ຄະນະນຳ ວປກ ສະຫຼຸບວຽກງານການນຳພາປະຈຳປີ 2018 ແລະ ທິດທາງແຜນການປີ 2019
ເວລາອອກຂ່າວ: 2019-02-20 09:42:22 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1823 | ຄວາມນິຍົມ: ![]()
ໃນວັນທີ14 ກຸມພາ 2019 ນີ້, ຄະນະນຳວິທະຍາຄານ ປ້ອງ ກັນຊາດໄກສອນ ພົມວິຫານ (ວປກ) ໄດ້ເປີດກອງປະຊຸມ ສະຫຼຸບການນຳພາປະຈຳປີ 2018 ແລະ ທິດທາງແຜນ ການ ປີ 2019 ຂຶ້ນຢ່າງເປັນ ທາງການ ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນຕີ ຄຳຫລ້າ ພັນໄຊຍະສຸກ, ກຳມະ
ການຄະນະພັກກະຊວງປ້ອງ ກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ວປກ, ມີ ສະຫາຍ ພົນຈັດຕະວາ ປອ ແກ້ວສຸ
ວັນ ອິນທະວົງສາ, ຮອງເລຂາຄະ ນະພັກ, ຫົວໜ້າການທະຫານ ວປກ ພ້ອມດ້ວຍຄະນະພັກ - ຄະ
ນະບັນຊາ, ສະມາຊິກພັກສົມບູນ ທົ່ວ ວປກ ເຂົ້າຣ່ວມ.
ສະຫາຍ ພັນເອກ ປອ ຄຳຜາຍ
ສະພັງເໜືອ ຄະນະປະຈຳພັກ, ຫົວໜ້າກົມການເມືອງ ວປກ ໄດ້
ຂຶ້ນຜ່ານບົດລາຍງານສະຫລຸບ ວຽກງານນຳພາໃນໄລຍະຜ່ານ ມາ ເຊິ່ງຄະນະພັກ-ຄະນະບັນ
ຊາໄດ້ເອົາໃຈໃສ່ຊີ້ນຳວຽກງານສຶກສາອົບຮົມການເມືອງແນວ ຄິດ, ໂດຍໄດ້ຈັດຕັ້ງເຜີຍແຜ່ເຊື່ອມ ຊຶມບັນດາມະຕິ, ຄໍາສັ່ງ, ເອກະ
ສານຂອງພັກ-ລັດ, ປາຖະກະຖາ
ວັນປະຫວັດສາດທີ່ສໍາຄັນຂອງ ຊາດ, ຂອງພັກ, ຂອງກອງທັບ ແລະ ເອກະສານສຳຄັນອື່ນໆ 13 ຄັ້ງ ເທົ່າກັບ 3.221 ເທື່ອຄົນ, ຍູ້ ການເຄື່ອນໄຫວວຽກງານການ ເມືອງເຊັ່ນ: ອອກຂ່າວຜ່ານໜັງ ສືພິມ, ວິທະຍຸ-ໂທລະພາບກອງ ທັບ-ປກສ ຈຳນວນ 200 ກວ່າບົດ, ຮັບ ແລະ ສົ່ງໜັງສືພິມຕ່າງໆ ຈຳ
ນວນ 3.500 ສະບັບ. ພ້ອມນັ້ນ ຍັງໄດ້ຈັດຕັ້ງພະນັກງານ-ນັກ
ຮົບໄປຮ່ວມຮັບຟັງການເຜີຍແຜ່ ເຊື່ອມຊຶມເອກະສານ, ການ ປາຖະກະຖາວັນສໍາຄັນຕ່າງໆ ຂອງຊາດ, ໄປທັດສະນະສຶກສາ ຢູ່ບັນດາຫໍພິພິທະພັນ ແລະ ອະ ນຸສອນສະຖານທີ່ສຳຄັນຂອງ ຊາດ, ວຽກງານຂະບວນການແມ່ນໄດ້ຈັດຕັ້ງເຄື່ອນໄຫວຢ່າງ
ຕັ້ງໜ້າແລະຕໍ່ເນື່ອງເພື່ອຂໍ່ານັບ ຮັບຕ້ອນບັນດາວັນປະຫວັດສາດ ໂດຍສະເພາະແມ່ນວັນສ້າງຕັ້ງ ກອງທັບ ຄົບຮອບ 70 ປີ ເປັນຕົ້ນ
ແມ່ນຂະບວນການກີລາ, ສິລະ ປະ-ວັນນະຄະດີ, ເຮັດອະນາໄມ ສະອາດງາມຕາ, ຈັດຕັ້ງຍ່າງ
ເພື່ອສຸຂະພາບ ແລະ ເຂົ້າຮ່ວມ ແຂ່ງຂັນກີລາ, ສິລະປະ-ວັນນະ
ຄະດີໃນໂອກາດວັນສ້າງຕັ້ງ ກອງທັບ ຄົບຮອບ 70 ປີ ເຊິ່ງ
ຍາດໄດ້ລາງວັນທີ 3 ແລະ ລາງ
ວັນທີ 4, ວຽກງານພັກ, ພະນັກ ງານ, ອົງການຈັດຕັ້ງມະຫາຊົນ.ສຳເລັດກອງປະຊຸມໃຫຍ່ຂັ້ນ
ຮາກຖານພັກຈຳນວນ 24 ຮາກ
ຖານພັກ, ຈັດຕັ້ງໜ່ວຍພັກເພີ່ມ
ເຕີມຈຳນວນ 2 ໜ່ວຍພັກ, ບົ່ງ ຕົວແຕ່ງຕັ້ງຄະນະໜ່ວຍພັກອົງ ການ ແລະ ນັກສຶກສາຈຳນວນ
19 ໜ່ວຍພັກ; ຈັດຕັ້ງສະຫລຸບ
ຖອດຖອນບົດຮຽນ ແລະ ມອບ
ໃບຢັ້ງຢືນໃຫ້ບັນດາກົມກອງ ໜ່ວຍພັກທີ່ໄດ້ຮັບຮອງເປັນກອງ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ສົກ 2017-2018 ຈຳນວນ 23
ກົມກອງ-ໜ່ວຍພັກ; ຂະຫຍາຍ ສະມາຊິກພັກໃໝ່ໄດ້ 41 ສະ
ຫາຍ ແລະ ວຽກງານອື່ນໆໃນຂົງ ເຂດວຽກງານພັກ-ວຽກງານ
ພະນັກງານ ແລະ ວຽກງານ ນະໂຍບາຍຕ່າງໆ, ວຽກງານ
ກວດກາ, ປ້ອງກັນພາຍໃນ, ໄອຍະການ, ໄດ້ກວດກາຄຸນນະ ພາບການ ຈັດຕັ້ງພັກ, ສະມາຊິກ ພັກ, ແບບແຜນນຳພາ-ບັນຊາ
ຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໂດຍຕິດພັນກັບການ ກວດກາໜ່ວຍພັກປອດໃສ, ເຂັ້ມ
ແຂງ, ໜັກແໜ້ນ, ກວດກາລາຍ
ຮັບ-ລາຍຈ່າຍຂອງກົມກອງ
ຢ່າງຕໍ່ເນື່ອງ, ກວດກາໂຄງການ ກໍ່ສ້າງ-ສ້ອມແປງທັງໝົດ 6 ໂຄງ ການລວມມູນຄ່າການກໍ່ສ້າງທັງ
ໝົດ 19 ຕື້ກີບ, ກວດກາການຈັດ
ຊື້ວັດຖຸອຸປະກອນຮັບໃຊ້ໄດ້ດໍາ ເນີນໄປຕາມລະບຽບການມູນຄ່າ 186.012.600 ກີບ. ການຕີລາ
ຄາແບ່ງປະເພດການເມືອງພາຍ ໃນຕິດພັນກັບການຕີລາຄາແບ່ງ ປະເພດພະນັກງານ, ສະມາຊິກພັກ ປະເພດ I: ດີເດັ່ນກ້າວໜ້າ 1159 ສະຫາຍ ເທົ່າກັບ 89,49%, ປະເພດ II ມີ 45 ສະຫາຍເທົ່າກັບ 3,47%, ບໍ່ໄດ້ແບ່ງປະເພດ 91
ສະຫາຍ ເທົ່າກັບ 7,02 %, ວຽກ
ງານອົບຮົມບຳລຸງ-ກໍ່ສ້າງນາຍ ທະຫານ ແລະ ພະນັກງານການ ນຳພັກ-ລັດ ຊີ້ນໍາຈັດຕັ້ງເຝິກອົບ ຮົມບໍາລຸງຄູໄລຍະສັ້ນໄດ້ 1 ຊຸດ ຈຳນວນ 99 ສະຫາຍ, ຊີ້ນໍາການ ຈັດຕັ້ງປະຕິບັດແຜນການອົບ ຮົມຫັດແອບຢ່າງເປັນລະບົບ ຄົບຊຸດທັງຮັບປະກັນໄດ້ຄຸນນະ ພາບຂອງການຮຽນ- ການສອນ, ຜົນໄດ້ຮັບສົກຮຽນ 2017 - 2018 ມີນັກສຶກສາຮຽນຈົບຈຳນວນ: 242 ສະຫາຍ, ສອບເສັງບັນລຸໄດ້ ຄາດໝາຍ 100 % ໃນນັ້ນເກຼດ A ມີ 8 ສະຫາຍເທົ່າກັບ 3,31 %, ເກຼດ B+ ມີ 164 ສະຫາຍ ເທົ່າກັບ 67,77 %, ເກຼດ B ມີ 25 ສະຫາຍ ເທົ່າກັບ 10,33 %,
ເກຼດ C+ ມີ 1 ສະຫາຍ ເທົ່າກັບ 0,41 %, ເກຼດ C ມີ 44 ສະຫາຍ
ເທົ່າກັບ 18,18 %; ເປີດອົບຮົມ ບໍາລຸງວຽກງານ ປກຊ - ປກສ ໃຫ້
ພະນັກງານການນໍາພັກ-ລັດ ໄດ້
1 ຊຸດມີ 30 ສະຫາຍ, ຈັດຕັ້ງຮັບ ແລະ ເປີດສົກຮຽນ 2018- 2019 ໃຫ້ນັກສຶກສາທີ່ເຂົ້າມາ ສຶກສາຮໍ່າຮຽນຢູ່ວິທະຍາຄານ ຈໍານວນ 366 ສະຫາຍ, ວຽກ
ງານຄົ້ນຄວ້າວິທະຍາສາດການ ທະຫານ-ການເມືອງ ໄດ້ເປີດ ກອງປະຊຸມວິທະຍາສາດຂັ້ນຄະ
ນະວິຊາການ, ຂັ້ນວິທະຍາຄານ ເພື່ອຜ່ານ ແລະ ກວດແກ້ເອກະ ສານຕຳລາຮຽນທັງໝົດ 8 ຄັ້ງ,
ມີເອກະສານ 8 ບົດ, ເຊິ່ງໄດ້ອະ
ນຸມັດນໍາໃຊ້ແລ້ວ 2 ຫົວບົດມີ
ຈໍານວນ 90 ຫົວ, ຈັດກອງປະຊຸມ
ສໍາມະນາວິທະຍາສາດໃນໂອ ກາດວັນສ້າງຕັ້ງກອງທັບຄົບ ຮອບ 70 ປີ 1 ຄັ້ງມີຈຳນວນ 25
ຫົວບົດ; ຈັດພິມວາລະສານວິ ທະຍາສາດການທະຫານ-ການ
ເມືອງ ລາຍ 6 ເດືອນ ສະບັບທີ 15, 16 ຈໍານວນ 2.000 ຫົວ,
ວຽກງານກໍ່ສ້າງ-ສ້ອມແປງພື້ນ ຖານໂຄງລ່າງໄດ້ຮັບໂຄງການ ກໍ່ສ້າງຈາກລັດຖະບານຈຳນວນ 2 ໂຄງການ ແລະ ຮັບຈາກກະ ຊວງປ້ອງກັນປະເທດ 1 ໂຄງ ການຄື: ໂຄງການກໍ່ສ້າງຕຶກບັນ ຊາສູ້ຮົບຄົບວົງຈອນ, ໂຄງການ
ກໍ່ສ້າງຕຶກສູນວິໄຈການທະຫານ
ຄົບວົງຈອນ ແລະ ໂຄງການ ຮູບພາບອະນຸສອນວີລະຊົນ 2 ຈຸດ ທີ່ມີມູນຄ່າທັງໝົດ 10.812.710.000 ກີບ; ຕິດ ຕາມໂຄງການກໍ່ສ້າງທີ່ຍັງບໍ່ ສຳເລັດຈຳນວນ 4 ໂຄງການຄື: ກໍ່ສ້າງຜາມໄຊ ແລະ ເດີ່ນບານ
ສຳເລັດ 55 %, ຫ້ອງການປະ ກັນສັງຄົມສຳເລັດ 65 %, ເຮືອນ ພັກພະນັກງານວິຊາການຣັດເຊຍ ສຳເລັດ 86%, ກໍ່ສ້າງຕໍ່ເຕີມ ແລະ ສ້ອມ ແປງເຮືອນຄົວໃຫຍ່ສຳເລັດ 100 % ແລະ ວຽກງານອື່ນໆ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ ວຽກງານຜະລິດແກ້ໄຂຊີວິດການ ເປັນຢູ່ໃຫ້ກົມກອງ ແລະ ພະນັກ
ງານ ໂດຍຊອກແຫຼ່ງລາຍຮັບ ຈາກການປູກຝັງ-ລ້ຽງສັດ ແລະ ບໍລິການອື່ນໆມີລາຍຮັບຈຳນວນ
ທັງໝົດ 438.566.000 ກີບ, ປັດ
ຈຸບັນມີງົວ ຈຳນວນ 65 ໂຕ,ໝູ 20 ໂຕ.
ໂດຍ: ດາວວີນ ໂສພາອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















