ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດໂຄງປະກອບການຈັດຕັ້ງ ສູນ​ເສຍ​ອົງຄະ 392 ທະຫານ​ແຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2022-12-01 08:59:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339635453 | ຄວາມນິຍົມ:



ວັນ​ທີ 28 ພະຈິກ 2022, ກອງ​ບັນຊາ​ການ​ທະຫານ​ແຂວງ​ ອັດ​ຕະ​ປື, ໄດ້​ປະກາດ​ໂຄງ​ປະກອບ​ການຈັດຕັ້ງສູນ​ເສຍ​ອົງຄະ 392 ໂດຍ​ການ​ເປັນ​ປະທານ​ຂອງ ສະ ຫາຍ ພັນ​ເອກ ສຳລານ ສີ​ລິ​ໂພ​ຄຳ ຫົວໜ້າ​ກົມ​ກຳລັງ​ພົນ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ສະຫາຍ ພັນ​ໂທ ຈັນ​ມີ ໄຊ​ສົມ​ພອນ ຮອງ​ຫົວໜ້າ​ກົມ​ນະໂຍບາຍ ກົມ​ໃຫຍ່​ການເມືອງ​ກອງທັບ, ຄະນະ​ພັກ-ຄະນະ​ບັນຊາ ຫ້ອງ ຕະຫຼອດ​ຮອດພະນັກງານ-ນັກ ຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ກິ​ເພັດ​ຈຳ​ ພອນ ຂຸນ​ວັນ​ດີ ຫົວໜ້າ​ພະ​ແນກ​ ແຜນ​ການຈັດຕັ້ງ​ປະກອບ ກົມ​ກຳລັງ​ພົນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ ໂຄງ​ປະກອບ​ການຈັດຕັ້ງ, ຕຳແໜ່ງ​ງານ ແລະ ຈຳນວນ​ພົນ ສູນ​ເສຍ​ອົງຄະ 392 ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ເລີ່ມ​ແຕ່​ປີ 2022 ເຖິງ 2025 (ທຽບ​ເທົ່າ​ຂັ້ນ​ກອງ ຮ້ອຍ), ໂດຍ​ອີງ​ຕາມ​ແຜນ​ຍຸດ​ທະ​ສາດຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ​ການ​ປັບປຸງ​ກໍ່ສ້າງ​ກຳລັງ​ດ້ານ​ການຈັດຕັ້ງ ແລະ ການ​ປະກອບ​ຈຳນວນ​ພົນ ເພື່ອ​ແນ ໃສ່​ການ​ຄຸ້ມ​ຄອງ​ກຳລັງ​ພົນ​ທົ່ວ​ກອງທັບ​ໃຫ້​ເປັນ​ລະບົບ, ຖືກຕ້ອງ​ຕາມ​ໂຄງ​ປະກອບ​ການຈັດຕັ້ງ, ຕຳແໜ່ງ​ງານ ແລະ ຈຳນວນ​ພົນ ທີ່​ໄດ້​ກົດ​ໄວ້ ກໍ​ຄືມະຕິ​ຂອງ​ຄະນະ ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຄັ້ງ I ສະໄໝ​ທີ V ວ່າ​ດ້ວຍ ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ກຳລັງ​ດ້ານ​ການເມືອງ-ແນວ​ຄິດ, ການຈັດຕັ້ງ​ປະກອບ​ຈຳນວນ​ພົນ, ການ​ປັບປຸງລະບຽບ​ແບບແຜນ ແລະ ການເຝິກແອບ-ເຝິກຊ້ອມການ​ທະຫານ​ທີ່​ນຳ​ໃຊ້​ພາຫະນະ​ວັດຖຸ​ທັນ​ສະໄໝ. ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຕົກລົງ ວ່າ​ດ້ວຍ ​ໂຄງ​ປະກອບ​ການຈັດຕັ້ງ, ຕຳແໜ່ງ​ງານ ແລະ ຈຳນວນ​ພົນຂອງສູນ​ເສຍ​ອົງຄະ 392 ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ຄື: ຄະນະ​ບັນຊາ​ສູນ ປະກອບ​ມີ5 ຕຳແໜ່ງ​ງານ, ສຳນັກ (ທຽບ​ ເທົ່າໝວດ ) ມີ 7 ຕຳແໜ່ງ​ງານ. ທັງ​ນີ້, ເພື່ອ​ເຮັດ​ໃຫ້​ສູນ​ເສຍ​ອົງຄະ 392 ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ຈະ​ໄດ້​ສັບ​ຊ້ອນພະນັກງານ-ນັກຮົບ ເຂົ້າ​ໃສ່​ຕຳ ແໜ່ງ​ງານທີ່​ໄດ້​ກຳນົດ​ໃຫ້​ຖືກຕ້ອງ ແລະ ເຂັ້ມ​ງວດ. ໂດຍ: ແສງ​ຫຼ້າ ກຸ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ