ທະຫານແຂວງສະຫວັນນະເຂດ ສະຫຼຸບຜົນງານ ແລະ ຍ້ອງຍໍ 5 ປີ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-20 09:37:24 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1804 | ຄວາມນິຍົມ: ![]()
ໃນວັນທີ 14 ກຸມພາ 2019 ນີ້, ກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ເປີດ ກອງປະຊຸມສະຫຼຸບຜົນງານ ແລະ ປະດັບຫຼຽນໄຊຍ້ອງຍໍໃນໂອ ກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຂຶ້ນຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງ ດັ່ງກ່າວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະ ການສຳຮອງສູນກາງພັກ, ຮອງ
ເລຂາພັກແຂວງ, ຮອງເຈົ້າແຂວງ ໆ
ສະຫວັນນະເຂດ, ມີທ່ານ ບຸນຍູ້ ທຳມະວົງ ກຳມະການພັກແຂວງ, ເລຂາພັກ, ເຈົ້າຄອງນະຄອນ ໄກ
ສອນ ພົມວິຫານ, ມີທ່ານ ພົນຈັດ
ຕະວາ ຈະເລີນ ວົງວິໄຊ ເລຂາຄະ
ນະພັກ, ຫົວໜ້າການເມືອງກອງ ບັນຊາການທະຫານແຂວງສະ ຫວັນນະເຂດ, ມີຄະນະພັກ-ຄະ ນະບັນຊາກອງບັນຊາການທະ ຫານແຂວງສະຫວັນນະເຂດ, ພະນັກງານປະຕິວັດອາວຸດໂສບຳ ນານ, ກົມກອງຕ່າງໆອ້ອມຂ້າງ ແລະ ບັນດາແຂກທີ່ຖືກເຊີນເຂົ້າ ຮ່ວມ.
ທ່ານ ພົນຈັດຕະວາ ຈະເລີນ ວົງວິໄຊ ໄດ້ຂຶ້ນສະຫຼຸບຜົນງານ ການເຄື່ອນໄຫວຂອງກອງບັນຊາ ການທະຫານແຂວງໃນໄລຍະ ຜ່ານມາ,ເຊິ່ງເຫັນໄດ້ຜົນງານ ຫຼາຍດ້ານທີ່ພົ້ນເດັ່ນເປັນຕົ້ນ ໃນຊຸມປີຜ່ານມາໄດ້ເອົາພະນັກ ງານລົງກໍ່ສ້າງຮາກຖານການ ເມືອງທັງໝົດມີ 129 ສະຫາຍ, ໃນ 87 ກຸ່ມບ້ານ ມີ187 ບ້ານ,
ສ້າງໄດ້ຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງ 73.501 ຄອບຄົວ ມີ447 ບ້ານເທົ່າກັບ 43,73% ໃນຈຳນວນ1022 ບ້ານ ທົ່ວແຂວງ, ນອກນັ້ນຍັງໄດ້ ປະຕິບັດຄຳສັ່ງເລກທີ 15/ນຍວ່າດ້ວຍການເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາຂຸດຄົ້ນ ໄມ້ສາມາດກັກຕົວຜູ້ຕ້ອງຫາ ທີ່ມາຈາກປະເທດໄທໄດ້ 5 ກໍ ລະນີ, ລົງກວດຄົ້ນໂຮງເລື່ອຍ ໄດ້ 2 ແຫ່ງ, ເກັບກູ້ປືນລ່າສັດ 71 ກະບອກ, ຢຶດລົດທີ່ນຳໃຊ້ຂົນ
ສົ່ງ ໄມ້ໄດ້ 8 ຄັນ, ອາຍັດໄມ້ທີ່ບໍ່ຖືກ ຕ້ອງ ຈຳນວນ 971.923 ແມັດ
ກ້ອນ, ລົງແກ້ໄຂການດູດແຮ່- ຊາຍໄດ້ 6 ຄັ້ງ, ໄດ້ສົມທົບກັບພະ ແນກການຕ່າງປະເທດ, ລົງກວດ ກາເກັບກຳສະຖິຕິການຍົກຍ້າຍ ພູມລຳເນົາທີ່ບໍ່ຖືກຕ້ອງຕາມຊາຍ ແດນ, ເປັນເຈົ້າການອົບຮົມຫັດ ແອບຊ້ອມຮົບອິນຊີແດງ 4 ມີຈຳ ນວນພົນເຂົ້າຮ່ວມ 500 ກວ່າສະ ຫາຍ,ເປັນເຈົ້າພາບຈັດຕັ້ງອົບຮົມ ຫັດແອບການກອບກູ້ໄພພິບັດ ທາງທຳມະຊາດຢູ່ເຂດບ້ານຕົ້ນ
ແຫນ ເມືອງໄຊບູລີ, ພ້ອມນີ້ຍັງໄດ້
ເປັນເຈົ້າພາບຈັດງານແຂ່ງຂັນ ກີລາກາຍະກຳ ແລະ ແຂ່ງຂັນສິ
ລະປະ-ວັນນະຄະດີທົ່ວກອງທັບ ເຂດ ແຂ່ງຂັນທີ 2 ໃນໂອກາດສະ
ຫຼອງ 70 ປີກອງທັບ, ດ້ານວຽກ
ງານພະລາທິການແມ່ນໄດ້ສຸມ ໃສ່ປັບປຸງກໍ່ສ້າງພື້ນຖານໂຄງ ລ່າງຂອງກົມກອງ, ກໍ່ສ້າງຄ້າຍຄູ
ແລະ ທີ່ຢູ່ອາໄສ ປີ 2018 ຜ່ານ
ມາໄດ້ຮັບໂຄງການລົງທຶນຂອງ ລັດຈຳນວນ13 ໂຄງການລວມ
ມູນຄ່າ 58.685100.000 ກີບ, ສຸມໃສ່ການຜະລິດ ແລະ ລ້ຽງປາ
ຢູ່ສູນຜະລິດຫຼັກ 35 ຂອງກອງ ບັນຊາການ, ປູກຕົ້ນໄມ້ປະດັບ ແລະ ຕົ້ນໄມ້ກິນໝາກໄດ້ 7.300 ຕົ້ນ, ປູກພືດຜັກຊະນິດຕ່າງໆ ເກັບກູ້ໄດ້ 4.880 ກິໂລ, ປູກກ້ວຍ
ໄດ້ 2.000 ຕົ້ນ, ທົ່ວກອງບັນຊາ ການທະຫານແຂວງມີຄວາຍ 23
ໂຕ , ງົວ 416 ໂຕ , ແບ້ 239 ໂຕ, ໝູ
215 ໂຕ ສັດ ປິກຈຳນວນ 1.426
ໂຕ ແລະ ປ່ອຍປາຈຳນວນ 15.000 ໂຕ. ໃນໂອກາດດັ່ງ ກ່າວນີ້, ກອງບັນຊາການທະ ຫານແຂວງກໍໄດ້ຈັດພິທີປະດັບ ຫຼຽນໄຊອິດສະຫຼະຊັ້ນ II ມີ 3
ສະຫາຍ, ຫຼຽນໄຊອິດສະຫຼະຊັ້ນ III ມີ 9 ສະຫາຍ,ມອບຫຼຽນ ໄຊແຮງງານ ຊັ້ນ II ມີ 159 ສະ
ຫາຍ ແລະ 3 ກົມກອງ, ຫຼຽນໄຊ
ແຮງງານຊັ້ນ III ມີ 430 ສະຫາຍ
ແລະ 11 ກົມກອງ, ປະດັບຫຼຽນ ກາແຮງງານຈຳນວນ 390 ສະ
ຫາຍ ແລະ ມອບໃບຍ້ອງຍໍລັດ ຖະບານມີ 680 ສະຫາຍ.
ຕອນທ້າຍ ກອງປະຊຸມຍັງໄດ້
ຮັບຟັງການໂອ້ລົມຂອງທ່ານ ໂພ ໄຊ ໄຊຍະສອນ ຮອງເຈົ້າແຂວງ
ສະຫວັນນະເຂດອີກດ້ວຍ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















