
ສື່ມວນຊົນກອງທັບປະຊາຊົນລາວຢ້ຽມຢາມແລະແລກປ່ຽນຖອດຖອນບົດຮຽນຢູ່ໜັງສືພີມກອງທັບກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-12-01 08:50:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 339634913 | ຄວາມນິຍົມ:
ໃນຕອນບ່າຍຂອງວັນທີ30 ພະຈິກ 2022 ນີ້ ຢູ່ທີ່ນະຄອນຫຼວງຮ່າໂນຍ ສື່ມວນຊົນກອງທັບປະຊາຊົນລາວ ນໍາໂດຍສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລກປ່ຽນຖອດຖອນບົດຮຽນນໍາໜັງສືພິມກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມຊຸດຝືກອົບຮົມວຽກງານສື່ມວນຊົນໂດຍການຕ້ອນຮັບຂອງສະຫາຍພັນເອກພິເສດ ຫງວຽນຮົ່ງຫາຍ, ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ; ມີບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າບັນດາພະແນກ ແລະ ຂະແໜງການຂອງໜັງສືພິມກອງທັບປະຊາຊົນຫວຽດນາມເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພັນເອກພິເສດ ຫງວຽນຮົ່ງຫາຍ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ກ່າວສະແດງຄວາມປິຕິຊົມຊື່ນຍິນດີທີ່ໄດ້ຕ້ອນຮັບຄະນະພະນັກງານສື່ມວນຊົນກອງທັບປະຊາຊົນລາວ ພ້ອມທັງໄດ້ລາຍງານຫຍໍ້ກ່ຽວກັບການກຳເນີດເຕີບໃຫຍ່ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນໄລຍະເວລາກວ່າ 70 ປີຜ່ານມາ ໜັງສືພິມກອງທັບປະຊາຊົນຫວຽດນາມເປັນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ເປັນສຽງຂອງກໍາລັງປະກອບອາວຸດ ແລະ ປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນແມ່ນໜຶ່ງໃນບັນດາໜັງສືພິມການເມືອງທີ່ມີອິດທິພົນຊື່ສຽງແຖວໜ້າໃນລະບົບສື່ມວນຊົນປະຕິວັດຫວຽດນາມ, ໂດຍປະຕິບັດໜ້າທີ່ໂຄສະນາເຜີຍແຜ່ກ່ຽວກັບສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສັງຄົມນິຍົມຫວຽດນາມ .
ໂອກາດນີ້ ສະຫາຍພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ສະແດງຄວາມຂອບອົກຂອບໃຈໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສ້າງເງື່ອນໄຂສະດວກໃຫ້ຄະນະພະນັກງານກອງທັບປະຊາຊົນລາວ ໄດ້ຊອກຮູ້ ແລະ ແລກປ່ຽນວຽກງານສື່ມວນຊົນ, ຜ່ານການຢ້ຽມຢາມຄັ້ງນີ້, ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ການແບ່ງປັນ ແລະແລກປ່ຽນວຽກງານສື່ມວນຊົນ; ພ້ອມທັງເປັນການປະກອບສ່ວນເພີ່ມທະວີວິຊາສະເພາະດ້ານສື່ມວນຊົນລະຫວ່າງສື່ມວນຊົນກອງທັບສອງປະເທດ, ແລະ ເພື່ອແນໃສ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຕີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໝັ້ນຄົງທະນົງແກນ.
ໂດຍ ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ