ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ສະຫຼຸບງານແຂ່ງຂັນກິລາກາຍະກຳທົ່ວກອງທັບ ຄັ້ງທີ II
ເວລາອອກຂ່າວ: 2019-02-20 09:39:10 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349220387 | ຄວາມນິຍົມ:



ກອງປະຊຸມສະຫຼຸບຜົນສຳ ເລັດການແຂ່ງຂັນກີລາກາຍະກຳ ທົ່ວກອງ ທັບຄັ້ງທີ II ເພື່ອຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໄດ້ຈັດຂຶ້ນ ໃນວັນທີ 19 ກຸມພານີ້, ທີ່ຫ້ອງປະຊຸມກົມໃຫຍ່ເສນາທິ ການກອງທັບ ໂດຍການເປັນປະ ທານຂອງ ສະຫາຍພົນຕີ ຈັນທອງ ສອນຕະອາດ ຮອງຫົວຫນ້າກົມ ໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຕີ ວັນທອງ ກອງ ມະນີ ຮອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ, ມີຕາງຫນ້າກົມ ໃຫຍ່ ເຕັກນິກ, ຫ້ອງການ, ກົມກອງ ອ້ອມຂ້າງກະຊວງປ້ອງກັນປະ ເທດເຂົ້າຮ່ວມ. ສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຮອງຫົວຫນ້າກົມ ອົບຮົມກົມໃຫຍ່ເສນາທິການກອງ ທັບ ໄດ້ຂຶ້ນຜ່ານບົດສະຫລຸບການ ແຂ່ງຂັນກີລາກາຍະກຳທົ່ວກອງ ທັບຄັ້ງ II ໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ, ສະຫາຍກ່າວ ວ່າ: ການຈັດຕັ້ງແຂ່ງຂັນກີລາກາ ຍະກຳທົ່ວກອງທັບຄັ້ງທີ II ເຊິ່ງ ນອນໃນທ່າມກາງບັນຍາກາດ ທີ່ທົ່ວພັກ- ລັດ, ທົ່ວກຳລັງປະກອບ ອາວຸດ ແລະ ປະຊາຊົນລາວບັນ ດາເຜົ່າພວມສຸມໃສ່ການຫ້າງ ຫາກະກຽມສ້າງຂະບວນການ ເພື່ອຂໍ່ານັບຊົມເຊີຍວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ຢ່າງເປັນຂະບວນການຟົດ ຟື້ນ, ເຊິ່ງການແຂ່ງຂັນແບ່ງອອກ ເປັນແຕ່ລະເຂດຄືຶ: ເຂດ I: ກອງບັນຊາການທະ ຫານແຂວງຫລວງນຳ້ທາ ເປັນ ເຈົ້າພາບມີ 5 ກົມກອງທີ່ເປັນຕົວ ແທນແຕ່ລະປະເພດກີລາມາຮ່ວມ ແຂ່ງຂັນ, ເຂດ II: ກອງບັນຊາການ ທະຫານແຂວງໄຊຍະບູລີເປັນ ເຈົ້າ ພາບ ມີ 3 ກົມກອງ, ເຂດ III: ກອງພົນທີ 1 ເປັນເຈົ້າພາບມີ 3 ກົມກອງ, ເຂດ IV: ກອງບັນຊາ ການທະຫານແຂວງສະຫວັນ ນະເຂດເປັນ ເຈົ້າພາບມີ 4 ກົມກອງ ເຂດ V: ກອງບັນຊາການທະ ຫານແຂວງສາລະວັນ ເປັນເຈົ້າ ພາບມີ 5 ກົມກອງ, ເຂດ VI: ກົມ ໃຫຍ່ເສນາທິການເປັນເຈົ້າພາບ ມີ 16 ກົມກອງເຂົ້າຮ່ວມ. ລວມ ທັງໝົດມີນັກກີລາ ແລະ ເຈົ້າຫນ້າ ທີ່ 744 ຄົນ (ຍິງ 74) ຄົນ. ປະເພດກີລາ ທີ່ຄັດເລືອກເຂົ້າ ແຂ່ງຂັນລວມມີ: ຍິງປືນ K59, ປືນ AK ບົດ1-2 ປະເພດທີມປືນ RPK ປະເພດ ທີມຍິງເປົ້າຈານ. ສ່ວນກີລາການທະຫານ ຫລື ກີລານັກຮົບແຂງແຮງ ປະເພດ ບຸກຄົນ ແລະ ລວມໝູ່, ກີລາແລ່ນ ມ້າງປະກອບອາວຸດບຸກຄົນ ແລະ ລວມໝູ່. ນອກນັ້ນແມ່ນກີລາ ມວນ ຊົນ ເຊິ່ງປະກອບດ້ວຍກີລາເປ ຕັງປະສົມ (ຊາຍ-ຍິງ), ກະຕໍ້ ດ່ຽວ ຊາຍ, ບານສົ່ງຍິງ, ບານສົ່ງຊາຍ ແລະ ບານເຕະຊາຍ. ຜົນການແຂ່ງ ຂັນລ້ວນແລ້ວແຕ່ ໄດ້ຮັບຜົນດີບັນ ດາຕົວແທນບຸກຄົນ, ທີມ ແລະ ກົມ ກອງລວມໝູ່ ມີຜົນການແຂ່ງຂັນ ຢ່າງຫນ້າຊື່ນຊົມ. ພັນເອກ ສີປະເສີດ ບຸນປະ ກອບ ກ່າວຕື່ມວ່າ: ອີງໃສ່ຜົນສຳ ເລັດໃນການຈັດຕັ້ງ ແຂ່ງຂັນ 06 ເຂດ, ເພື່ອຄັດເລືອກເອົາຕົວແທນ ແຕ່ລະປະເພດກີລາ ເພື່ອມາ ຮ່ວມແຂ່ງຂັນກີລາກາຍະກຳ ທົ່ວກອງທັບ ຄັ້ງທີ II ໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີຄັ້ງນີ້, ສາມາດສັງລວມໄດ້ດັ່ງ ນີ້: ຄະນະຮັບຜິດຊອບຈັດງານ ແຂ່ງຂັນໄດ້ເປັນເຈົ້າການກຽມ ດ້ານເນື້ອໃນ ແລະ ປັບປຸງຄືນກົດ ລະບຽບການແຂ່ງຂັນກີລາມວນ ຊົນ ແລະ ຍິງປືນ ເພື່ອໃຫ້ແທດ ເໝາະກັບສະພາບເງື່ອນໄຂຕົວ ຈິງ. ບັນດາຫົວໜ່ວຍກົມກອງ ໄດ້ເຂົ້າຮ່ວມແຂ່ງຂັນຖືກຕາມ ກຳນົດເວລາ ແລະ ສາມາດ ຈັດຕັ້ງແຂ່ງຂັນມີຜົນສຳເລັດ ຕາມລະດັບຄາດໝາຍ, ບັນດາ ຫົວ ໜ່ວຍກົມກອງ ໄດ້ມີການຈັດຕັ້ງ ເຝິກແອບນັກກີລາຂອງຕົນດ້ວຍ ຄວາມຮັບຜິດຊອບສູງ, ປະຕິ ບັດເງື່ອນໄຂຖືກຕ້ອງຕາມກົດລະ ບຽບການແຂ່ງຂັນວາງອອກ, ກຳມະການຕັດສິນປະເພດກີລາ ລ້ວນແຕ່ຜູ້ທີ່ມີປະສົບການ, ກຳ ໄດ້ບັນດາກົດລະບຽບ, ກະຕິກາ ແລະ ເຕັກນິກການແຂ່ງຂັນວາງ ອອກໄດ້ດີ, ຕັດສິນຢ່າງຖືກຕ້ອງ ຊັດເຈນ, ເຖິງວ່າສະໜາມແຂ່ງ ຂັນບໍ່ສະດວກກໍໄດ້ຜ່ານຜ່າ ແລະ ເຮັດໜ້າທີ່ຂອງຕົນມີຜົນສຳເລັດ. ຄຸນນະພາບນັກກີລາແຕ່ລະ ປະເພດທີ່ເຂົ້າຮ່ວມແຂ່ງຂັນລ້ວນ ແຕ່ມີຄວາມຮູ້, ຄວາມສາມາດກຳ ໄດ້ຂໍ້ກຳນົດກົດລະບຽບເຕັກນິກ ການແຂ່ງຂັນ, ບໍ່ມີການປະທ້ວງ ຕະຫຼອດໄລຍະແຂ່ງຂັນ, ຮັກສາ ໄດ້ຄວາມສາມັກຄີລະຫວ່າງຄະ ນະຮັບຜິດຊອບ, ອະນຸກຳມະການ ຈັດການແຂ່ງຂັນກັບບັນດາຫົວ ໜ່ວຍກົມກອງທີ່ເຂົ້າຮ່ວມແຂ່ງ ຂັນ. ສຳລັບພິທີເປີດ-ປິດ ຮັບປະ ກັນໄດ້ບັນຍາກາດເບີກບານມ່ວນ ຊື່ນຄົນເຂົ້າຮ່ວມຊົມຢ່າງຫຼວງ ຫຼາຍຮັບປະກັນຄວາມປອດໄພ 100%, ສ່ວນບັນຫາຄົງຄ້າງ ທີ່ຕ້ອງໄດ້ແກ້ໄຂນັ້ນ ມີບາງບັນ ຫາເປັນຕົ້ນແມ່ນການຫ້າງຫາກະ ກຽມຂອງຄະນະຮັບຜິດຊອບກໍຄື ບັນດາອະນຸກຳມະການຕ່າງໆຍັງ ບໍ່ທັນດີເທົ່າທີ່ຄວນ, ຂາດການ ມອບໝາຍໜ້າທີ່ໃຫ້ສະມາຊິກ ພາຍໃນອະນຸກຳມະການຂອງໃຜ ມັນ. ສ່ວນຫຼາຍຢາກຖິ້ມຄວາມ ຮັບຜິດຊອບໃຫ້ອົງການທີ່ເປັນໃຈ ກາງ ( ກົມອົບຮົມ ), ການກະ ກຽມນັກນັກກີລາແຕ່ລະຫົວໜ່ວຍ ກົມກອງຍັງບໍ່ທັນໄດ້ດີ, ບໍ່ເປັນຂະ ບວນຕໍ່ເນື່ອງ, ມີບາງກົມກອງ ຄັດເລືອກໄດ້ເປັນຕົວແທນແລ້ວ ພັດຖອນຕົວ, ບໍ່ສາມາດມາຮ່ວມ ແຂ່ງຂັນໄດ້ ໂດຍບໍ່ມີເຫດຜົນ, ບາງກົມກອງ, ບາງສະຫາຍຈຳ ນວນໜຶ່ງເຫັນແຕ່ຢາກຊະນະ, ຂາດນໍ້າໃຈນັກກີລາ ແລະ ຂາດ ການສຶກສາອົບຮົມໃຫ້ພະນັກງານ ນັກຮົບຢູ່ພາຍໃຕ້ຄວາມຮັບຜິດ ຊອບຂອງຕົນ, ກຳມະການຕັດສິນ ເຖິງວ່າເຮັດໜ້າທີ່ໄດ້ດີແຕ່ກໍຍັງມີ ບາງຄັ້ງການຕັດສິນຍັງຜິດພາດ ແລະ ຄວາມເດັດຂາດຍັງບໍ່ທັນ ສູງ. ສະຖິຕິຄຸນນະພາບຂອງນັກ ກີລາແຕ່ລະປະເພດຍັງບໍ່ທັນສູງ ຖ້າທຽບໃສ່ການແຂ່ງຂັນຢູ່ໃນ ແຕ່ລະເຂດເຫັນວ່າຍັງຕໍ່າ ແລະ ສະໜາມແຂ່ງຂັນແມ່ນຖືກກັບໄລ ຍະທີ່ກຳລັງປັບປຸງກໍ່ສ້າງໃໝ່ ສະ ນັ້ນການແຂ່ງຂັນບາງປະເພດກີ ລາແມ່ນຍັງບໍ່ທັນຮັບປະກັນທາງ ດ້ານເຕັກນິກ. ໃນກອງປະຊຸມຍັງໄດ້ຮັບ ຟັງການປະກອບຄຳຄິດ ຄຳເຫັນ ຂອງຄະນະກຳມະການເນື້ອໃນ ນັກວິຊາການກີລາກາຍະກຳທະ ຫານ ແລະ ທິດຊີ້ນຳຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ໃນນາມຄະນະຊີ້ນຳການແຂ່ງຂັນ ກີລາກາຍະກຳທົ່ວກອງທັບ, ໂດຍ ເນັ້ນໃຫ້ແຕ່ລະພາກສ່ວນກ່ຽວ ຂ້ອງທຸກອົງການ, ກົມກອງໃຫ້ ຖືເອົາການແຂ່ງຂັນກີລາກາຍະ ກຳ ແລະ ກີລາການທະຫານ ເປັນ ອັນດັບສຳຄັນໃນການປັບປຸງ ລະບຽບແບບແຜນເຝິກແອບຮໍ່າ ຮຽນ ເຝິກຝົນກຳລັງກາຍຍົກ ລະດັບທັກສະໃນການໝູນໃຊ້ເຂົ້າ ໃນສິລະປະຍຸດ-ຍຸດທະວິທີ ເຂົ້າ ໃນການພັດທະນາກົມກອງເພື່ອ ກ້າວເຂົ້າສູ່ການສ້າງກອງທັບທີ່ ມີແບບແຜນທັນສະໄໝເທື່ອລະ ກ້າວ, ຖືເອົາກີລາການທະຫານ ຄວບຄູ່ກັບວິຊາສະເພາະຂອງກົມ ກອງເຫຼົ່າຮົບ. ພ້ອມນັ້ນ, ກໍຮຽກຮ້ອງມາ ຍັງທຸກພາກສ່ວນໃຫ້ເຂົ້າຮ່ວມ ຢ່າງກວ້າງຂວາງ, ຖືເອົາການ ແຂ່ງຂັນກີລາກາຍະກຳທົ່ວກອງ ທັບ ຄັ້ງທີ II ນີ້ເປັນບົດຮຽນສຳ ຄັນໃນການປັບປຸງຍົກລະດັບກີ ລາກາຍະກຳ-ກີລາການທະຫານ ກອງທັບເຮົາໃຫ້ກ້າວໄປອີກລະ ດັບໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ