ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 28 ພຶດສະພາ 2024

  

47 ປີ ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ
ເວລາອອກຂ່າວ: 2022-11-30 08:44:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 677 | ຄວາມນິຍົມ:



(ຕໍ່ຈາກສະບັບກ່ອນ) 2. ໄລຍະ 36 ປີ​ແຫ່ງ​ການຈັດຕັ້ງ​ປະຕິບັດ​ແນວທາງ​ປ່ຽນແປງ​ໃໝ່ (ແຕ່​ປີ 1986 ເຖິງ​ປັດຈຸບັນ). ຜ່ານ​ການຈັດຕັ້ງ​ປະຕິບັດ​ແນວທາງ​ປ່ຽນແປງ​ໃໝ່​ຮອບ ດ້ານ​ທີ່​ມີ​ຫຼັກການ​ຂອງ​ພັກ ເລີ່ມ​ແຕ່​ປີ 1986 ເປັນຕົ້ນ​ມາ, ເຖິງ​ວ່າ​ປະເທດ​ຊາດ​ເຮົາ​ໄດ້​ພົບ​ກັບ​ຄວາມ​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ​ກໍ​ຕາມ, ແຕ່​ພວກ​ເຮົາ​ກໍ​ ສາມາດ​ຍາດ​ໄດ້ຜົນ​ງານ ແລະ ໄຊຊະນະ​ອັນ​ໃຫຍ່​ຫຼວງ​ ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ ເຊິ່ງ​ສະແດງ​ອອກ​ໃນ​ແຕ່​ລະ​ດ້ານດັ່ງນີ້: ດ້ານ​ການເມືອງ: ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວທີ່​ເປັນ​ແກນ​ນຳ​ໃນ​ລະບົບ​ການ ເມືອງ​ປະຊາທິປະໄຕປະຊາຊົນ, ລະບົບ​ການເມືອງ​ຂອງ​ລະບອບ​ປະຊາທິປະໄຕປະຊາຊົນ ແຕ່​ລະ​ຂັ້ນ​ໄດ້​ຮັບ​ການ​ປັບປຸງ ບູລະນະ ໃຫ້​ໜັກ​ແໜ້ນ, ເຂັ້ມແຂງ ​ຄວາມ​ເປັນ​ເອກະລາດ, ອຳນາດ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ ຂອງ​ປະເທດ​ຊາດ ໄດ້​ຮັບ​ການ​ປົກ​ປັກ​ຮັກສາ​ໄວ້​ໄດ້​ຢ່າງ​ໝັ້ນຄົງ, ສັງຄົມ​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ. ການ​ພັດທະ ນາ​ເສດຖະກິດ: ​ສປປ ລາວ ໄດ້​ມີ​ຜົນສຳເລັດ​ອັນ​ສຳຄັນ ແລະ ມີ​ບາດກ້າວ​ຂະຫຍາຍຕົວ​ຕໍ່​ເນື່ອງ, ໝັ້ນ​ທ່ຽງ. ອັດຕາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ສະເລ່ຍ​ເພີ່ມ​ຂຶ້ນ ໃນ​ແຕ່​ລະ​ໄລຍະ​ເຊັ່ນ: ປີ 1990 ສະເລ່ຍ 4,8% ຕໍ່​ປີ, ປີ 1995 ເພີ່ມ​ຂຶ້ນ 6,4%, ປີ 2005 ໄດ້ 6,2%, ປີ 2010 ສະເລ່ຍ 7,9%, ປີ 2015 ບັນລຸ​ໄດ້ 7, 8%, ຄາດ​ຄະເນ​ໝົດ​ປີ 2020 ຂະຫຍາຍຕົວ​ຢູ່​ໃນ​ລະດັບ 3,3% ຫາ 3,6%, ປີ 2021 ຄາດ​ຈະ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ3,0% ຍ້ອນ​ການ​ລະບາດ​ຂອງ ​ພະຍາດ​ໂຄ​ວິດ-19 ທີ່​ແກ່ຍາວ, ປີ 2022 ຄາດ​ຈະ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ 4,5% GDP ສະເລ່ຍ​ຕໍ່​ຫົວ​ຄົນ ກໍ​ເພີ່ມ​ຂຶ້ນ​ເຊັ່ນ: ປີ 1985 ບັນລຸ​ໄດ້ 114 ໂດ​ລາ​ສະຫະລັດ, ປີ 1995 ໄດ້ 380 ໂດ​ລາ, ປີ 2006 ໄດ້ 534 ໂດ​ລາ, ປີ 2015 ບັນລຸ​ໄດ້ 1.970 ໂດ​ລາ, ປີ 2020 ໄດ້ 2.742 ໂດ​ລາ​ສະຫະລັດ, ປີ 2021 ໄດ້ 2.649 ໂດ​ລາ​ສະຫະລັດ ແລະ ປີ 2022 ໄດ້ 1.841ໂດ​ລາ​ສະຫະລັດ. ວຽກ​ງານ​ກະສິກຳ-ປ່າໄມ້ ແລະ ການ​ພັດທະນາ​ຊົນນະບົດ. ການ​ຜະລິດ​ເຂົ້າ​ຂະຫຍາຍຕົວ​ມາ​ເປັນ​ກ້າວໆ, ສາມາດ​ຜະລິດ​ເຂົ້າ​ກິນ​ພຽງພໍ, ກຸ້ມ​ກິນ, ມີ​ສ່ວນ​ແຮ​ໄວ້ ແລະ ຂາຍ​ເປັນ​ສິນຄ້າ​ສົ່ງ​ອອກ​ນັບ​ມື້​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ​ຄື: ປີ 1990 ສາມາດ​ຜະລິດ​ເຂົ້າ​ໄດ້ 1,4 ໂຕນ ເນື້ອ​ທີ 650.300 ເຮັກຕາ, ສະມັດ​ຕະ​ພາບ​ການ​ຜະ ລິດ 2,29 ໂຕນ​ຕໍ່​ເຮັກຕາ; ປີ 2000 ຜະລິດ​ໄດ້ 2,2 ໂຕນ​ເນື້ອ​ທີ່ 719.370 ເຮັກຕາ, ສະມັດ​ຕະ​ພາບ​ການ​ຜະລິດ 3,06 ໂຕນ​ຕໍ່​ເຮັກຕາ; ປີ 2010 ຜະລິດ​ໄດ້ 2.321.330 ໂຕນ ໃນ​ເນື້ອ​ທ່ີ 627.865 ເຮັກຕາ, ສະມັດ​ຕະ​ພາບ​ການ​ຜະລິດ 3,71 ໂຕນ​ຕໍ່​ເຮັກຕາ, ໃນ​ປີ 2015 ຜະລິດ​ໄດ້ 4,1 ລ້ານ​ໂຕນ, ປີ 2020 ຜະລິດ​ໄດ້ 3,5 ລ້ານ​ໂຕນ, ປີ 2021 ສາມາດ​ຜະລິດ​ໄດ້ 3,66 ລ້ານ​ໂຕນ. ສຳລັບ​ການ​ປູກ​ພືດ, ຜັກ ແລະ ໝາກ​ໄມ້​ຕ່າງໆ ໃນ​ປີ 2020 ປະຕິບັດ​ໄດ້ ປະມານ 85.477 ເຮັກຕາ, ຜົນ​ຜະລິດ​ໄດ້​ຮັບ​ປະມານ 813.970 ກວ່າ​ໂຕນ ເທົ່າ​ກັບ 68% ຂອງ​ແຜນການ, ການ​ຜະລິດ​ພືດ​ລະດູແລ້ງ ປະຕິບັດ​ໄດ້​ໃນ​ເນື້ອ​ທີ 14.518 ກວ່າ​ເຮັກ ຕາ. ໃນ​ປີ 2022 ຂະແໜງ​ກະສິກຳ ແລະ ປ່າໄມ້ຂະຫຍາຍ​ຕົວ 2,9% ລື່ນ​ແຜນ​ສະພາ​ຮັບຮອງ 0.2%. ໃນ​ນັ້ນ, ​ຜະລິດ​ເຂົ້ານາແຊງ 438.000 ໂຕນ ລື່ນ​ຄາດ ໝາຍ 2,9%, ເຂົ້ານາ​ປີ​ບັນລຸ 768.224 ເຮັກຕາ ລື່ນ​ແຜນການ 1,7%, ຜະລິດ​ສະບຽງ​ອາຫານ​ໄດ້ 2,03 ລ້ານ​ໂຕນ, ການ​ຜະລິດ​ຊີ້ນ, ໄຂ່, ປາ ໄດ້ 392.016 ໂຕ ສ່ວນ​ການ​ຜະລິດ​ຊີ້ນ, ​ປາ ສາມາດ​ປະຕິບັດ​ໄດ້ 333.130 ໂຕນ ເທົ່າ​ ກັບ 68,95% ຂອງ​ແຜນ. ໃນ​ນັ້ນ,​ ຜະລິດ​ຊີ້ນ​ໄດ້ 165.580 ໂຕນ, ໄຂ່ 34.500 ໂຕນ ແລະ ປາ (ປາ​ລ້ຽງ ແລະ ປາ​ທຳ​ມະ​ຊາດ ) ໄດ້ 13.050 ໂຕນ. ໃນ​ປີ 2021 ອັດຕາ​ການ​ຂະຫຍາຍຕົວ​ສັດ ລ້ຽງ ຢູ່​ໃນ​ລະດັບ 5-6% ຕໍ່​ປີ. ໃນ​ປີຜ່ານມາ ມີ​ສັດລ້ຽງ​ຈຳນວນ​ທັງ​ໝົດ 57,57 ລ້ານ​ໂຕ. ວຽກ​ງານ​ພັດທະນາ​ຊົນນະບົດ ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ. ພັກ​ເຮົາ​ຖື​ເອົາໃຈໃສ່​ໃນ​ການ​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ ເຊິ່ງ​ຖື​ເປັນ​ວຽກ​ສຳຄັນ ແລະ ເປັນ​ບູ​ລິ​ມະ​ສິດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະເທດ​​ໃນ​ແຕ່​ລະ​ໄລຍະ ໂດຍ​ສະເພາະ​ພາຍຫຼັງ​ພັກ​ເຮົາ​ໄດ້​ວາງ​ແນວທາງ​ປ່ຽນແປງ​ໃໝ່ ໄດ້​ເອົາໃຈໃສ່​ໃນ​ວຽກ​ງານ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ໂດຍ​ສຸມ​ໃສ່​ການ​ແກ້​ໄຂ​ສະບຽງ​ອາຫານ ແລະ ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່, ວຽກ​ງານ​ທີ່​ສຳ ຄັນ​ໃນ​ການ​ພັດທະນາ​ຊົນນະບົດໄດ້​ສຸມ​ໃສ່​ການ​ຂະຫຍາຍ​ພື້ນຖານ​ໂຄງ​ລ່າງ, ສ້າງ​ເສັ້ນທາງ​ຊົນນະບົດ ແລະ ຂະຫຍາຍ​ຊົນລະປະທານ​ຂະໜາດ​ນ້ອຍ, ຊຸກຍູ້​ປະ ຊາຊົນ​ເຮັດ​ນາ, ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ໄດ້​ດຳເນີນ​ໄປ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ; ປີ 2000 ຄອບຄົວ​ທຸກ​ຍາກ ມີ 266.000 ຄອບຄົວ, ປີ 2015 ຄອບຄົວ​ທຸກ​ຍາກ​ຍັງເຫຼືອ 76.604 ຄອບຄົວ ເທົ່າ​ກັບ 6,59% ຂອງ​ຈຳນວນ 1.166.239 ຄອບຄົວ ໃນ​ທົ່ວ​ປະເທດ, ບ້ານ​ທຸກ​ຍາກ​ຍັງ​ເຫຼືອ 1.736 ບ້ານ ເທົ່າກັບ 20,50% ຂອງ​ຈຳນວນ 8.514 ບ້ານ ໃນ​ທົ່ວ​ປະເທດ, ເມືອງ​ທຸກ​ຍາກ ມີ 23 ເມືອງ ກວມ​ເອົາ15,54% ຂອງ​ຈຳນວນ 148 ເມືອງ​ໃນ​ທົ່ວ​ປະເທດ. ປີ 2021 ຄາດຄະເນ​ວ່າ​ຈະ​ສາມາດບັນລຸ​ຄົບມາດຖານ​ສ້າງ​ຄອບຄົວ​ທຸກ ​ຍາກ​ພົ້ນ​ທຸກ​ໄດ້ 13.079 ຄອບຄົວ ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ​ໃນ​ທົ່ວ​ປະເທດ, ບ້ານ​ທຸກ​ຍາກ​ຍັງ​ເຫຼືອ 1.351. ປີ (2021 ຈະ​ສາມາດ​ສ້າງ​ບ້ານ​ພົ້ນ​ທຸກໄດ້ 237 ບ້ານ) ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະເທດ, ສຳລັບ​ເມືອງ​ທຸກ​ຍາກ ຍັງ 23 ເມືອງ. ການ​ພັດທະນາ​ຊົນນະບົດ ແລະ ການ​ສ້າງ​ບ້ານ​ພັດທະນາ, ສ້າງ​ບ້ານ​ໃຫຍ່​ກາຍເປັນ​ຕົວ​ເມືອງ​ໃນ​ຊົນນະບົດຕາມ​ທິດ 3 ສ້າງ (ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງ ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະນາ) ໄດ້​ສ້າງ​ເງື່ອນໄຂ​ໃຫ້​ຫຼາຍ​ບ້ານ​ໄດ້​ຮັບ​ການ​ພັດທະນາ ແລະ ສາມາດ​ປະກາດ​ເປັນ​ບ້ານ​ພັດທະນາ, ບ້ານ​ໃຫຍ່​ກາຍເປັນ​ຕົວ​ເມືອງ​ໃນ​ຊົນນະບົດ ເຊັ່ນ: ສາມາດ​ສ້າງ​ບ້ານ​ພັດທະນາ​ໄດ້ 2.694 ບ້ານ​ມາ​ເປັນ 3.577 ບ້ານ ໃນ​ປີ 2015, ສ່ວນ​ບ້ານ​ພົ້ນ​ທຸກ​ທີ່​ຍັງ​ບໍ່​ທັນ​ໄດ້​ເປັນ​ບ້ານ​ພັດທະນາ​ມີ ຈຳນວນ 1.736 ບ້ານ ເທົ່າ​ກັບ 37,27%. ປີ 2019 ສາມາດ​ສ້າງ​ບ້ານ​ພັດທະນາ ໄດ້ 4.305 ບ້ານ; ສ້າງ​ບ້ານ​ໃຫຍ່​ກາຍເປັນ​ຕົວ​ເມືອງ​ໃນ​ຊົນນະບົດ ໄດ້ 10 ບ້ານ, ເຮັດ​ໃຫ້​ບ້ານ​ໃຫຍ່​ກາຍເປັນ​ຕົວ​ເມືອງ​ໃນ​ຊົນນະບົດ​ໄດ້ 66 ບ້ານ ປີ 2021 ສູ້​ຊົນ​ສ້າງ​ບ້ານ​ພັດທະນາ ໃຫ້​ໄດ້ 15.022 ບ້ານ​ຈາກ 4.305 ບ້ານ​ໃນ​ປີ 2019 ມາ​ເປັນ 15.022 ບ້ານ​ໃນ 2020, ສ້າງ​ບ້ານ​ໃຫຍ່​ກາຍເປັນ​ຕົວ​ເມືອງ​ໃນ​ຊົນນະບົດ ໄດ້ 10 ບ້ານ, ປີ 2021 ສ້າງ​ບ້ານ​ໃຫຍ່​ກາຍເປັນ​ຕົວ​ເມືອງ​ໃນ​ຊົນນະບົດ​ໄດ້​ເພີ່ມ​ຂຶ້ນ. ປີ 2022 ສຳລັບ​ການ​ພັດທະນາ​ຊົນນະບົດ ອີງ​ຕາມ​ມາດຖານ​ໃໝ່​ຂອງ​ດຳລັດ 348/​ລບ ມີ​ເມືອງ​ພົ້ນ​ທຸກ 53 ເມືອງ ເທົ່າ​ກັບ 35,82%, ບ້ານ​ພົ້ນ​ທຸກ 4.792 ບ້ານ ເທົ່າ​ກັບ 56,87% ແລະ ຄອບຄົວພົ້ນ​ທຸກ 964.149 ຄອບຄົວ ເທົ່າ​ກັບ 77,78%, ມີ​ຄອບຄົວ​ພັດທະນາ 736.996 ຄອບຄົວ ເທົ່າ​ກັບ 59,44%, ບ້ານ​ພັດທະນາ 747 ບ້ານ ເທົ່າ​ກັບ 8,86%, ບ້ານ​ໃຫຍ່​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ 14 ບ້ານ ແລະ ເມືອງ​ເຂັ້ມແຂງ​ຮອບດ້ານ 5 ເມືອງ ວຽກ​ງານ​ອຸດສາຫະກຳ ແລະ ການ​ຄ້າ. ວຽກ​ງານ​ອຸດສາຫະກຳ-ການ​ຄ້າ ແມ່ນ​ໜຶ່ງ​ໃນ​ໂຄງການ​ເສດຖະກິດ​ທີ່​ສຳຄັນ, ສະນັ້ນ ພັກ-ລັດ ໄດ້​ຊີ້​ນຳ-ນຳພາ​ພັດ ທະນາ​ຂົງເຂດ​ນີ້​ໃຫ້​ມີ​ການ​ຂະຫຍາຍຕົວ​ຕໍ່​ເນື່ອງ. ປີ 1986-1990 ອຸດສາຫະກຳ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນ ສະເລ່ຍ 8% ຕໍ່​ປີ, ຕົ້ນຕໍ​ແມ່ນ​ອຸດສາຫະກຳ​ປຸງ​ ແຕ່ງ. ໄລຍະ​ປີ 2006-2010 ສະເລ່ຍ ອຸດສາຫະກຳ​ຂະຫຍາຍຕົວ 12% ຕໍ່​ປີ, ໄລຍະ 2011-2015 ອັດຕາ​ການ​ຂະຫຍາຍຕົວ ສະເລ່ຍ 13% ຕໍ່​ປີ ແລະ ໄລຍະ 2016-2020 ຂະຫຍາຍຕົວ​ສະເລ່ຍ ປະມານ 9,2% ຕໍ່​ປີ. ປີ 2021 ​ອຸດສາຫະກຳ ແລະ ປຸງ​ແຕ່ງສາມາດ​ປະຕິບັດ​ໄດ້ 8.310,28 ຕື້​ກີບ, ເທົ່າ​ກັບ 60,35% ຂອງ​ແຜນການ, ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ຫຼຸດ​ລົງ 15,44%. ສາເຫດ​ສຳຄັນ​ທີ່​ພາ​ໃຫ້ການ​ຜະລິດ​ອຸດສາຫະກຳ​ປຸງ​ແຕ່ງ ແລະ ຫັດຖະກຳ​ຫຼຸດ​ລົງ​ແມ່ນ​ຈາກ​ການ​ແຜ່​ລະບາດ​ຂອງ ພະຍາດ​ໂຄ​ວິດ-19. ການ​ຄ້າ: ທົ່ວ​ປະເທດ​ມີ​ຕະຫຼາດ​ທັງ​ໝົດ 856 ແຫ່ງ, ໃນ​ນັ້ນ ມີ​ສູນ​ການ​ຄ້າ 28 ແຫ່ງ, ຕະຫຼາດ​ໃຫຍ່ 48 ແຫ່ງ, ຕະຫຼາດ​ກາງ 145 ແຫ່ງ, ຕະຫຼາດ​ນ້ອຍ 406 ແຫ່ງ, ຕະຫຼາດນັດ 257 ແຫ່ງ ເຮັດ​ໃຫ້ການ​ຈໍ​ລະ​ຈອນ​ແຈກ​ຢາຍ​ສິນຄ້າ​ລົງ​ເຖິງ​ຊົນນະບົດ, ເຂດ​ຫ່າງ​ໄກ​ສອກຫຼີກ. ການ​ສົ່ງ​ອອກ​ປະຕິບັດໄດ້ 5.611 ລ້ານ​ໂດ​ລາ​ສະຫະລັດ ເທົ່າ​ກັບ 85%, ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ເພີ່ມ​ຂຶ້ນ 26,8%. ສຳລັບ​ການ​ນຳ​ເຂົ້າ: ປະຕິບັດ​ໄດ້ 4.452 ລ້ານ​ໂດ​ລາ, ເທົ່າ​ກັບ 69,7% ເກີນ​ດຸນ​ປະມານ 1.160 ລ້ານ​ໂດ​ລາ. ( ອ່ານຕໍ່ສະບັບໜ້າ) ວຽກ​ງານ​ພະລັງງານ ແລະ ບໍ່​ແຮ່. ການ​ພັດທະນາ​ພະລັງງານ ແລະ ບໍ່​ແຮ່​ແມ່ນ​ການ​ຂຸດ​ຄົ້ນ ແລະ ນຳ​ໃຊ້​ທ່າແຮງ​ບົ່ມ​ຊ້ອນ​ທາງ​ດ້ານ​ຊັບພະຍາກອນ​ທຳ​ມະ​ຊາດ​ຕາມ​ແນວທາງ​ຂອງ​ພັກ​ເຮົາ, ຍ້ອນ​ແນວ​ນັ້ນ​ການ​ພັດທະນາ​ໃນ​ຂົງເຂດ​ທີ່​ໄດ້​ຮັບ​ການ​ເອົາໃຈໃສ່​ເປັນ​ຢ່າງ​ດີ ແລະ ມີ​ຜົນ​ໄດ້​ຮັບ​ຫຼາຍ​ສົມຄວນ. ອ່ານຕໍ່ສະບັບໜ້າດ້ານ​ພະລັງງານ; ໃນ​ປັດຈຸບັນ ທົ່ວ​ປະເທດ​ພວກ​ເຮົາ​ມີ​ແຫຼ່ງ​ໄຟ ຟ້າ 86 ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 10.447,93 ເມ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ​ໄຟຟ້າ ໄດ້​ເຖິງ 54.050,93 ລ້ານ​ກິ​ໂລງ​ວັດ​ໂມງ​ຕໍ່​ປີ ທົ່ວ​ປະເທດ​ມີ​ລະບົບ​ສາຍ​ສົ່ງ​ແຮງ​ສູງ, ແຮງ​ກາງ ແລະ ແຮງ​ຕ່ຳ ແລະ ມີ​ສະຖານີ​ຈ່າຍ​ໄຟຟ້າ 84 ແຫ່ງ ສາມາດ​ສະໜອງ​ໄຟຟ້າ​ໄດ້ 100% ໃນ​ເທສະ​ບານ ​ແຂວງ, ນະຄອນຫຼວງ, ເທສະ​ບານ​ເມືອງ ແລະ ນະຄອນ. 93% ຂອງ​ຈຳນວນ​ບ້ານ ແລະ 95% ຂອງ​ຈຳນວນ​ຄອບຄົວ​ໃນ​ທົ່ວ​ປະ ເທດ​ໄດ້​ໃຊ້​ໄຟຟ້າ​ແບບ​ຖາວອນ. ນອກ​ນີ້, ​ສປປ ລາວ ຍັງ​ຈຳໜ່າຍ​ໃຫ້​ຕ່າງປະເທດ ໄດ້ 6.423 ລ້ານ​ເມ​ກາ​ວັດ​ໂມງ. ໃນ​ນີ້​, ສົ່ງ​ໄປປະເທດໄທ 5.421 ເມ​ກາ​ວັດ, ຫວຽດນາມ 572 ເມ​ກາ​ວັດ, ກຳປູເຈຍ 320 ເມ​ກາ​ວັດ, ມຽນ​ມາ 10 ເມ​ກາ​ວັດ ແລະ ຍັງ​ເຊື່ອມ​ໂຍງ ແລະ ຈຳໜ່າຍ​ໄປ ມາ​ເລ​ເຊຍ 100 ເມ​ກາ​ວັດ. ດ້ານ​ບໍ່​ແຮ່: ເປັນ​ຂະແໜງການ​ໜຶ່ງ​ທີ່​ສ້າງ​ລາຍ​ຮັບ​ໃຫ້​ປະເທດ​ຊາດ​ຫຼາຍ​ພໍ​ສົມຄວນ ປີ 2019 ປະຕິບັດ​ໄດ້ 10.967 ຕື້​ກີບ ເທົ່າ​ກັບ 92% ຂອງ​ແຜນການ, ສະເພາະ​ຕົ້ນ​ປີ 2020 ປະຕິບັດ​ໄດ້ 5.181 ຕື້​ກີບ ເທົ່າ​ກັບ 47% ຂອງ ​ແຜນການ ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາຫຼຸດ​ລົງ 8% ການ​ຜະລິດ​ແຮ່​ທາດ​ຈະ​ສາມາດ​ປະຕິບັດ​ໄດ້ 10.851 ຕື້​ກີບ ລື່ນ​ແຜນການ​ປະມານ 13%. ໃນ​ປີ 2021 ຜະລິດ​ໄດ້ 12.602.73 ຕື້​ກີບ ເທົ່າ​ກັບ 91,21%, ການ ຈຳໜ່າຍ​ແຮ່​ທາດ ທັງ​ພາຍ​ໃນ ແລະ ຕ່າງປະເທດ ໄດ້ 1.464,96 ລ້ານ​ໂດ​ລາ​ສະຫະລັດ. ມາ​ຮອດ​ປັດຈຸບັນສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ທັງ​ໝົດ​ປະມານ 56.027,27 GWh/ປີ. ໃນ​ນັ້ນ,​ແຫຼ່ງ​ຜະລິດ​ໄຟຟ້າ​ມາ​ຈາກ​ເຂື່ອນ​ໄຟຟ້າ​ພະລັງງານ​ນ້ຳ​ກວມ​ເອົາ 81,33%, ມີ 77 ເຂື່ອນ, ມາ​ຈາກພະລັງງານໄຟຟ້າຖ່ານ​ຫີນ 17,14%. ນອກຈາກ​ນີ້, ຍັງ​ມີ​ພະລັງງານ​ຊີວະ​ມວນ​ກວມ​ເອົາ 0,51% ແລະ ພະລັງງານ​ແສງ​ຕາເວັນ 1,02% ສ່ວນ​ວຽກ​ງານ​ທໍລະນີ​ສາດ ແລະ ບໍ່​ແຮ່ກໍມີ​ທ່າ​ຂະຫຍາຍຕົວ​ເຊັ່ນ​ກັນ​ຄື: ມີ​ບໍລິສັດ​ທີ່​ໄດ້​ຮັບ​ອະນຸຍາດ​ຊອກ​ຄົ້ນ, ສຳ​ຫຼວດ, ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ທາງ​ດ້ານ​ເສດຖະກິດ​ເຕັກນິກ, ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ແຮ່​ທາດ ແບບ​ປົກກະຕິ ມີ​ທັງ​ໝົດ 230 ບໍລິສັດ ໃນ​ນັ້ນ: ຂະແໜງ​ທໍລະນີ​ສາດ​ແຮ່​ ທາດ​ຄຸ້ມ​ຄອງ ມີ 105 ບໍລິສັດ 124 ກິດຈະການ ແລະ ຂະແໜງ​ບໍ່​ແຮ່​ຄຸ້ມ​ຄອງ ມີ 125 ບໍລິສັດ205 ກິດຈະການ ປະກອບ​ມີ: ບໍລິສັດ ທີ່​ກຳລັງ​ດຳເນີນ​ວຽກ​ງານ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ທາງ​ດ້ານ​ເສດຖະກິດ-ເຕັກນິກ ມີ 42 ບໍລິສັດ 60 ກິດຈະການ; ບໍລິສັດທີ່​ລັດຖະບານ​ອະນຸມັດ​ໂຄງການ​ສຳ​ປະທານ​ຂຸດ​ຄົ້ນ​ທົ່ວ ໄປ 83 ບໍລິສັດ 145 ກິດຈະການ. ວຽກ​ງານ​ໂຍທາ​ທິ​ການ ແລະ ຂົນສົ່ງ. ນັບ​ແຕ່ ປີ 1975 ເປັນ ຕົ້ນ​ມາ ໂດຍ​ເລີ່ມ​ຈາກ​ແນວທາງ​ອັນ​ພື້ນຖານ​ຂອງ​ພັກ​ເຮົາ​ທີ່​ວ່າ “ວຽກ​ງານ​ຄົມມະນາຄົມ​ເປັນ​ປາຍ​ແຫຼມ​ໃຫ້​ແກ່​ການ​ພັດທະນາ​ປະເທດ​ຊາດ” ສະນັ້ນ, ວຽກ​ງານ​ຄົມມະນາຄົມ​ໃນ​ທົ່ວ​ປະເທດ​ກໍ​ໄດ້​ຮັບ​ການ​ປັບປຸງ ແລະ ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ທັງ​ນັບ​ມື້​ມີ​ຄວາມ​ສາມາດເຊຶ່ອມ​ຕໍ່​ກັບ​ອະນຸ​ພາກ​ພື້ນ, ເສັ້ນທາງ​ແລວ​ເສດຖະກິດ​ຕາເວັນ​ອອກ-ຕາ ເວັນຕົກ, ເໜືອ-ໃຕ້​ມີ​ເສັ້ນທາງ​ໄປ​ຮອດ​ເຂດ​ຈຸດ​ສຸມ​ໄປ​ຮອດ​ທຸກ​ແຂວງ, ທຸກ​ເມືອງ, ບ້ານ ແລະ ກຸ່ມ​ບ້ານ. ປີ 1976 ທົ່ວ​ປະເທດ​ມີ​ຄວາມ​ຍາວ​ຂອງ​ເສັ້ນທາງ​ພຽງ​ແຕ່ 12.000 ກວ່າ​ກິໂລແມັດ, ຮອດ​ປີ 2019 ມີ​ຄວາມ​ຍາວ​ຂອງ​ເສັ້ນທາງ​ທັງ​ໝົດ 60.340.000 ກິໂລແມັດ, (ໃນ​ນີ້ ທາງ​ປູ​ເບ​ຕົງ​ປູຢາງ​ອັດ​ສະ​ຟານ ແລະ ປູຢາງ 11.637,77 ກິໂລແມັດ ສາມາດ​ທຽວ​ໄດ້​ຕະ​ລອດ​ປີ​ໄປ​ເຖິງ​ທຸກ​ເມືອງ​ໃນ​ທົ່ວ​ປະເທດ​. ໃນ​ນີ້, ມີ​ເສັ້ນທາງ​ປູຢາງ​ໄປ​ເຖິງ​ທຸກ​ເທສະ​ບານ​ແຂວງ​ໃນ​ທົ່ວ​ປະເທດ ແລະ ມີ 138 ເມືອງ ມີ​ເສັ້ນທາງ​ປູຢາງ​ເຂົ້າ​ເຖິງ ເຊິ່ງ​ກວມ​ເອົາ 93,2%. ການ​ຂົນສົ່ງ​ສິນຄ້າ ແລະ ຂົນສົ່ງ​ໂດຍສານ​ກໍ່​ຂະຫຍາຍຕົວ​ເພີ່ມ​ຂຶ້ນ, ບໍ​ລິ​ມາດ​ການ​ຂົນສົ່ງ​ໂດຍສານ​ປະຕິບັດ ໄດ້ 3.848 ພັນ​ຄົນ, ຂົນ ສົ່ງ​ສິນຄ້າ​ປະຕິບັດ​ໄດ້ 2.651 ພັນ​ໂຕນ. ປີ 2021 ການ​ຂົນສົ່ງ​ຄົມມະນາຄົມ ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ລະບາດ​ຂອງ​ພະ ຍາດ​ ໂຄວິດ-19 ສົ່ງ​ຜົນ​ກະທົບ​ໃຫ້​ກັບ​ການ​ບໍລິການ​ຂົນສົ່ງ​ສິນຄ້າທາງບົກ​ທາງນໍ້າ, ທາງ​ອາກາດ ປະຕິບັດ​ໄດ້ 4.395,10 ພັນ​ໂຕນ ເທົ່າ​ກັບ 38,54% ຂອງ​ ແຜນການ ແລະ ການ​ຂົນສົ່ງ​ຜູ້ໂດຍສານ​ທຸກ​ເສັ້ນທາງປະຕິບັດ​ໄດ້ 46.216,20 ພັນ​ຄົນ ເທົ່າ​ກັບ 41,69% ເທົ່າ​ກັບ 41,69% ຂອງ​ແຜນການ ຄາດ​ວ່າ​ທ້າຍ​ປີ​ ຈະ​ສາມາດ​ປະຕິບັດ​ໄດ້​ຕື່ມ 5.190,20 ພັນ​ໂຕນ ແລະ 64.930 ພັນ​ຄົນ ໂຄງການ​ທາງ​ດ່ວນ ນະຄອນຫຼວງ​ວຽງ​ຈັນ-ວັງ​ວຽງ ມີ​ຄວາມ​ຍາວ 109 ກິໂລແມັດ ​ໄດ້​ເປີດ​ນຳ​ໃຊ້ຢ່າງ​ເປັນ​ທາງ​ການ ໃນ​ປີ 2020 ແລະ ເສັ້ນທາງ​ລົດໄຟ​ຄວາມ​ໄວ​ສູງ​ແຕ່​ບໍ່​ເຕັນ-ນະຄອນຫຼວງ​ວຽງ​ຈັນ ມີ​ຄວາມ​ຍາວ 426,5 ກິໂລແມັດ ໄດ້​ເປີດ​ນຳ​ໃຊ້​ແຕ່​ປີ 2021 ໃນ​ໄລຍະ 1 ປີຜ່ານມາ, ສາມາດ​ຂົນສົ່ງ ຜູ້ໂດຍສານ​ໄດ້ 739 ລ້ານ​ເທື່ອ​ຄົນ ແລະ ການ​ຂົນສົ່ງ​ສິນຄ້າ​ສະ​ສົມ​ໄດ້ 851 ລ້ານ​ໂຕນ. ປັດຈຸບັນ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ ມິດຕະພາບ ລາວ-ໄທ ແຫ່ງ​ທີ V ແຂວງ​ບໍ​ລິ​ຄຳ​ໄຊ ຫາ ແຂວງ​ບຶງ​ການ (ປະເທດ​ໄທ) ແມ່ນ​ໄດ້​ເລີ່ມ​ສ້າງ​ຂື້ນ​ມາ​ແຕ່​ເດືອນ​ສິງຫາ 2019 ແລະ ມາ​ຮອດ​ປັດຈຸບັນ​ມີ​ຄວາມ​ຄືບ​ໜ້າ ຫຼາຍ​ກວ່າ 56%, ຄາດ​ຄະເນ ຈະ​ສຳເລັດ ແລະ ເປີດ​ນຳ​ໃຊ້ ໃນ​ຕົ້ນ​ປີ 2024. ລັດຖະບານ ​ສປປ ລາວ ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຕາມ​ການ​ກຳນົດ​ເອົາ​ແລວ​ຂົວ​ລົດໄຟ​ແຫ່ງ​ໃໝ່ ເຊິ່ງ​ຫ່າງ​ຈາກ​ຂົວ​ມິດຕະພາບ ລາວ-ໄທ ແຫ່ງ​ທີ1 ໄປ​ທາງ​ໃຕ້ ຕາມ​ທິດ​ລຸ່ມ​ນ້ຳ​ໄຫຼ 30 ແມັດ ສຳລັບ​ການ ອອກ​ແບບ ແລະ ການ​ກໍ່ສ້າງ​ຂົວ​ທາງ​ລົດໄຟ​ແຫ່ງ​ໃໝ່​ນີ້ ຈະ​ເປັນ​ຂົວ​ສະເພາະ​ຮັບ​ໃຊ້​ລົດໄຟ ເຊິ່ງ​ບໍ່​ລວມ​ເອົາ ລົດ​ໂອ​ໂຕ ແລະ ຈະ​ຮອງ​ຮັບ​ເອົາ​ລົດໄຟ​ຂະໜາດ 1,435 ແມັດ ແລະ ທາງ​ລົດໄຟ 1 ແມັດ ໃນ​ຂົວ​ດຽວ​ກັນ. ລະບົບ​ນ້ຳ​ປະປາ ກໍ​ໄດ້​ຂະຫຍາຍຕົວ​ລົງ​ສູ່​ເທດສະບານ​ຂອງ​ບັນດາ​ເມືອງ​ໃນ​ທົ່ວ​ປະເທດ ແລະ ຢູ່ ເຂດ​ຊຸມ​ຊົນ ກໍ​ຄື​ກຸ່ມ​ບ້ານ​ໃຫຍ່​ຈຳນວນ​ໜຶ່ງ, ປະຊາກອນ​ທີ່​ອາໄສ​ຢູ່​ໃນ​ຕົວ​ເມືອງ​ໄດ້​ຊົມໃຊ້​ນ້ຳ​ປະປາ​ທີ່ ສະອາດ​ປອດ​ໄພ​ໄດ້ 80%, ປັດຈຸບັນ​ທົ່ວ​ປະເທດ ໄດ້​ມີ​ໂຮງງານ​ຜະລິດ​ນ້ຳ​ປະປາ 163 ແຫ່ງ​ມີ​ກຳລັງ ການ​ຜະລິດ 674,232 ມໍ້ຕໍ່​ວັນ ສາມາດ​ສະໜອງ​ນ້ຳ​ປະປາ​ໃຫ້​ປະຊາກອນ​ໃນ​ຕົວ​ເມືອງ ກວມ 76%ວຽກ​ງານ​ໄປສະນີ - ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ. ວຽກ​ງານ​ໄປສະນີ-ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ໄດ້​ຂະຫຍາຍຕົວ​ໄວ​ສົມຄວນ ແລະ ນັບ​ມື້​ນັບ​ຫັນ​ເປັນ​ທັນ​ສະໄໝ​ເມື່ອ​ທຽບໃສ່​ປີ 1975 ເຊິ່ງ​ມາ​ຮອດ​ປັດຈຸບັນ​ແຕ່​ລະ​ເມືອງ​ສາມາດ​ນຳ​ໃຊ້ ໂທລະ ສັບ​ໄດ້ 100%. ຂະຫຍາຍ​ຕາ​ໜ່າງ​ໄປສະນີ ໄດ້ 128 ກວ່າ​ເມືອງ​ມີ​ຫ້ອງການ ໄປສະນີ 160 ແຫ່ງ, ຂະຫຍາຍ ສະ ຖານີ​ຮັບ​ສົ່ງ​ສັນຍານ​ໂທລະສັບ​ມື​ຖື​ໄດ້ 1,106 ສະຖານີ ລວມ​ທັງ​ໝົດ 7.882 ສະຖານີ ເຮັດ​ໃຫ້​ເຄືອຄ່າຍ​ສັນຍານ​ໂທລະສັບ​ມື​ຖື 2G-3G ແລະ 4G ຄວບ​ຄຸມ 95%, 81% ແລະ 53% ຕາມ​ລຳດັບ​ຂອງ ບ້ານ​ທັງ​ໝົດ​ໃນ​ຂອບ​ເຂດ​ທົ່ວ​ປະເທດ. ການ​ພັດທະນາ ແລະ ປັບປຸງ​ລະບົບ​ຫ້ອງການ​ທັນ​ສະໄໝ ( EOFFICEV2) ແລະ ຂະຫຍາຍ​ການ​ນຳ​ໃຊ້​ລະບົບ​ຫ້ອງການ​ທັນ​ສະໄໝ​ໄປ ໃນ18 ພາກສ່ວນຂອງພະ​ແນກ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່ສານ​ແຂວງ, ນະຄອນຫຼວງ​ວຽງ​ຈັນ, ໄດ້​ພັດທະນາ​ລະບົບ​ປະຊຸມທາງໄກ ເພື່ອ​ຮັບ​ໃຊ້​ທາງ​ວິຊາ​ການ ແລະ ການ​ຮຽນ​ການ​ສອນ ໂດຍ​ສະເພາະ​ການ​ນຳ​ໃຊ້​ຂອງ​ພາກ​ລັດ ແລະ ອົງການ​ຕ່າງໆການ​ເປີດ​ໃຊ້​ບໍລິການລະບົບ 5G ໃນ​ປີຜ່ານມາ,​ ກໍຄື​ສາຍ​ກາບ​ໄຍ​ແສງ (OpticFiber) ໄດ້ 90, 258 ກິໂລແມັດ; ລົງທະບຽນ​ນຳ​ໃຊ້ ໂທລະສັບ​ມື​ຖື-ຕັ້ງ​ໂຕະ 6,090,188 ໝາຍ​ເລກ, ຈຳນວນ​ຜູ້ ລົງທະບຽນ​ໃຊ້​ອິນ​ເຕີ​ເນັດ 3,540,020 ບັນຊີ, ມີ​ຜູ້​ໃຊ້​ໂທ ລະສັບ​ມື​ຖື​ຜ່ານ​ຊິມ​ໂທ ແລະ ຊິມ​ເນັດ ທັງ​ໝົດ 9.5 ລ້ານ​ເລກ​ໝາຍ ເທົ່າ​ກັບ 136% ທຽບໃສ່​ປະຊາກອນ​ລາວ ແລະ​ ມີ​ປະຊາກອນ​ທີ່​ກຳລັງ​ໃຊ້​ອອນ​ລາຍ ເຖິງ 50%, ໃນ​ວັນ​ທີ 21 ພະຈິກ 2015 ສຳເລັດ​ການ​ສົ່ງ​ດາວ​ທຽມ​ຂອງ ​ສປປ ລາວ ຄັ້ງ​ທຳ​ອິດ​ໃນ​ຕຳ ແໜ່ງ​ວົງ​ໂຄຈອນ ວຽກ​ງານ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ. ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ, ພັກ-ລັດ ເຮົາ​ໄດ້​ໃຫ້​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ​ຫຼາຍ​ຂຶ້ນ ໂດຍ​ໄດ້​ວາງ​ນະ ໂຍບາຍ ແລະ ກົນ​ໄກ​ທີ່​ກ່ຽວ​ພັນ​ກັບ ວຽກ​ງານ​ດັ່ງກ່າວ​ຢ່າງ​ເປັນ​ລະບົບ​ຕໍ່​ເນື່ອງ ພ້ອມ​ທັງ​ຈັດ​ຕັ້ງ​ປະຕິບັດ​ມີ​ຜົນສຳເລັດ​ເປັນ​ກ້າວໆ, ອັນ​ພົ້ນ​ເດັ່ນ ແມ່ນ​ທີ່​ດິນ​ປະເພດ​ຕ່າງໆ​ໄດ້​ຮັບ​ການ​ເອົາໃຈໃສ່​ຄຸ້ມ​ຄອງ ແລະ ນຳ​ໃຊ້​ດ້ານ​ກົດໝາຍ ໄດ້​ກາຍເປັນ​ຖານ​ລາຍ ຮັບ​ສຳຄັນ ແລະ ໝັ້ນຄົງ​ຂອງ​ປະເທດ​ເຮົາ​ໃນ​ເງື່ອນໄຂ​ໃໝ່. ປີ 2020 ສາມາດ​ອອກ​ໃບ​ຕາດິນ​ໄດ້​ຈຳນວນ 610.000 ກວ່າ​ຕອນ ໃນ​ຂອບ​ເຂດ​ທົ່ວ​ປະເທດ. ສຳເລັດ​ການ​ພັດທະນາ​ໂປຼ​ແກມ​ຈົດ​ທະບຽນ​ທີ່​ດິນ ແລະ ນຳ​ໃຊ້​ທີ່​ດິນ​ໃນ 130 ເມືອງ ໃນ​ທົ່ວ​ປະເທດ​ສ້າງ ນິຕິ​ກຳ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ​ຫຼາຍ​ສະບັບ ແລະ ສ້າງ​ແຜນ​ແມ່​ບົດ​ການ ປັບປຸງ​ວຽກ​ງານ​ອຸຕຸນິຍົມ-ອຸ​ທົກ​ກະ​ສາດ. ຮອດ​ປີ 2021 ສາມາດ​ຂຶ້ນ​ທະບຽນ​ອອກ​ໃບ​ຕາດິນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ໄດ້​ທັງ​ໝົດ 60.000 ຕອນ, ເທົ່າ​ກັບ 75 % ຂອງ​ແຜນການ ( ມະຕິ​ສະພາ 80.000 ຕອນ) ແລະ ຄາດ​ຄະເນ​ໝົດ​ປີ ຈະ​ປະຕິບັດ​ໄດ້ ຈຳນວນ 90.000 ຕອນລື່ນ​ແຜນການ 12,50%. 3). ຂົງເຂດ​ວັດທະນະທຳ-ສັງຄົມ, (1) ວຽກ​ງານ​ການ​ສຶກ​ສາ​ທິ​ການ ແລະ ກິລາ. ການ​ສຶກ​ສາ​ໄດ້​ຮັບ​ການ​ພັດທະນາ​ເປັນ​ກ້າວໆ ນັບ​ທັງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ.ຈຳນວນ​ໂຮງຮຽນ​ລ້ຽງ​ເດັກ ໃນ​ປີ 1990 ມີ 858 ແຫ່ງ2000 ມີ 758 ແຫ່ງ, 2005 ມີ 969 ແຫ່ງ, 2010 ມີ 1.284 ແຫ່ງ, ປີ 2020 ມີ 3.496 ແຫ່ງ ແລະ ມີ​ນັກຮຽນ 245.849 ຄົນ. ໂຮງຮຽນ​ສາມັນ​ສຶກ​ສາ ໃນ​ປີ 1990 ມີ 7,117 ແຫ່ງ, 2000 ມີ 10,696 ແຫ່ງ, 2010 ມີ 10, 204 ແຫ່ງ​ປີ 2015 ມີ 10.547 ແຫ່ງ ແລະ ປີ 2020 ມີ 10.639 ແຫ່ງ, ມີ​ນັກຮຽນ 1.395,280 ຄົນ. ອະ​ຊີວະ​ສຶກ​ສາ ແລະ ສູນ​ອົບຮົມ​ວິຊາ​ຊີບ; ປີ 2019 ມີ​ໂຮງຮຽນ​ອະ​ຊີວະ​ສຶກ​ສາ 106 ແຫ່ງ, ມີ ນັກຮຽນ 741.563 ຄົນ. ມີ​ໂຮງຮຽນ​ວິຊາ​ຊີບ 101 ແຫ່ງ ໃນ​ນັ້ນ​ພາກ​ເອກະ​ຊົນ​ມີ 73 ແຫ່ງ ມີ 4 ລະບົບ​ຄື: ຊັ້ນ​ຕົ້ນ, ຊັ້ນ​ກາງ, ຊັ້ນ​ສູງ ແລະ ເຊື່ອມ​ຕໍ່​ປະລິນຍາ​ຕີ. ການ​ສຶກ​ສາ​ຊັ້ນ​ສູງ ແລະ ມະຫາວິທະຍາໄລ: ສົກ​ປີ 2018 - 2019 ທົ່ວ​ປະເທດ​ມີ ມະຫາ ວິທະຍາ ໄລ​ທັງ​ໝົດ 5 ແຫ່ງ, ໃນ​ນັ້ນ 4 ແຫ່ງ​ຂຶ້ນ​ກັບ​ກະຊວງ​ສຶກ​ສາ​ທິ​ການ, 1 ແຫ່ງ​ຂຶ້ນ​ກັບ​ກະຊວງ ສາທາລະນະ​ສຸກ; ໂຮງຮຽນ​ວິທະຍາໄລ​ມີ 133 ແຫ່ງ, ໂຮງຮຽນ​ສ້າງ​ຄູ​ມີ 12 ແຫ່ງ ນັບ​ທັງ​ຄະນະ​ສຶກ​ສາ ສາດ ຂອງ​ມະຫາວິທະຍາໄລ​ແຫ່ງ​ຊາດ. ດ້ານ​ກິລາ - ກາ​ຍະ​ກຳ: ມີ​ການ​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ​ນັບ​ແຕ່​ສູນ​ກາງ​ເຖິງ​ທ້ອງຖິ່ນ ແລະ ມີ​ປວງ​ຊົນ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ດັ່ງກ່າວ​ນັບ​ມື້​ຫຼາຍ ປັດຈຸບັນ​ໃນ​ທົ່ວ​ປະເທດ​ພວກ​ເຮົາ​ມີ​ສະໜາມກິລາ​ທີ່ ໄດ້​ມາດຕະຖານ​ລະດັບ​ຊາດ 4 ແຫ່ງ, ມາດຕະຖານ​ລະດັບ​ແຂວງ 10 ແຫ່ງ; ມີ​ສະຫະພັນ​ກິລາ​ແຫ່ງ​ຊາດ ທັງ​ໝົດ 39 ສະຫະພັນ ແລະ 1 ສະມາຄົມ​ກິລາ​ຄົນ​ພິການ. ຜົນສຳເລັດ​ຫຼາຍ​ປະການ​ໃນ​ວຽກ​ງານ​ກິລາ - ກາ​ຍະ​ກຳ​ອັນ​ໄດ້​ສ້າງ​ນັກ​ກິລາ, ການ​ແຂ່ງຂັນ​ກິລາ ປະເພດ​ຕ່າງໆ​ນັບ​ທັງ​ພາຍ​ໃນ ແລະ ຕ່າງປະເທດ. ພິເສດ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ງານ ແຂ່ງຂັນ​ກິລາ​ຊີເກມ​ຄັ້ງ​ທີ 25 ປີ 2009 ຊຶ່ງ​ຍາດ​ໄດ້ 33 ຫຼຽນ​ຄຳ ເປັນ​ຄັ້ງ​ປະຫວັດສາດ ຂອງ​ວົງ​ການ​ກິລາ ຊາດ​ລາວ, ເປັນ​ເຈົ້າພາບ​ຈັດການ​ງານ​ແຂ່ງຂັນ​ກິລາ​ມະຫາວິທະຍາໄລ​ອາ​ຊຽນ​ຄັ້ງ​ທີ 16 ແລະ ງານ ແຂ່ງຂັນ​ອື່ນໆ ແລະ ໄດ້​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ກິລາ​ໃນ​ລະດັບ​ປະເທດ, ລະດັບ​ພາກ​ພື້ນ ແລະ ສາກົນ​ນັບ​ມື້ ຫຼາຍ​ຂຶ້ນ. (2) ວຽກ​ງານ​ສາທາລະນະ​ສຸກ. ພັກ ແລະ ລັດຖະບານ ໄດ້​ເອົາໃຈໃສ່​ຫັນ​ເອົາ​ວຽກ​ງານ​ສາທາລະນະ​ສຸກ​ໄປ​ສູ່​ຮາກ​ຖານ​ປະຊາຊົນ, ຖື​ເອົາ​ການ​ກັນ​ພະຍາດ​ສົ່ງເສີມ​ສຸຂະພາບ​ເປັນຕົ້ນ​ຕໍ ແລະ ຖື​ເອົາ​ການ​ປິ່ນປົວ​ທີ່​ມີ​ຄຸນ​ນະ​ພາບ ແລະ ສະ ໜອງ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ຢ່າງ​ທົ່ວ​ເຖິງ​ເປັນ​ສຳຄັນ, ປະຕິບັດ​ລະບອບ​ປິ່ນປົວ​ບໍ່​ເສຍ​ຄ່າ​ຕໍ່​ເປົ້າ ໝາຍ​ທີ່​ທຸກ​ຍາກ​ຂາດເຂີນ ແລະ ດ້ອຍ​ໂອກາດ ຕາ​ໜ່າງ​ສາທາລະນະ​ສຸກ ໄດ້​ຂະຫຍາຍຕົວ​ໄປ​ເຖິງ​ກຸ່ມ​ບ້ານ. ໃນ​ປີ 1986 ໂຮງໝໍ​ຂັ້ນ​ສູນ​ກາງ 4 ແຫ່ງ, ປີ 2000 ມີ​ໂຮງໝໍ 141 ແຫ່ງ, ມີ​ສຸກສາລາ 533 ແຫ່ງ ເພີ່ມ​ຂຶ້ນ 4,8 ເທື່ອ ທຽບໃສ່ ປີ 1976, ປີ 2010 ມີ​ໂຮງໝໍ 147 ແຫ່ງ, ສຸກສາລາ ມີ 862 ແຫ່ງ, ປີ 2015 ມີ​ໂຮງໝໍ​ສູນ​ກາງ 5 ແຫ່ງ, ແຂວງ 17 ແຫ່ງ​ເມືອງ 1148 ແຫ່ງ ແລະ ສຸກສາລາ 959 ແຫ່ງ​ໃນ​ປີ 2021 ທົ່ວ​ປະເທດ​ມີ ສຸກສາລາ 1.223 ແຫ່ງ, ມີ​ໂຮງໝໍ​ເມືອງ 135 ແຫ່ງ, ໂຮງໝໍ​ແຂວງ 18 ແຫ່ງ​ໂຮງໝໍ​ສູນ​ກາງ 8 ແຫ່ງ ແລະ ສູນ​ບໍລິການ​ປິ່ນປົວ​ສະເພາະ 7 ແຫ່ງ (ສູນ​ການ​ແພດ​ຟື້ນ​ຟູ​ໜ້າທີ່​ການ, ໄຂ້ຍຸງ, ຕາ, ວັນນະໂລກ, ວິເຄາະ ແລະ ລະບາດ​ວິທະຍາ, ຜິວໜັງ, ເອ​​ສ ແລະ ອື່ນໆ); ມີ​ບ້ານ ສາທາລະນະ​ສຸກ 6.421 ບ້ານ, ປະຊາຊົນ​ສາມາດ​ເຂົ້າ​ເຖິງ​ການ​ບໍລິການ ດ້ານ​ສາທາລະນະ​ສຸກ ໃນ​ຂອບ ເຂດ​ທົ່ວ​ປະເທດ; ປະຊາຊົນ​ຊົມໃຊ້​ນ້ຳ​ສະອາດ 85,87% ແລະ ການ​ຊົມໃຊ້​ວິດຖ່າຍ​ຄົວ​ເຮືອນ 75,9%. 2020-2022 ຜ່ານ​ມາ​ນີ້, ຂະແໜງ​ສາທາລະນະ​ສຸກ ໄດ້​ຮັບ​ມື​ກັບ​ການ​ລະບາດ​ຂອງ​ພະຍາດ​ໂຄ ວິດ-19 ໄດ້​ດີ​ເຮັດ​ໃຫ້​ຜູ້​ຕິດເຊື້ອ​ພະຍາດ​ໂຄ​ວິດ​ຫຼຸກ​ລົງ ໂດຍ​ໄດ້​ຈັດ​ຕັ້ງ​ປະຕິບັດ​ການ​ໃຫ້​ບໍລິການ​ສັກ​ວັກ ຊິນ​ກັນ​ພະຍາດ​ໂຄ​ວິດ-19 ເຂັມ​ທີ1 ໄດ້ 6,008,121 ໂດ​​ສ ອັດຕາ​ປົກ​ຄຸມ 81,9% ,ເຂັມ​ທີ 2 ແມ່ນ​ໄດ້ 2,366,651 ໂດ​​ສ ອັດຕາ​ປົກ​ຄຸມ 73.1% ແລະ ມີ​ແຜນ​ຂະຫຍາຍ​ການ​ສັກ​ວັກ​ຊິນ​ໃຫ້​ກຸ່ມ​ອາຍຸ 9-11 ປີ ແລະ 12-17 ປີ, ຄາດໝາຍ​ປີ 2022 ໃຫ້​ບັນລຸ​ຫຼາຍ​ກວ່າ 70% ຂອງ​ປະຊາກອນ​ໃນ​ທົ່ວ​ປະເທດ ນອກຈາກ​ນີ້ ຕົວ​ເລກ​ສະ​ສົມ​ຂອງ​ພະຍາດ​ໄຂ້ຍຸງ​ລາຍ​ທົ່ວ​ປະເທດ​ມີ ທັງ​ໝົດ 30,413 ກໍລະນີ ແລະ ເສຍ ຊີວິດ 24 ຄົນ. ກອງ​ທຶນ​ປະກັນ​ສຸຂະພາບ​ແຫ່ງ​ຊາດ ຂະຫຍາຍ​ກວມ​ເອົາ 17 ແຂວງ, ເທົ່າ​ກັບ 71% ຂອງ​ປະຊາ ກອນ​ຖ້າ​ລວມ​ທັງ ​ອປສ ແລະ ​ອປລ ແມ່ນ​ກວມ​ຮອດ 94%, ຊຶ່ງ​ເຫັນ​ວ່າ​ຕາ​ໜ່າງ​ບໍລິການ​ສາທາລະນະ​ສຸກ ໄດ້​ມີ​ການ​ຂະຫຍາຍ​ປົກ​ຄຸມ​ເພີ່ມ​ຂຶ້ນ. (3) ວຽກ​ງານ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ. ພັກ ແລະ ລັດຖະບານ ຈຶ່ງ​ໄດ້​ເອົາໃຈໃສ່​ຊີ້​ນຳ - ນຳພາ ເປັນ​ແຕ່​ລະ​ໄລຍະ​ຢ່າງ​ເປັນ​ປົກກະຕິ​ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ຂະຫຍາຍຕົວ​ທັງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ ປີ 1975 ມີ​ສື່​ສິ່ງ​ພິມ​ທັງ​ໝົດ ພຽງ​ແຕ່ 5 ສະບັບ, ຮອດ​ປີ 2022 ມີ​ສື່​ສິ່ງ​ທັງ​ໝົດ 152 ສະບັບ ລວມ​ທັງ​ວາລະສານ, ໃບ​ຂ່າວ, ໜັງສືພິມ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ. ປີ 1975 ວິທະຍຸ​ກະຈາຍສຽງ ມີ​ສະຖານີ​ວິທະຍຸ​ກະຈາຍສຽງ 8 ສະຖານີ. ປີ 2022 ທົ່ວ​ປະເທດ ມີ​ສະຖານີ​ວິທະຍຸ​ທັງ​ໝົດ 82 ສະຖານີ ຊຶ່ງ​ແຜ່​ກະແສ​ຄື້ນ​ກວມ​ເອົາ 98% ຂອງ​ພື້ນ​ທີ່​ທົ່ວ​ປະເທດ; ໂທລະພາບ ສະຖານີ​ໂທລະພາບ​ແຫ່ງ​ຊາດ​ລາວ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ວັນ​ທີ 1 ທັນວາ 1983. ປີ 2022 ມີ​ສະຖານີ​ໂທລະພາບ​ທັງ​ໝົດ 45 ສະຖານີ, ໄດ້​ຕິດ​ຕັ້ງ​ລະບົບ​ໂທລະ​ໂຄງ​ຢູ່​ບ້ານ ຊຸມ​ຊົນ​ທັງ​ໝົດ 5,918 ຊຸດ ໃນ 148 ເມືອງ​ໃນ​ຊອບ​ເຂດ​ທົ່ວ​ປະເທດ. ວັດທະນະທຳ: ພັກ​ໄດ້​ມີ​ທັດສະນະ​ວ່າ: “ ວັດທະນະທຳ​ເປັນ​ພື້ນຖານ​ແຫ່ງ​ຄວາມ​ຍືນ​ຍົງ​ຄົງ​ຕົວ ຂອງ​ຊາດ, ເປັນ​ກຳລັງ​ດັນ​ໃຫ້​ສັງຄົມ​ຂະຫຍາຍຕົວ ແລະ ເປັນ​ຈຸດໝາຍ​ຂອງ​ການ​ພັດທະນາ​ສັງຄົມ “. ພັກ- ລັດ​ໄດ້ ເອົາໃຈໃສ່​ຊີ້​ນຳ-ນຳພາ​ວຽກ​ງານ​ຂະຫຍາຍຕົວ​ຢ່າງຮອບດ້ານ ຟື້ນ​ຟູ ແລະ ກໍ່ສ້າງ​ວັດທະນະທຳ​ແຫ່ງ ຊາດ, ປຸກລະດົມ​ຊຸກຍູ້ ແລະ ສົ່ງເສີມ​ຂະ​ບວນ​ວັດທະນະທຳ, ສິລະ​ປະ​ວັນນະກຳ ທີ່​ມີ​ລັກສະນະ​ຊາດ, ກ້າວໜ້າ ແລະ ລັກສະນະ​ມະຫາຊົນ ໃຫ້​ກາຍເປັນ​ພື້ນຖານ​ວັດທະນະທຳ​ຂອງ​ລະບອບ​ໃໝ່. ປີ 2021 ໃນ​ທົ່ວ​ປະເທດ​ມີ​ຄອບຄົວ​ວັດທະນະທຳ 963.543 ຄອບຄົວ ແລະ ປີ 2021 ເພີ້ມ​ຂຶ້ນ 6.345 ຄອບຄົວ ເທົ່າ​ກັບ 105% ຂອງ​ຄອບຄົວ​ທົ່ວ​ປະເທດ​ບ້ານ​ວັດທະນະທຳ ເພີ້ມ​ຂື້ນ 80 ບ້ານ ເທົ່າ​ກັບ 53,33% ລວມ 6.455 ບ້ານ ຂອງ​ບ້ານ​ຂອບ​ເຂດ​ທົ່ວ​ປະເທດ. ການທ່ອງທ່ຽວ: ເປັນ​ທ່າແຮງ​ອັນ​ສຳຄັນ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ງົບປະມານ. ລັດຖະບານ​ໄດ້ ກຳນົດ​ການ​ພັດທະນາ​ການທ່ອງທ່ຽວ​ເຂົ້າ​ໃນ 8 ແຜນ​ງານ​ບູ​ລິ​ມະ​ສິດ ເພື່ອ​ພັດທະນາ​ເສດ​ຖະ ກິດ - ສັງຄົມ ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ຂຶ້ນ. ນັບ​ແຕ່​ປີ 1989 ເປັນຕົ້ນ​ມາ ພັກ ແລະ ລັດ​ໄດ້​ສົ່ງເສີມ​ການທ່ອງທ່ຽວ, ສະຖານທີ່​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆ​ໄດ້​ຮັບ​ການ​ພັດທະນາ​ສາມາດ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ສະຖານທີ່​ຕ່າງໆ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ປີ 2012 ປະເທດ​ເຮົາ ໄດ້​ເປີດ​ປີ​ທ່ອງ ທ່ຽວ​ລາວ ແລະ ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ ແລະ ງານ​ວາງສະແດງ ການທ່ອງທ່ຽວ​ອາ​ຊຽນ ແລະ ອື່ນໆ. ດ້ານ​ການ​ບໍລິການ​ການ​ອະນຸລັກ​ການ​ຮັກສາ​ສະພາບ​ສິ່ງແວດລ້ອມ ທາງ​ດ້ານ​ວັດທະນະທຳ ແລະ ທຳ​ມະ​ຊາດ, ເຮັດ​ໃຫ້ ​ສປປ ລາວ ໄດ້​ຮັບ​ລາງວັນ​ດີເດັ່ນ “ ເປັນ​ປະເທດ​ທີ່ ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ສຳລັບ​ປີ 2013 “ ຈາກ​ສະພາ​ການທ່ອງທ່ຽວ ແລະ ການ​ຄ້າ ປີ 2019 ມີ​ນັກ ທ່ອງ​ທ່ຽວ​ເຂົ້າ​ມາ​ລາວ​ທັງ​ໝົດ ປະມານ 4,1 ລ້ານ​ເທື່ອ ສ້າງ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ໄດ້​ກວ່າ 700 ລ້ານ​ໂດ​ລາ, ສຽງ​ແຄນ​ລາວ​ໄດ້​ເປັນ​ມໍລະດົກ​ໂລກ​ທາງ​ດ້ານ​ວັດທະນະທຳ​ນາມ​ມະ​ທຳ ແລະ ມີ​ທົ່ງ​ໄຫ​ຫີນ ເຂົ້າ​ເປັນ​ມໍລະດົກ​ໂລກ; ສົມທົບ​ກັບ​ອົງການ ອຸຍ​ແນ​​ສ​ໂກ ແລະ ຊ່ຽວຊານ ​ສສ ຫວຽດນາມ ເພື່ອ​ສະເໜີ​ເອົາ​ປ່າ​ສະຫງວນ​ແຫ່ງ​ຊາດ ພູ​ຫີນ​ໜາມ​ໜໍ່ ຢູ່​ເມືອງ​ບົວລະພາ ແຂວງ​ຄຳ​ມ່ວນ ເຂົ້າ​ເປັນ​ມໍລະດົກ​ໂລກ ທາງ ດ້ານ​ທຳ​ມະ​ຊາດ ແຫ່ງ​ທຳ​ອິດ ຂອງ ​ສປປ ລາວ, ທັງ​ເປັນ​ມໍລະດົກ​ຂ້າມ​ຊາຍ​ແດນ ກັບ​ມໍລະດົກ​ໂລກ ຟອງ ຍາ​ແກ​ບາງ ແຂວງ​ກວາງ​ບິງ ຂອງ ​ສສ ຫວຽດນາມ ຕື່ມ​ອີກ. ໃນ​ປີ 2021 ການທ່ອງທ່ຽວ​ພົບ​ຄວາມ​ຫຍຸ້ງຍາກ ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຮອບ​ໃໝ່ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ ແລະ ບໍ່​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າ ມາ​ປະເທດ​ໄດ້​ຕາມ​ແຜນທີ່​ວາງ​ໄວ້. ເລີ່ມ​ແຕ່​ເດືອນ 5 ປີ 2022 ປະຕິບັດ​ຕາມ​ມາດ​ຕະການ​ເປີດ​ປະເທດ​ມີ ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງ​ທ່ຽວ​ບັນລຸ​ໄດ້ 1.681.000 ຄົນ. (4) ວຽກ​ງານ​ແຮງ​ງານ - ສະຫວັດດີ​ການ​ສັງຄົມ. ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ ລັດຖະບານ​ໄດ້​ເພີ່ມ​ຄ່າ​ແຮງ​ງານ​ຂຶ້ນ​ໃຫ້​ຜູ້​ອອກແຮງ​ງານ ໃຫ້​ຖືກ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ແຕ່​ລະ​ໄລຍະ, ເອົາໃຈໃສ່​ສ້າງ​ບັນດາ​ນິຕິ​ກຳ ເປັນຕົ້ນ ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ, ດຳລັດ​ວ່າ​ດ້ວຍ​ການ​ສ້າງ ແລະ ພັດທະນາ​ສີມື​ແຮງ​ງານ, ດຳລັດ ວ່າ​ດ້ວຍ​ການ​ສົງເຄາະ, ດຳລັດ​ວ່າ​ດ້ວຍ​ກອງ​ທຶນ​ປະກັນ ແລະ ຄຸ້ມ​ຄອງ​ໄພພິບັດ, ປັບປຸງ​ດຳລັດ​ວ່າ​ດ້ວຍ​ການ ປົກ​ປ້ອງ ແລະ ສິດຜົນປະໂຫຍດ​ຂອງ​ຄົນ​ພິການ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຮງ​ງານ, ກົດໝາຍ​ວ່າ ດ້ວຍ​ການ​ຈັດ​ຫາ​ງານ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ຜູ້​ອອກແຮງ​ງານ. ໄດ້​ປັບປຸງ ແລະ ກໍ່ສ້າງ ສູນ​ພັດທະນາ​ສີມື​ແຮງ​ງານ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ໃນ​ທົ່ວ​ປະເທດ​ມີ​ສູນ​ພັດທະນາ​ສີມື​ແຮງ​ງານ ແລະ ສູນ​ວິຊາ​ຊີບ​ທັງ​ໝົດ 153 ກວ່າ​ແຫ່ງ, ຮອດ​ປີ 2020 ສາມາດ​ພັດທະນາ​ສີມື​ແຮງ​ງານ​ໄດ້​ທັງ​ໝົດ 409.107 ຄົນ, ຍິງ 19.793 ຄົນ ເທົ່າ​ກັບ 62,17%, ສະໜອງ​ແຮງ​ງານ​ເຂົ້າ​ສູ່​ຕະຫຼາດ​ແຮງ​ງານ​ຢູ່​ພາຍ ໃນ ແລະ ຕ່າງປະເທດ​ໄດ້​ທັງ​ໝົດ 553.674 ຄົນ, ຍິງ 240.749 ຄົນ ເທົ່າ​ກັບ 77,31%, ໃນ​ປີ 2021 ການ​ຝຶກ​ສີມື​ແຮງ​ງານ​ໄດ້​ທັງ​ໝົດ 12.305 ຄົນ ລື່ນ​ແຜນ 53,8 1%, ສາມາດ​ສະໜອງ​ແຮງ​ງານ​ເຂົ້າ​ສູ່ ຕະຫຼາດ​ແຮງ​ງານ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ໄດ້​ທັງ​ໝົດ 7.167 ຄົນ ເທົ່າ​ກັບ 25,59% ຂອງ ແຜນການ, ຂະຫຍາຍ​ອັດຕາ​ປົກ​ຄຸມ​ປະກັນ​ສັງຄົມ​ໄດ້ 27.907 ຄົນ, ເທົ່າ​ກັບ 89% ປະຕິບັດ​ນະ​ໂຍ ບາຍ​ຕໍ່​ຜູ້​ມີ​ຜົນງານ ແລະ ຄຸນງາມຄວາມດີ​ໄດ້ 692 ທ່ານ ເທົ່າ​ກັບ 22,7% ຂອງ​ແຜນການ, ເປັນ​ເງີນ 15.26 ຕື້​ກີບ ເທົ່າ​ກັບ 19,51% ຂອງ​ແຜນການ, ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ອອກ​ຈາກ ເນື້ອທີ່​ການ ຜະລິດ ແລະ ເຂດ​ຊຸມ​ຊົນ, ເຂດ​ຈຸດ​ສຸມ​ເສດຖະກິດ ໄດ້​ປະມານ 1,699,21 ເຮັກຕາ ເທົ່າ​ກັບ 26,7%, ແລະ ມີ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອຸບັດເຫດ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຈຳນວນ 25 ຄົນ ແລະ ສາມາດ ລະດົມ ແລະ ຮັບ​ບໍລິຈາກ​ເລືອດ ໄດ້​ປະມານ 44.157 ຖົງ ເທົ່າ​ກັບ 68,56%. ໄດ້​ປະຕິບັດ​ນະໂຍບາຍ ອຸດ​ໜູນ​ວ່າງ​ງານ​ຕໍ່​ຜູ້​ປະກັນ​ຕົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ໃນ 9 ເດືອນ​ປີ 2021, ມີ 719 ບໍລິສັດ/ຫົວໜ່ວຍ​ແຮງ​ງານ​ມີ​ຜູ້​ປະກັນ​ຕົນ​ໄດ້​ຮັບ​ນະໂຍບາຍ 36.025 ເທື່ອ ຄົນ ເປັນ​ເງິນ ທັງ​ໝົດ 28.930 ລ້ານ​ກີບ. ມາ​ຮອດ​ປະຈຸ​ບັນ, ໄດ້​ປະຕິບັດ​ນະໂຍບາຍ​ອຸດ​ໜູນ​ວ່າງ​ງານ ສະເພາະ​ໂຄ​ວິດ-19 ທັງ ໝົດ 867 ບໍລິສັດ/ຫົວໜ່ວຍ​ແຮງ​ງານ, ມີ​ຜູ້​ອອກແຮງ​ງານ 48.966 ເທື່ອ​ຄົນ, ເປັນ​ເງິນ​ທັງ​ໝົດ 42.187 ລ້ານ​ກີບ. ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ການ​ຈັດ​ຫາ​ງານ ນັບ​ແຕ່​ເດືອນ​ມີນາ 2020 ເປັນຕົ້ນ​ມາ ມີ​ຜູ້​ອອກແຮງ ງານ​ພາຍ​ໃນ​ໄດ້​ຮັບ​ຜົນ​ກະທົບ​ທັງ​ໝົດ 74.104 ເທື່ອ​ຄົນ ໃນ​ຈຳນວນ 1.141 ບໍລິສັດ ແລະ ໄດ້​ປະຕິບັດ ນະໂຍບາຍ​ເງິນ​ອຸດ​ໜູນ​ວ່າງ​ງານ​ທັງ​ໝົດ 67,74 ຕື້​ກີບ; ສະເພາະ 6 ເດືອນ​ຕົ້ນ​ປີ 2022, ມີ​ຜູ້​ໄດ້​ຮັບ​ເງິນ ນະໂຍບາຍ​ອຸດ​ໜູນ​ວ່າງ​ງານ 18.965 ເທື່ອ​ຄົນ ເປັນ​ເງິນ 21,28 ຕື້​ກີບ. ສຳລັບ​ແຮງ​ງານ​ລາວ ທີ່​ກັບ​ຄືນ ປະເທດ​ມີ​ທັງ​ໝົດ 243.095 ຄົນ; ສະເພາະ 6 ເດືອນ​ຕົ້ນ​ປີ​ນີ້, ມີ 21.218 ຄົນ ໃນ​ນັ້ນ ແຮງ​ງານ​ທີ່​ໄປ​ຖືກຕ້ອງ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ຂອງ​ສອງ​ຝ່າຍ ມີ 83.322 ຄົນ ແລະ ບໍ່​ຖືກຕ້ອງ​ແມ່ນ 159.773 ຄົນ; ໄດ້​ສ້າງ​ສູນ​ຊ່ວຍເຫຼືອ​ສຸກ​ເສີນ​ຢູ່​ຂັ້ນ​ສູນ​ກາງ ແລະ ແນະນຳ​ໃຫ້​ຂະແໜງ​ແຮງ​ງານ ແລະ ສະຫວັດດີ ການ​ສັງຄົມ​ຂອງ​ແຂວງ, ຂອງ​ເມືອງ ໃນ​ການ​ຂຶ້ນ​ທະບຽນ ເພື່ອ​ຈັດ​ເຂົ້າ​ສູ່​ຕຳແໜ່ງ​ງານ​ພາຍ​ໃນ ແລະ ຈັດ​ຕັ້ງ ການ​ຝຶກ​ຝີ​ມື​ແຮງ​ງານ ເພື່ອ​ເຂົ້າ​ສູ່​ຕຳແໜ່ງ​ງານ ແລະ ປະກອບ​ອາຊີບ​ອິດສະຫຼະ ຊຶ່ງ​ສາມາດ​ຈັດ​ຫາ​ວຽກ​ເຮັດ ງານ​ທຳ​ໄດ້​ທັງ​ໝົດ 13.802 ຄົນ ແລະ ຈັດ​ສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະເທດ​ໄດ້ 13.361 ຄົນ (5) ວຽກ​ງານ​ນິຕິບັນຍັດ. ນັບ​ແຕ່​ມື້​ສ້າງຕັ້ງ​ສະພາ​ປະຊາຊົນ​ສູງ​ສຸດ ໃນ​ວັນ​ທີ 2 ທັນວາ 1975 ໃນ​ເມື່ອ​ກ່ອນ​ກໍ່​ຄື​ສະພາ​ແຫ່ງ ຊາດ​ໃນ​ປັດຈຸບັນ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂງ ໃນ​ຖານະ​ເປັນ​ຕົວ​ແທນ​ສິດຜົນປະໂຫຍດ​ຂອງ​ປະຊາຊົນ ໄດ້​ມີ​ບົດບາດ​ພົ້ນ​ເດັ່ນ​ກ່ອນ​ເກົ່າ​ໃນ​ການເຄື່ອນໄຫວ​ຄົ້ນຄວ້າ ແລະ ຕົກລົງ​ບັນຫາ​ສຳຄັນ​ຕົວ​ຈິງ​ຂອງ​ຊາດ​ກໍ່​ຄື ທ້ອງຖິ່ນ​ຕາມ​ພາລະ​ບົດບາດ​ຂອງ​ຕົນ. ອົງການ​ບໍລິຫານ​ລັດ​ໄດ້​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ ສ້າງ ພື້ນຖານ​ອັນ​ເຂັ້ມແຂງ​ໃຫ້​ແກ່​ການ​ຫັນ​ໄປ​ສູ່​ການ​ຄຸ້ມ​ຄອງ​ລັດ​ຕາມ​ກົດໝາຍ ແລະ ເປັນ​ການຈັດຕັ້ງ​ປະຕິບັດ ຕົວ​ຈິງ​ທີ່​ສອດຄ່ອງ​ກັບ​ເປົ້າ​ໝາຍ​ສ້າງ​ລັດ​ປະຊາທິປະໄຕ​ປະຊາຊົນ ທີ່​ປົກຄອງ​ດ້ວຍ​ກົດໝາຍ ປີ 2022 ພວກ​ເຮົາ​ມີ​ກົດໝາຍ​ທີ່​ປະກາດ​ໃຊ້​ທັງ​ໝົດ 169 ກວ່າ​ສະບັບ, ລັດ​ຖະ​ບັນຍັດ 40 ກວ່າ​ສະບັບ, ດຳລັດ 160 ກວ່າ​ສະບັບ ແລະ ນິຕິ​ກຳ​ອື່ນໆ 190 ກວ່າ​ສະບັບ. 4. ວຽກ​ງານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ. ພາລະກິດ​ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ ແມ່ນ​ໜຶ່ງ​ໃນ​ສອງ​ໜ້າທີ່​ຍຸດ​ທະ​ສາດ​ສຳຄັນ​ຂອງ​ປະເທດ ພວກ​ເຮົາ. ສະນັ້ນ ພັກ​ເຮົາ​ໄດ້​ຊີ້​ນຳ - ນຳພາ​ໂດຍ​ກົງ, ເດັດຂາດ ແລະ ຮອບດ້ານ​ຕໍ່​ກຳລັງ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ; ບັນຫາ​ທີ່​ເປັນໃຈ​ກາງ​ຕົ້ນຕໍ​ແມ່ນ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ, ນັກຮົບ ມີ​ຄວາມ​ໜັກ ແໜ້ນ​ທາງ​ດ້ານ​ການເມືອງ - ແນວ​ຄິດ, ເຂັ້ມແຂງ​ດ້ານ​ການຈັດຕັ້ງ, ເປັນ​ກຳລັງ​ທີ່​ຈົງ​ຮັກ ພັກດີ, ບໍລິສຸດ​ສັດຊື່​ຕໍ່​ຊາດ, ຕໍ່​ພັກ​ຕໍ່​ປະຊາຊົນ ແລະ ອຸດົມ​ການ​ສັງຄົມ​ນິຍົມ, ສົມ​ກັບ​ເປັນ​ເຄື່ອງມື​ອັນ ແຫຼມ​ຄົມ​ຂອງ​ພັກ, ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ປະຕິວັດ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ເຮົາ​ຢ່າງ​ບໍ່​ຢຸດ ຢັ້ງ, ຕັ້ງໜ້າ​ອົບຮົມ, ຫັດ​ແອບ​ສິລະ​ປະຍຸດ, ຍຸດທະວິທີ ໃຫ້​ມີ​ຄວາມ​ຊຳນານ ຕິດ​ພັນ​ກັບ​ການ​ຍົກ​ລະດັບ ຄວາມ​ສາມາດ​ບັນຊາ​ສູ້​ຮົບ​ທີ່​ມີ​ແບບແຜນ​ທັນ​ສະໄໝ​ເປັນ​ກ້າວໆ ໂດຍ​ສຸມ​ໃສ່​ສ້າງ​ທັງ 3 ປະເພດ​ກຳລັງ ໄປ​ພ້ອມໆ​ກັນ, ໃນ​ນັ້ນ​ຕ້ອງ​ສ້າງ​ກຳລັງ​ຫຼວງ​ໃຫ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ທີ່​ເຂັ້ມແຂງ ມີ​ກຳລັງ​ແຮງ ແລະ ຄວາມ ສາມາດ​ສູ້​ຮົບ​ມີ​ໄຊ​ໃນ​ທຸກ​ສະ​ຖາ ນະ​ການ​ສ້າງ​ກຳລັງ​ທ້ອງຖິ່ນ​ໃຫ້​ເປັນ​ຫົວໜ່ວຍ​ສູ້​ຮົບ​ເຂັ້ມແຂງ ນອນ​ຢູ່ ໃນ​ຍຸດ​ທະ​ສາດ​ຂອງ​ທ້ອງຖິ່ນ, ມີ​ກຳລັງ​ແຮງ ແລະ ມີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ທ້ອງຖິ່ນ​ຂອງ​ຕົນ; ສ້າງ ກຳລັງ​ກອງ​ຫຼອນ - ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ບ້ານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ມີ​ຄວາມ​ສາມາດ​ເຮັດ​ໜ້າທີ່ ເຄື່ອນ​ໄຫວ​ຮັກສາ​ຄວາມ​ສະຫງົບ, ຕອບ​ຕ້ານ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ທັງ​ໄດ້​ສຸມ​ໃສ່​ຜັນ ຂະຫຍາຍ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ບັນຫາ​ຢາ​ເສບ​ຕິດ ອອກ​ເປັນ​ນິຕິ​ກຳ, ແຜນ​ງານ ແລະ ແບ່ງ​ຄວາມ ຮັບຜິດຊອບ​ລະອຽດ ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຈິງ​ຈັງ ແຕ່​ເດືອນ​ສິງຫາ ປີ 2001 ເປັນຕົ້ນ​ມາ ໄດ້​ມີ ຄວາມ​ຄືບ​ໜ້າ​ໃນ​ຫຼາຍ​ດ້ານ ເປັນຕົ້ນ: ທຳລາຍ​ແຫຼ່ງ​ການ​ຜະລິດ, ເຄືອ​ຂ່າຍ​ການ​ຂົນສົ່ງ ແລະ ຈຳໜ່າຍ ໄດ້ ເປັນ​ຈຳນວນ​ຫຼວງຫຼາຍ. 5. ວຽກ​ງານ​ການ​ຕ່າງປະເທດ. ສປປ ລາວ ໄດ້ເປີດກວ້າງການພົວພັນກັບຕ່າງປະເທດ ແລະ ຮ່ວມມືສາກົນໂດຍຢຶດໝັ້ນແນວທາງ ການຕ່າງປະເທດ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມ ອາຊຽນ”; ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍ ຮູບແບບ ບົນພື້ນຖານຫຼັກການເຄົາລົບຊຶ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການເຄື່ອນໄຫວພົວພັນຢ່າງຕັ້ງໜ້າໃນຂອບການຮ່ວມມືຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ໃນປີ 1995 ສປປ ລາວ ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ອົງການ ສະຫະປະຊາຊາດ (ສປຊ) ວັນທີ 23 / 7 / 1997 ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ- ASEAN); ສປປ ລາວ ເປັນສະມາຊິກ ຂອງຂະບວນການບໍ່ຮ່ວມກຸ່ມ, ຂອງອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກຂອງກອງທຶນການ ເງິນລະຫວ່າງປະເທດ ( IMF), ສະມາຊິກຂອງທະນາຄານພັດທະນາແຫ່ງເອເຊຍ (ADB), ເປັນ ສະມາຊິກແຫ່ງສົນທິສັນຍາກ່ຽວກັບບັນຫາຢາເສບຕິດ, ສິ່ງແວດລ້ອມ ແລະ ສົນທິສັນຍາສາກົນອື່ນໆ; ເຂົ້າຮ່ວມໃນລັດຖະສະພາສາກົນ ( IPO ); 26 /10/ 2013 ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການ ການຄ້າໂລກ( WTO ). ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດທົ່ວໂລກ) ມີ ສຳນັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ 41 ແຫ່ງ, ໃນນັ້ນ ມີສະຖານເອກອັກຄະ ລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ, ຫ້ອງການ ກົງສູນ 1 ແຫ່ງກົງສູນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ, ສະຖາທູດຕ່າງປະເທດ ມີ ສຳນັກງານຢູ່ລາວ 28 ແຫ່ງ, ກົງສຸນໃຫຍ່ 6 ແຫ່ງ, 18 ອົງການສາກົນທີ່ຂຶ້ນກັບລັດຖະບານ ແລະ ມີກົງ ສູນກິຕິມະສັກ 18 ປະເທດປະຈຳລາວ, ມີດ່ານສາກົນ 28 ແຫ່ງ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ, ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ, ຍົກເວັ້ນວີຊາສອງຝ່າຍສຳລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ, ໃນນັ້ນມີ 9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ. ຍົກເວັ້ນວິຊາຝ່າຍດຽວສໍາລັບຜູ້ຖືໜັງສືຜ່ານແດນທຳ ມະດາກັບ 8 ປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ສະຫະພັນສະວິດ, ລຸກຊຳບວກ, ດານມາກ, ສະວີເດັນ, ຟືນ ແລນ ແລະ ນອກແວ, ມີການພົວພັນກັບພັກການເມືອງຫຼາຍກວ່າ 140 ພັກ ແລະ ມີການພົວພັນດ້ານ ເສດຖະກິດ ຫຼາຍກວ່າ 50 ປະເທດ; ການເຄື່ອນໄຫວວຽກງານການທູດລາວໃນໄລຍະ 47 ປີ ຜ່ານມາ ແມ່ນມີຜົນສຳເລັດອັນໃຫຍ່ຫຼວງເມື່ອທຽບກັບປີ 1975 ສປປ ລາວ ມີສາຍພົວພັນການທູດພຽງແຕ່ 44 ປະເທດ, ຍ້ອນມີການພົວພັນຮ່ວມມືດັ່ງກ່າວ ຈຶ່ງເຮັດໃຫ້ ສປປ ລາວ ມີບົດບາດພົ້ນເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ. ການພົວພັນລາວ - ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຢູ່ໃນລະດັບສູງສຸດ ໂດຍການນຳພັກ-ລັດ ຂັ້ນສູງ ສຸດຂອງສອງປະເທດ ໄດ້ໄປມາຫາສູ່ກັນຢ່າງເປັນປົກກະຕິ ຊຶ່ງປະກອບມືເລຂາທິການໃຫຍ່, ປະທານປະ ເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ການນຳລະດັບຕ່າງໆ. ໂດຍສະເພາະ ປີ 2022 ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ໂດຍມີ ການຈັດຕັ້ງສະເຫຼີມສະຫຼອງຢ່າງເປັນຂະບວນການຟົດຟື້ນແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ການພົວພັນ ສປປ ລາວ - ສປ ຈີນ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ, ສອງ ພັກ - ລັດ ເລີ່ມມີການພົວພັນກັນມາແຕ່ປີ 1959 ແລະ ສ້າງຕັ້ງສາຍພົວພັນການທູດໃນປີ 1961 ແລະ ໄດ້ຮັບການຊຸກຍູ້ສົ່ງເສີມ, ຍົກລະດັບການພົວພັນຢ່າງຕໍ່ເນື່ອງນັບມື້ນັບເຂົ້າສູ່ລວງເລິກ, ສະແດງອອກໃນປີ 2000, 2009, 2016, 2017, 2018 ແລະ ປີ 2019 ການນຳຂອງສອງພັກລາວ-ຈີນ ໄດ້ກຳນົດການ ພົວພັນລະຫວ່າງສອງປະເທດ ຕາມທິດ “ໝັ້ນຄົງຍາວນານບ້ານໃກ້ເຮືອນຄຽງທີ່ດີໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ”; ການພົວພັນລະຫວ່າງສອງປະເທດ ໄດ້ຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ ຮອບດ້ານ”; ການນຳສອງພັກລາວ - ຈີນ ໄດ້ຕີລາຄາ ແລະ ສະເໜີວ່າ “ການພົວພັນລາວ - ຈີນ ບໍ່ແມ່ນ ການພົວພັນທົ່ວໄປ ແຕ່ເປັນການພົວພັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ”ຍັງໄດ້ລະບຸເຂົ້າ ໃນຖະແຫຼງການຮ່ວມລາວ - ຈີນ ຄັ້ງທຳອິດວ່າ “ສອງປະເທດເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດ ທະສາດ” ໃນເດືອນພະຈິກ 2017 ການນຳສອງຝ່າຍໄດ້ຢືນຢັນຄືນອີກຄັ້ງໜຶ່ງເຖິງຄວາມຮັບຮູ້ການເປັນຄູ່ ຮ່ວມຊາຕາກຳລາວ - ຈີນ; ການນຳສອງຝ່າຍເຫັນດີເປັນເອກະພາບກັນເລີ່ມຕົ້ນສ້າງ “ແຜນແມ່ບົດ ວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ - ຈີນ”ພ້ອມກັນນັ້ນກໍ່ໄດ້ລົງນາມຮ່ວມກັນໃນວັນທີ 30 ເມສາ 2019 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ອັນພົ້ນເດັ່ນແມ່ນ ສປປ ລາວ ແລະ ສປ ຈີນ ລົງນາມໃນແຜນ ແມ່ບົດ ວ່າດ້ວຍການຮ່ວມມືກັນຊຸກຍູ້ເພື່ອສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ປິ່ນອ້ອມກໍຄືມີການສ້າງແມ່ ບົດແລວເສດຖະກິດລາວ - ຈີນພ້ອມດຽວກັນນັ້ນ ສປປ ລາວ ໄດ້ເປີດສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ຕື່ມອີກ ທີ່ນະຄອນຊາງຊາ ເພື່ອເປັນການສົ່ງເສີມການພົວພັນລະຫວ່າງສອງປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ