ກອງພັນໃຫຍ່ 642 ເປີດບັ້ນເຝິກອົບຮົມປະຈຳປີ 2019
ເວລາອອກຂ່າວ: 2019-02-20 09:34:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1848 | ຄວາມນິຍົມ: ![]()
ໃນກາງເດືອນກຸມພາ 2019
ຜ່ານມານີ້, ຢູ່ທີ່ເດີ່ນກີລາກອງ ພັນໃຫຍ່ 642 ໄດ້ຈັດຕັ້ງພິທີເປີດ ຊຸດອົບຮົມປະຈຳປີ 2019 ຂຶ້ນ ຢ່າງເປັນທາງການໂດຍການເປັນ
ປະທານຂອງສະຫາຍ ພົນຈັດຕະ
ວາ ໄພລັດ ພິມມະສັກ ຄະນະພັກ ອົງການກົມ ໃຫຍ່ເສນາທິການ ກອງທັບ, ຫົວໜ້າກົມປ້ອງກັນອາ
ກາດ, ມີຄະນະພັກ-ຄະນະບັນຊາ
ກອງພັນໃຫຍ່ 642, ມີບັນດາພະ ແນກການ, ຂະແໜງການ, ກົມ
ກອງອ້ອມຂ້າງ ຕະຫຼອດຮອດ ນາຍ ແລະ ພົນທະຫານເຂົ້າ ຮ່ວມ.
ໃນພິທີສະຫາຍ ພັນເອກ ແສງ
ມະນິວອນ ຄຳມະນີ ເລຂາຄະ
ນະພັກ, ຫົວໜ້າການເມືອງກອງ ພັນໃຫຍ່ 642 ກໍໄດ້ຂຶ້ນຜ່ານແຜນ ການອົບຮົມປະຈຳປີ 2019 ໃນ
ນັ້ນບັ້ນເຝິກອົບຮົມໃນຄັ້ງນີ້ຈະ ແບ່ງອອກເປັນ 4 ພາກໃຫຍ່ຄື :
ພາກການເມືອງ, ພາກການທະ ຫານ, ພາກພະລາທິການ ແລະ
ພາກເຕັກນິກ. ສະເພາະພາກ ການທະຫານນອກຈາກຈະອົບ
ຮົມວິຊາສະເພາະເຫຼົ່າຮົບປ້ອງ ກັນອາກາດແລ້ວ, ຍັງຈະໄດ້ອົບ
ຮົມວິຊາທະຫານໄປພ້ອມກັນ ອີກດ້ວຍ, ການອົບຮົມຄັ້ງນີ້ແມ່ນ ຖືເອົາທິດສະດີພື້ນຖານ ແລະ ພາກປະຕິບັດຕົວຈິງເປັນບັນ ຫາສຳຄັນ ແລະ ຈະດຳເນີນໄປ ເປັນເວລາ 120 ວັນ ຈຶ່ງຈະອັດ ລົງ.
ຈຸດປະສົງການເປີດຊຸດອົບ ຮົມໃນຄັ້ງນີ້ແນ່ໃສ່ເຮັດໃຫ້ນາຍ ແລະ ພົນທະຫານໃນກອງພັນໃຫຍ່ 642 ຮັບຮູ້ ແລະ ກຳແໜ້ນບັນ ດາທິດສະດີຫຼັກການ, ສິລະປະ
ຍຸດໆທະວິທີ, ພະນັກງານ-ນັກ
ຮົບກຳໄດ້ແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ຂໍ້ ກຳນົດກົດລະບຽບຂອງກອງທັບ ເພື່ອພ້ອມກັນນຳເອົາກົມກອງ ຕົນເອງກ້າວຂຶ້ນ ແລະ ເຮັດສຳ ເລັດທຸກໜ້າທີ່ຂອງການຈັດຕັ້ງ
ພັດ-ລັດ ແລະ ປະຊາຊົນມອບ ໝາຍໃຫ້.
ໃນຕອນທ້າຍຍັງໄດ້ຮັບຟັງ ການ ໂອ້ລົມຈາກສະຫາຍ ພົນຈັດ
ຕະວາ ໄພລັດ ພິມມະສັກ ຄະນະ
ພັກອົງການກົມໃຫຍ່ເສນາທິ ການກອງທັບ, ຫົວໜ້າກົມປ້ອງ
ກັນອາກາດສະຫາຍໄດ້ຍົກໃຫ້ ເຫັນຫຼາຍບັນຫາເປັນຕົ້ນແມ່ນ ສະພາບການຂອງໂລກ, ພາກ
ພື້ນ ແລະ ພາຍໃນປະເທດ ເຊິ່ງມັນ
ສະທ້ອນເຖິງຄວາມໝັ້ນຄົງ ແລະ
ສັນຕິພາບຂອງປະເທດເຮົາ. ໂອກາດດຽວ ກັນນີ້ທ່ານໄດ້ຮຽກ ຮ້ອງມາຍັງທຸກໆພາກສ່ວນເປັນ ຕົ້ນແມ່ນຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນ, ຄູ-ອາຈານ ແລະ
ຜູ້ເຂົ້າເຝິກອົບຮົມຈົ່ງເພີ່ມທະ ວີຄວາມຮັບຜິດຊອບ, ສຸມທຸກ
ສະຕິບັນຍາເຮັດໃຫ້ບັ້ນຊຸດອົບ ຮົມໃນຄັ້ງນີ້ປະສົບຜົນສຳເລັດ ໄດ້ຕາມຄາດໝາຍ ຫຼື ລື່ນຄາດ ໝາຍຍິ່ງເປັນການດີ.
ໂດຍ : ແອັດດີ້ ໄຊຍະບານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















