ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທູດທະຫານ ສສ ຫວຽດນາມ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາທະຫານນະຄອນຫຼວງ
ເວລາອອກຂ່າວ: 2022-12-01 09:04:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339636329 | ຄວາມນິຍົມ:



ໃນ​ບໍ່​ດົນ​ມາ​ນີ້, ສະຫາຍ ພັນ​ໂທ ຟາມ ແອງ​ຢຸງ ຮອງ​ທີ່​ປຶກສາ​ທູດ​ທະຫານ ​ສສ ຫວຽດນາມ ປະຈຳ ​ສປປ ລາວ ພ້ອມ​ຄະນະ ໄດ້​ເຂົ້າອວຍພອນ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານນະຄອນຫຼວງ​ວຽງ​ຈັນ ເນື່ອງ​ໃນ​ໂອກາດ​ວັນຊາດ​ທີ 2 ທັນວາ ຄົບຮອບ 47 ປີ, ສະຫາຍ ຮອງ​ທີ່​ປຶກສາ​ທູດ​ທະຫານ ​ສສ ຫວຽດນາມ ໄດ້​ກ່າວ​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ວັນ​ສຳຄັນ​ຂອງ​ຊາດ​ລາວ ເຊິ່ງ​ເປັນ​ວັນ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ​ໃນ​ການ​ເຕີບ​ໃຫຍ່​ເຂັ້ມແຂງ​ໃນ​ກຳລັງ​ປະກອບ​ອາວຸດ​ ຂອງ​ຊາດ​ລາວ ເວົ້າ​ລວມ-ເວົ້າ​ສະເພາະ​ກໍ​ຄື ກຳລັງ​ຂອງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ທີ່​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາດ​ໃຫ້​ມີ​ຄວາມ​ສະຫງົບ​ຕະຫຼອດ​ມາ ພ້ອມ​ທັງ​ໄດ້​ກ່າວ​ອວຍພອນ​ອັນ​ປະເສີດ​ໃຫ້ແກ່​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ​ພະນັກງານ​ຫຼັກ​ແຫຼ່ງ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ພະ​ລາ​ນາ​ໄມ​ສົມບູນ, ມີ​ ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ ສືບຕໍ່​ເຮັດ​ສຳເລັດ​ໜ້າທີ່​ການເມືອງຂອງ​ຕົນ ແລະ ສືບຕໍ່​ຊີ້​ນຳ-ນຳພາ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ໃຫ້ ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ໄປ​ເລື້ອຍໆ. ສະຫາຍ ພັນ​ເອກ ບຸນ​ວານ ພົມ​ມະ​ວົງ ຫົວໜ້າ​ການ​ທະຫານ​ກອງບັນຊາ​ການ​ທະຫານ​ນະຄອນ​ຫຼວງ ໄດ້​ສະແດງ​ຄວາມຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່ສະຫາຍ ຮອງ​ທີ່​ປຶກສາ​ທູດ​ທະຫານ ​ສສ ຫວຽດນາມ ທີ່​ຍາມ​ໃດ​ກໍ​ຍັງເປັນ​ຫ່ວງ​ເປັນ​ ໃຍ​ຢູ່​ສະເໝີ ແລະ ເຫັນ​ໄດ້​ເຖິງຄວາມໝາຍ​ສຳຄັນ​ຂອງ​ວັນດັ່ງກ່າວ ພ້ອມ​ທັງ​ອວຍພອນ​ໄຊ​ອັນ​ປະເສີດ​ແດ່​ສະຫາຍ​ຮອງ​ທີ່​ປຶກສາທູດ​ທະຫານ ​ສສ ຫວຽດນາມ ພ້ອມ​ຄະນະ ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນຕົວ ແລະ ຄອບຄົວ​ທຸກ​ປະການ, ມີຜົນສຳເລັດ​ໃນ​ທຸກ​ໜ້າທີ່​ວຽກ​ງານ ພ້ອມ​ກັນສືບຕໍ່​ສ້າງ​ສາຍ ພົວພັນ​ການ​ຮ່ວມ​ມື​ແບບ​ພິເສດ​ລະຫວ່າງ​ສອງຊາດ​ສອງ​ພັກ​ສອງກອງທັບ ລາວ-ຫວຽດນາມ ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຍິ່ງໆ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ