ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມ​ໃຫຍ່​ເຕັກນິກ​ກອງທັບ ສຸມ​ໃສ່​ວຽກ​ງານ​ຮັບປະກັນ​ເຕັກນິກ ​ໃຫ້​ແກ່​ການ​ຊ້ອມ​ຮົບ ລາວ-ຣັດ​ເຊຍ
ເວລາອອກຂ່າວ: 2022-11-30 09:20:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ຈອມ​ເພັດ ໄຊ​ຍະ​ສຸກ ກຳມະການ​ ຄະນະ​ປະຈຳ​ພັກ​ກົມ​ໃຫຍ່, ຮອງຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ, ຫົວໜ້າ​ຄະນະ​ຊີ້​ນຳ​ລວມ​ລົງ​ເລິກ​ວຽກງານຮັບປະກັນເຕັກນິກ​ພາກ​ສະໜາມ, ໄດ້ໃຫ້ຮູ້ວ່າ: ພາກສ່ວນ​ຮັບປະກັນເຕັກນິກ ແມ່ນພາກສ່ວນ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ໃນ​ການ​ຊ່ວຍ​ໜູນ​ທາງ​ດ້ານ​ຮັບປະກັນ​ວຽກ​ງານ​ເຕັກນິກ​ໃຫ້​ແກ່​ບັນດາ​ເຫຼົ່າ​ຮົບ​ຢູ່​ພາກ​ສະໜາມ​ບໍ່​ວ່າ​ຈະ​ຢູ່​ໃນ​ສະ ພາບ​ໃດ​ກໍ​ຕາມ, ພະນັກງານ-ນັກຮົບຂອງ​ກົມ​ໃຫຍ່​ເຕັກນິກ​ກອງທັບ ໄດ້​ເອົາໃຈໃສ່​ເຮັດໜ້າ​ ທີ​່ວຽກ​ງານ​ທາງ​ດ້ານ​ວິຊາ​ສະ ເພາະ ເພື່ອ​ເຮັດ​ສຳເລັດ​ໜ້າທີ່​ໃນ​ການ​ກຽມພ້ອມ​ສູ້​ຮົບ ແລະ ສູ້ຮົບ​ມີ​ໄຊ ສຳລັບ​ການ​ເຂົ້າ​ຮ່ວມ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ ຄັ້ງ​ນີ້ ແມ່ນ​ ມີ​ຄວາມ​ໝາຍ​ຄວາມສຳຄັນ ​ເປັນ​ຢ່າງ​ຍິ່ງ​ຂອງ​ກົມ​ໃຫຍ່​ເຕັກ ນິກກອງທັບ. ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ຄະນະ​ຮັບຜິດຊອບ ກໍໄດ້​ຮີບ​ຮ້ອນ​ເຕົ້າໂຮມ​ພະນັກງານ-ວິຊາ​ການ​ຂັ້ນ​ຕ່າງໆ ເພື່ອ​ຈັດ​ຕັ້ງ​ເຜີຍແຜ່​ຄຳ​ສັ່ງ ແລະ ຈັດ​ຕັ້ງ​ສ້າງ​ແຜນການ, ແຜນ​ງານ​ອັນ​ລະອຽດ ພ້ອມ​ນີ້​ຍັງ​ໄດ້​ແຕ່ງຕັ້ງ​ຄະນະ​ຮັບຜິດຊອບ​ວຽກ​ງານ​ເຕັກນິກ ຈຳນວນ 96 ສະຫາຍ, ໃນ​ນັ້ນ​ມີ​ບັນດາ​ຄະນະ​ກົມ​ເສນາ​ເຕັກນິກ, ຄະນະ​ກົມເຕັກ ນິກ​ເຫຼົ່າ​ຮົບ, ຄະນະກົມຄຸ້ມຄອງ ​ລົດ, ຄະນະກົມ​ຄຸ້ມ​ຄອງອາວຸດ-ກະສູນ, ຄະນະ​ກົມ​ມາດຖານ​ວັດ ແທກ-ຄຸນ​ນະ​ພາບ, ມີໜ້າ​ເຊື່ອມ​ຊຶມ​ທິດ​ສະ​ດີ​ຊີ້​ນຳ​ຂອງ​ຄະນະ​ຊີ້​ນຳ​ສ້າງ​ບັນດາ​ແຜນການ, ເນື້ອ​ໃນ​ໃຫ້​ຄົບ​ຖ້ວນ​ຖືກຕ້ອງເໝາະສົມ ​ກັບ​ໜ້າທີ່​ຄວາມ​ສາມາດ​ກຽມ ພ້ອມ​ສູ້​ຮົບ​ຂອງ​ກົມ​ກອງ​ຈັດ​ຕັ້ງ​ກຽມ​ຮັບປະກັນ​ພາຫະນະ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ມີ​ຄວາມ​ພ້ອມ​ຮອບດ້ານ, ແຕ່ງຕັ້ງ​ອະ​ນຸ​ກຳມະການຮັບປະກັນວຽກງານ​ເຕັກນິກ ຈຳນວນ 17 ສະຫາຍ ມີໜ້າ​ທີ່​ສ້າງ​ແຜນການ, ງົບປະມານຊີ້​ນຳ​ນັກ​ຂັບ​ຂີ່​ຮັບປະກັນ​ຂົນສົ່ງ​ພາຫະນະ​ອາວຸດ​ຍຸດ​ໂທ​ປະກອນ​ເຕັກນິກ​ໃຫ້​ແກ່​ການ​ຊ້ອມ​ຮົບ​ເຖິງ​ຈຸດໝາຍ, ແຕ່ງຕັ້ງ​ວິຊາ​ການ​ຮັບປະກັນ​ສ້ອມແປງ​ອາວຸດ-ກະສູນ, ທຳລາຍ ຈຳນວນ 10 ສະຫາຍ ເຮັດ​ໜ້າທີ່​ສ້ອມແປງແກ້ໄຂ​ກໍລະນີ​ຕິດ​ຂັດ​ຂອງ​ອາວຸດ, ທຳລາຍ​ລູກ​ກະ​ສູນ​ທີ່​ບໍ່​ສາມາດ​ນຳ​ໃຊ້​ໄດ້, ແຕ່ງຕັ້ງ​ວິຊາ​ການ​ຮັບ ປະກັນ​ສ້ອມແປງ​ລົດ​ຕັງ-ຫຸ້ມ​ເກາະ ຈຳນວນ 21 ສະຫາຍ ເຮັດ​ ໜ້າທີ່​ສ້ອມແປງແກ້​ໄຂກໍລະນີ​ລົດ​ຕັງ-ຫຸ້ມ​ເກາະ ແລະ ລົດ​ໂອ​ໂຕເປ່​ເພ​ຢູ່​ໜ້າ​ສະໜາມ, ແຕ່ງຕັ້ງ​ນັກ​ຂັບ​ຂີ່​ລາກ​ແກ່, ລົດ​ກູ້​ແກ່, ລົດ​ຕູ້​ ສ້ອມແປງ, ລົດຈົກອະເນກປະສົງ, ລົດ​ດັບ​ເພີງ ຈຳນວນ 14 ສະຫາຍ ມີໜ້າ​ທີ່​ກວດກາ ບົວລະບັດ​ປະຈຳ​ວັນ ຂັບ​ຂີ່​ພາຫະນະ​ທີ່​ຕົນ​ຮັບຜິດຊອບ​ຮອດ​ຈຸດໝາຍ​ດ້ວຍ​ຄວາມ​ປອດ​ໄພ ແລະ ຍັງ​ໄດ້​ກຳນົດ​ເອົາ​ນັກ​ຂັບ​ຂີ່​ລົດ​ບັນຊາ, ນັກ​ຂ່າວ ແລະ ອີກ​ຫຼາຍພາກສ່ວນ​ເຂົ້າ​ຮ່ວມ​ການຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາໂຣດ 2022”, ໃນ​ນີ້​ກຳລັງ​ຂອງ​ກົມ​ໃຫຍ່​ເຕັກນິກ ແມ່ນ​ມີໜ້າ​ທີ່​ຮັບປະກັນ​ເຕັກນິກ​ຂັ້ນ​ຕ່າງໆ​ໃຫ້​ບັນດາ​ເຫຼົ່າ​ຮົບ​ທີ່ຢູ່​ພາກ​ສະໜາມ ໃຫ້​ໄດ້​ຮັບ​ຜົນສຳເລັດ​ຕາມ​ແຜນ ການ​ທີ່​ວາງ​ໄວ້. ມາ​ຮອດ​ປັດຈຸບັນ​ຄະນະພັກ-ຄະນະ​ກົມ​ໃຫຍ່​ເຕັກນິກ​ໄດ້​ຊີ້​ນຳ ​ພະນັກງານ​ວິຊາ​ການ​ແຕ່ລະ​ພາກສ່ວນເຂົ້າ​ໃນການຮັບປະກັນ​ ເຕັກນິກ​ໃນ​ພາກ​ສະໜາມຮົບ, ເຫັນ​ໄດ້​ວ່າ​ແຕ່​ລະ​ສະຫາຍໄດ້​ເອົາ ໃຈໃສ່ປະຕິບັດ​ຕາມ​ແຜນການ ແລະ ຮັບ​ປະ ກັນໄດ້ການປະສານ​ງານ​ລະຫວ່າງ​ຄະນະ​ຊີ້​ນຳ​ຢູ່​ພາກ​ສະໜາມ ແລະ ສູນ​ບັນຊາ ຜ່ານ​ການ​ກວດກາເຕັກນິກ​ຕົວ​ຈິງເຫັນ​ ວ່າ​ແຕ່​ລະ​ພາກສ່ວນແມ່ນເອົາ ໃຈໃສ່​ເຮັດ​ທຸກ​ວິທີ​ທາງ, ສຸມ​ສະຕິ​ປັນຍາ​ເຫື່ອແຮງ​ປະກອບສ່ວນ​ເຮັດ​ວຽກ​ງານ​ຮັບປະກັນ​ເຕັກນິກ​ໃຫ້​ແກ່​ການ​ຊ້ອມ​ຮົບ ລາວ-ຣັດ​ ເຊຍ​ຄັ້ງ​ນີ້​ໃຫ້​ສຳເລັດ​ຕາມ​ຄາດໝາຍ ແລະ ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%. ໂດຍ: ໂດຍ ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ