ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ​ເງິນ​ປະກອບສ່ວນ​ສ້າງ​ສາງອາວຸດ ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ
ເວລາອອກຂ່າວ: 2022-11-30 08:36:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 327 | ຄວາມນິຍົມ:



ໃນ​ວັນ​ທີ 17 ພະຈິກ 2022 ນີ້, ອົງການ​ປົກຄອງເມືອງ​ສິງ ແຂວງ​ຫຼວງ​ນໍ້າທາ ນຳ​ໂດຍ ສະຫາຍ ຈັນ​ພິ​ພັກ ກອງ​ຈຳປາ ເຈົ້າເມືອງ ​ເມືອງ​ສິງ ໄດ້​ນຳເອົາເງິນ ຈຳນວນ 17 ລ້ານ​ກີບ ແລະ ​ຄະນະກອງບັນຊາການ ປກສ ເມືອງ ສິງ ນຳ​ໂດຍ ​ສະຫາຍ ພັນ​ໂທ ຄຳ​ແກ້ວ ພົມ​ມະ​ວົງ ຮອງຫົວໜ້າ​ກອງ​ບັນຊາ​ການ ​ປສກ ເມືອງ​ສິງ ນຳ​ເອົາ​ເງິນ ຈຳນວນ 5 ລ້ານ​ກີບ, ມາ​ມອບ​ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ສາງ​ອາວຸດ ຂອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ, ກ່າວ​ຮັບ​ໂດຍ​ ສະຫາຍ ພັນ​ໂທ ສົມ​ຊາຍ ຫຼ້າ​ພິມ​ພອນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ ພ້ອມ​ດ້ວຍຄະ ນະ. ໂອກາດ​ດັ່ງກ່າວ, ສະຫາຍ ພັນ​ ໂທ ສົມ​ຊາຍ ຫຼ້າ​ພິມ​ພອນ ໄດ້​ ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ ​ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ ກ່າວ​ສະແດງ​ຄວາມຂອບ ໃຈມາ​ຍັງ​ທ່ານເຈົ້າເມືອງ ເມືອງ ສິງ ແລະ ຄະນະກອງບັນຊາ​ປສກ ເມືອງ​ສິງ ທີ່​ເຫັນ​ໄດ້​ຄວາມ​ຈຳເປັນ​ໃນ​ກຳລັງ​ປ້ອງ​ກັນ​ຊາດກໍ​ຄືການ​ປັບປຸງ​ກໍ່ສ້າງ​ກົມ​ກອງເປັນຕົ້ນ​ແມ່ນການ​ກໍ່ສ້າງ​ສາງ​ອາວຸດຂອງ​ການ​ບັນຊາ​ການ​ທະຫານ​ເມືອງ​ສິງ ທີ່​ພວມ​ດຳເນີນ​ຢູ່​ນັ້ນ ແລະ ຍັງ​ບໍ່​ພຽງພໍທາງດ້ານ ​ງົບປະມານ​ໃນ​ການ​ຊື້​ວັດ​ສະດຸ​ກໍ່ ສ້າງ ຈຶ່ງ​ໄດ້​ຢື່ນ​ມື​ເຂົ້າ​ມາຊ່ວຍ, ພ້ອມ​ທັງ​ສັນຍາ​ວ່າ: ຈະ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ໄປ​ນຳ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ໂຄງການ​ດັ່ງກ່າວ​ໃຫ້​ສຳເລັດ ແລະ ຮັບປະ ກັນ​ຄຸນ​ນະ​ພາບ​ສູງ. ຂໍ້​ມູນ​ຈາກ: ກອງ​ບັນຊາ​ການ​ທະຫານ​ເມືອງ​ສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ