
ມອບເງິນປະກອບສ່ວນສ້າງສາງອາວຸດ ກອງບັນຊາການທະຫານເມືອງສິງ
ເວລາອອກຂ່າວ: 2022-11-30 08:36:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 709 | ຄວາມນິຍົມ:
ໃນວັນທີ 17 ພະຈິກ 2022 ນີ້, ອົງການປົກຄອງເມືອງສິງ ແຂວງຫຼວງນໍ້າທາ ນຳໂດຍ ສະຫາຍ ຈັນພິພັກ ກອງຈຳປາ ເຈົ້າເມືອງ ເມືອງສິງ ໄດ້ນຳເອົາເງິນ ຈຳນວນ 17 ລ້ານກີບ ແລະ ຄະນະກອງບັນຊາການ ປກສ ເມືອງ ສິງ ນຳໂດຍ ສະຫາຍ ພັນໂທ ຄຳແກ້ວ ພົມມະວົງ ຮອງຫົວໜ້າກອງບັນຊາການ ປສກ ເມືອງສິງ ນຳເອົາເງິນ ຈຳນວນ 5 ລ້ານກີບ, ມາມອບໃຫ້ກອງບັນຊາການທະຫານເມືອງສິງ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງສາງອາວຸດ ຂອງກອງບັນຊາການທະຫານເມືອງສິງ, ກ່າວຮັບໂດຍ ສະຫາຍ ພັນໂທ ສົມຊາຍ ຫຼ້າພິມພອນ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງສິງ ພ້ອມດ້ວຍຄະ ນະ.
ໂອກາດດັ່ງກ່າວ, ສະຫາຍ ພັນ ໂທ ສົມຊາຍ ຫຼ້າພິມພອນ ໄດ້ ຕາງໜ້າຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງສິງ ກ່າວສະແດງຄວາມຂອບ ໃຈມາຍັງທ່ານເຈົ້າເມືອງ ເມືອງ ສິງ ແລະ ຄະນະກອງບັນຊາປສກ ເມືອງສິງ ທີ່ເຫັນໄດ້ຄວາມຈຳເປັນໃນກຳລັງປ້ອງກັນຊາດກໍຄືການປັບປຸງກໍ່ສ້າງກົມກອງເປັນຕົ້ນແມ່ນການກໍ່ສ້າງສາງອາວຸດຂອງການບັນຊາການທະຫານເມືອງສິງ ທີ່ພວມດຳເນີນຢູ່ນັ້ນ ແລະ ຍັງບໍ່ພຽງພໍທາງດ້ານ ງົບປະມານໃນການຊື້ວັດສະດຸກໍ່ ສ້າງ ຈຶ່ງໄດ້ຢື່ນມືເຂົ້າມາຊ່ວຍ, ພ້ອມທັງສັນຍາວ່າ: ຈະນຳເອົາເງິນຈຳນວນດັ່ງກ່າວນີ້ ໄປນຳໃຊ້ເຂົ້າໃນການກໍ່ສ້າງໂຄງການດັ່ງກ່າວໃຫ້ສຳເລັດ ແລະ ຮັບປະ ກັນຄຸນນະພາບສູງ.
ຂໍ້ມູນຈາກ: ກອງບັນຊາການທະຫານເມືອງສິງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ