດ​ ຕົກລົງອະນຸມັດ​ໃຫ້ ສະຫາຍ ພັນ​ຕີ ຄຳ​ແຫຼ ສີ​ສະຫວາດ ແລະ ສະຫາຍ ພັນ​ຕີ ສີ​ພັນ ແກ້ວ​ມະນີ ພັກ​ການ ​ຮັບ​ເງິນ​ນະໂຍບາຍ​ອຸດ​ໜູນບຳນານ ນັບ​ແຕ່​ງວດ 4 ປະຈຳ​ປີ 2022 ເປັນຕົ້ນ​ໄປ. ໂອກາດ​ດຽວ​ກັນ​ນີ້, ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ຂໍ້​ຕົກລົງຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ ​ການ​ອະນຸມັດ​ໃຫ້​ນາຍ​ທະຫານ​ອອກ​ການ ຮັບ​ເງິນ​ອຸດ​ໜູນ​ເທື່ອ​ດຽວ ແລະ ອະ ນຸມັດອອກ​ອຸດ​ໜູນຮັບ​ເງິນ​ບຳ​ເນັດ ຈຳນວນ 2 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 83 ລ້ານ​ກວ່າ​ກີບ. ໂດຍ: ເປິ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ