ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພົນ​ເອກ ວິໄລ ຫຼ້າ​ຄຳ​ຟອງ ໄດ້​ຮັບ​ຫຼຽນ​ຄຳ​ທີ່​ລະນຶກ​ກຳແພງ​ເມືອງ​ຈີນ ເປັນ​ຄົນ​ທຳ​ອິດ​ຂອງ ​ສປປ ລາວ
ເວລາອອກຂ່າວ: 2022-12-01 09:19:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ສະຫາຍ ພົນ​ເອກ ວິໄລ ຫຼ້າ​ຄຳ​ຟອງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ເປັນ​ຄົນ​ທຳ​ອິດ​ຂອງ ​ສປປ ລາວ ທີ່​ຮັບ “ຫຼຽນ​ຄຳ​ທີ່​ລະນຶກ​ກຳແພງ​ເມືອງ​ຈີນ” ເປັນ​ຫຼຽນ​ທີ່​ສະແດງ​ເຖິງ​ການ​ຍ້ອງຍໍ​ຊົມເຊີຍ​ສູງ​ສຸດ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ສປ ຈີນ. ພິທີ​ປະດັບ​ຫຼຽນ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວາລະ​ການ​ດຳເນີນ​ກອງ​ປະຊຸມ ເວທີ​ປຶກສາ​ຫາລື​ຫຼຽນ​ຢູນ​ກາງ ໃນ​ຫົວຂໍ້: “ການ​ຮ່ວມ​ມື​ສ້າງ​ປະຊາ​ຄົມ​ຄວາມ​ໝັ້ນຄົງສາກົນ ເພື່ອ​ຕອບ​ສະໝອງ​ການ​ປ່ຽນແປງ​ຂອງ​ໂລກ” ໃນ​ວັນ​ທີ 29 ພະຈິກ 2022 ໃນ​ຮູບ​ແບບ​ກອງ​ປະຊຸມ​ທາງໄກ, ເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍ ສະຫາຍ ຫວາງ ສ່ຽວຫົງ ເລຂາທິການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບແຫ່ງ ​ສປຈີນ, ສະຫາຍ ເຈິງ ເຫວີຍຊູງ ຮອງ​ປະທານ​ຄະນະ​ກຳມະການ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ແຫ່ງຊາດ​ຈີນ ປະທານ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຫຼຽນ​ຢູນ​ກາງ ພ້ອມ​ດ້ວຍ​ແຂກ​ຮັບ​ເຊີນ​ເຂົ້າ​ຮ່ວມ. ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ເອກ ວິໄລ ຫຼ້າ​ຄຳ​ຟອງ ກ່າວ​ສະແດງ​ຄວາມ​ຮູ້ສຶກ​ປິ​ຕິ​ຍິນ​ດີ ແລະ ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດຖະບານ ແລະ ປະຊາຊົນ​ຈີນ, ທັງ​ເປັນ​ການ​ຢັ້ງຢືນ​ຕໍ່​ຜົນງານ ແລະ ໄຊຊະນະ​ຂອງ​ການ​ຊີ້​ນຳ-ນຳພາ ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ໃນ​ໄລຍະ​ຜ່ານ​ມາ ເຊິ່ງ​ມີ​ບາງ​ຕອນ​ສະຫາຍ​ກ່າວ​ວ່າ: “ຂ້າພະເຈົ້າ​ຮູ້ສຶກ​ພາກພູມ​ໃຈ ທີ່​ໄດ້​ຮັບ​ກຽດ​ເປັນ​ຄົນ​ທຳ​ອິດ​ຂອງ ​ສປປ ລາວ ເພື່ອ​ຮັບ “ຫຼຽນ​ຄຳ ທີ່​ລະນຶກ​ກຳແພງ​ເມືອງ​ຈີນ” ເຊິ່ງ​ເປັນ​ຫຼຽນ​ທີ່​ສະແດງ​ເຖິງ​ການຍ້ອງຍໍ​ຊົມເຊີຍ​ສູງ​ສຸດຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແຫ່ງ ​ສປ ຈີນ ຕໍ່​ເພື່ອນ​ມິດສາ​ກົນ ຜູ້​ທີ່​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ສາກົນ ໃນ​ດ້ານ​ການ​ປະຕິບັດ​ກົດໝາຍ ແລະ ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ ໃນ​ພາກ​ພື້ນ ແລະ ສາກົນ”. ສະຫາຍ ພົນ​ເອກ ວິໄລ ຫຼ້າ​ຄຳ​ຟອງ ກ່າວ​ຕື່ມ​ວ່າ: “ຂ້າພະເຈົ້າ​ເຊື່ອ​ໝັ້ນ​ວ່າ ໂດຍ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ທຸກ​ຝ່າຍເວທີ​ປຶກສາ​ຫາລື​ຫຼຽນ​ຢູນ​ກາງ ຈະ​ກາຍເປັນ​ເວທີ​ສຳຄັນ​ໜຶ່ງ ໃນ​ການ​ເຕົ້າໂຮມ​ບັນດາ​ການນຳ​ລັດຖະບານ​ປະເທດ​ຕ່າງໆ, ທັງ​ພາກ​ທຸລະ​ກິດ ແລະ ອົງ​ການຈັດຕັ້ງ​ສາກົນ ເພື່ອ​ຮ່ວມ​ກັນ​ສ້າງຕັ້ງ, ຮ່ວມ​ກັນ​ຄຸ້ມ​ຄອງ, ຮ່ວມ​ກັນ​ສົ່ງເສີມ​ການ​ປະຕິບັດ​ກົດໝາຍ ແນໃສ່​ສ້າງ​ຄວາມ​ປອດ​ໄພ​ໃນ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ ແລະ ສ້າງ​ສະພາບ​ແວດ​ລ້ອມ​ອັນເອື້ອ​ອຳນວຍ ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ໃນ​ພາກ​ພື້ນ ແລະ ສາກົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ”. ພາບ-ຂ່າວ: ບຸນ​ພະຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ