ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ເຊັນສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງລະຫວ່າງລັດຖະບານລາວ ແລະ ລັດຖະບານຈີນ
ເວລາອອກຂ່າວ: 2019-02-20 09:45:14 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 379585979 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 15 ກຸມພາ 2019 ນີ້, ຢູ່ທີ່ກະຊວງ ການຕ່າງປະເທດ ໄດ້ຈັດພິທີລົງ ນາມໃນສັນຍາຮ່ວມມືໂຄງການ ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2018 ລະຫວ່າງລັດຖະບານລາວ ແລະ ລັດຖະບານຈີນ ໂດຍຕາງໜ້າ ໃຫ້ແກ່ຝ່າຍລາວແມ່ນທ່ານ ທອງ ຜ່ານ ສະຫວັນເພັດ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຈຽງຈາຍຕົງ ເອກ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະ ຈຳ ສປປ ລາວ ຕາງໜ້າໃຫ້ ຝ່າຍ ຈີນ ແລະ ມີຜູ້ຕາງໜ້າຈາກບັນ ດາກະຊວງ, ຂະແໜງການທີ່ ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ ພະຍານ. ການລົງນາມໃນສັນຍາຮ່ວມ ມືໂຄງການໃນຄັ້ງນີ້ແມ່ນເພື່ອ ເປັນການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນໍ້າ ລ້ານຊ້າງ ຄັ້ງທີ 4 ທີ່ຈັດຂຶ້ນຢູ່ ແຂວງຫຼວງພະບາງໃນເດືອນ ທັນວາ 2018, ເຊິ່ງກອງປະ ຊຸມດັ່ງກ່າວໄດ້ຮັບຮອງເອົາທັງ ໝົດ 138 ໂຄງການຂອງ 6 ປະ ເທດສະມາຊິກ (ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ). ໃນນັ້ນ, ສປປ ລາວ ໄດ້ຮັບຈຳນວນ 21 ໂຄງການ ລວມມູນຄ່າ 4.551.100 ໂດ ລາສະຫະລັດ, ເຊິ່ງປະກອບມີ 7 ກະຊວງ/ຂະແໜງການ ຄື: ກະ ຊວງການຕ່າງປະເທດ, ກະຊວງ ສຶກສາທິການ ແລະ ກີລາ, ກະ ຊວງໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອໃຫ້ແຕ່ລະພາກ ສ່ວນທີ່ໄດ້ຮັບ ໂຄງການນຳໄປສືບຕໍ່ຈັດຕັ້ງປະ ຕິບັດໃຫ້ເກີດຜົນ. ໂຄງການກອງທຶນພິເສດແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງເປັນ ໂຄງການທີ່ຢູ່ພາຍໃຕ້ຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ, ເຊິ່ງກອງທຶນດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໃນໂອກາດກອງປະຊຸມຜູ້ນຳແມ່ນ້ຳ ຂອງ-ແມ່ນ້ຳ ລ້ານຊ້າງຄັ້ງທີ I ໃນປີ 2016 ທີ່ເມືອງຊັນຢາ, ແຂວງໄຫໜານ ສປ ຈີນ. ສຳລັບ ໃນປີ 2017 ສປປ ລາວ ໄດ້ຮັບ ທັງໝົດ ຈຳນວນ 13 ໂຄງການ ເຊິ່ງປະກອບມີ 5 ກະຊວງ/ຂະ ແໜງການ ລວມມູນຄ່າຫຼາຍກວ່າ 3 ລ້ານ ໂດລາສະຫະລັດ ແລະ ປັດ ຈຸບັນກຳລັງຢູ່ ໃນຂັ້ນຕອນການຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ວາງໄວ້. ສ່ວນໂຄງການ ທີ່ ໄດ້ຮັບອະນຸມັດໃນປີ 2018 ຈຳ ນວນ 21 ໂຄງການນັ້ນຈະໄດ້ຖືກ ຈັດຕັ້ງປະຕິບັດໃນປີ 2019.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ