ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ພົນ​ທີ 2 ທາບ​ທາມ​ການ ສ້າງ​ແຜນ​ກຳນົດ ພະນັກງານນຳພາ-ບັນຊາ ຢູ່ສູນ​ເຝິກອົບຮົມ
ເວລາອອກຂ່າວ: 2022-11-30 08:29:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339637641 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ​ພະຈິກ 2022, ກອງ​ພົນ​ທີ 2 ໄດ້​ຈັດ​ກອງ​ປະຊຸມ​ທາບ​ທາມ​ການ ສ້າງ​ແຜນ​ກຳນົດ​ພະນັກງານ ນຳພາ-ບັນຊາ ຂັ້ນ​ກະຊວງ​ປ້ອງ​ກັນ​ປະເທດ​ຄຸ້ມ​ຄອງ ຢູ່ ສູນ​ເຝິກອົບຮົມ ກອງ​ພົນ​ທີ 2, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ສອນ​ເພັດ ຈັນ​ສົມ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 2, ມີຄະນະ​ພັກ-ຄະນະ​ບັນຊາຫ້ອງ, ພະແນກການ, ຄະນະ​ພັກ-ຄະນະ​ອຳນວຍການ​ສູນ​ ເຝິກອົບຮົມ, ພາກສ່ວນ​ທີ່​ກ່ຽວ ຂ້ອງ ແລະ ພະນັກງານ​ວິຊາ​ການ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ແກ້ວ ວິ​ວັນ​ໄຊ ຫົວໜ້າ​ການເມືອງ ສູນ​ເຝິກອົບຮົມ ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ແຜນການ​ກຳນົດ​ພະ ນັກງານ​ນຳພາ-ບັນຊາ ຢູ່ ສູນ​ເຝິກອົບຮົມໃນ​ໄລຍະ​ຜ່ານ​ມາ. ຄະນະ​ພັກ-ຄະນະ​ອຳນວຍການ​ສູນ​ເຝິກ ໄດ້​ຖື​ເປັນ​ສຳຄັນ​ໃນ​ການ​ສ້າງ​ແຜນ​ກຳນົດ​ພະນັກງານ ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ມາດຕະຖານ​ເງື່ອນໄຂ​ທີ່​ກຳນົດ​ໃນ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ ເຮັດ​ໃຫ້​ການຈັດຕັ້ງ ນຳພາ-ບັນຊາ ທຸກ​ຂັ້ນ​ນັບ​ມື້​ມີ​ຄວາມ​ເຕີບ​ໃຫຍ່ ເຂັ້ມແຂງ ໜັກ ແໜ້ນ ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ແລະ ພະນັກງານ​ແຕ່​ລະ​ສະຫາຍທີ່​ເປັນ​ເສນາ​ທິ​ການ​ໃຫ້​ແກ່​ຄະນະ​ພັກ​ຂັ້ນ​ຕ່າງໆໄດ້​ເປັນ​ເຈົ້າ​ການ​ເອົາ ໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງຕໍ່​ວຽກ​ງານ ນຳພາ-ບັນຊາ ຕິດພັນກັບການ​ຄົ້ນ​ຄວ້າເຊື່ອມ​ຊຶມກຳ​ ແໜ້ນ​ບັນດາ​ມະຕິ​ຂອງ​ກົມ​ການ ເມືອງສູນ​ກາງ​ພັກ ແລະ ຄຳ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ກ່ຽວ​ກັບ​ການ​ສ້າງ ແລະ ປະຕິບັດ​ແຜນ​ກຳນົດ​ພະນັກງານ ນຳພາ-ບັນຊາຢ່າງ​ເລິກເຊິ່ງ, ສາມາດ​ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ກາຍ ເປັນ​ຮູບ​ປະ​ທຳ​ຕົວ​ຈິງ, ສ້າງ​ໄດ້​ພະນັກງານ​ສືບ​ທອດ​ປ່ຽນ​ແທນ​ໄດ້​ຢ່າງ​ຕໍ່​ເນື່ອງ ຮັບປະກັນ​ການ​ກໍ່ສ້າງ​ພະນັກງານ 3 ຮຸ່ນ, ເຮັດ​ໃຫ້ການ ນຳພາ-ບັນຊາ ມີ​ຄວາມ​ເຂັ້ມແຂງ​ໜັກ​ແໜ້ນ. ກອງ​ປະຊຸມຍັງ​ໄດ້​ດຳເນີນ​ການ​ປ່ອນ​ບັດ​ທາບ​ທາມ​ເອົາ​ບຸກ​ຄະ​ລະ​ກອນ​ບັນຈຸ​ໃສ່​ແຜນ​ກຳນົດ​ພະນັກງານ ຮອບ​ທີ 1 ແລະ ຮອບທີ 2 ຕື່ມ​ອີກ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ