ກອງປະຊຸມສະຫຼຸບວຽກງານພະລາທິການທົ່ວກອງທັບປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019
ເວລາອອກຂ່າວ: 2019-02-20 09:48:34 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1716 | ຄວາມນິຍົມ: ![]()
ໃນຕອນເຊົ້າວັນທີ 18 ກຸມພາ
2019 ນີ້, ກົມໃຫຍ່ພະລາທິການ ກອງທັບໄດ້ເປີດກອງປະຊຸມສະ ຫລຸບວຽກງານຮອບດ້ານປະຈຳ ປີ 2018 ແລະ ວາງທິດທາງ ແຜນການໃນປີ 2019 ຂຶ້ນຢູ່ທີ່ ສະໂມສອນກົມໃຫຍ່ ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະ ຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ, ມີຄະນະນຳກະຊວງປ້ອງກັນ ປະເທດ, ມີຫົວໜ້າກົມ, ຮອງກົມ, ຫ້ອງວ່າການກະຊວງປ້ອງກັນ ປະ ເທດ, ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ຄະນະນຳຫ້ອງການ, ພະແນກ ການ, ບັນດາວິທະຍາຄານ, ຫົວໜ້າກອງພົນ, ກອງບັນຊາ ການທະຫານແຂວງ, ນະຄອນ ຫຼວງ, ກອງພັນໃຫຍ່, ຫົວໜ້າພະ
ລາ, ຄະນະພັກ- ຄະນະບັນຊາ, ການເງິນຈາກບັນດາອົງການ ກົມກອງໃນທົ່ວກຳລັງຫຼວງ-ກຳ ລັງທ້ອງຖິ່ນທົ່ວກອງທັບເຂົ້າ ຮ່ວມ.
ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ກອງ ປະຊຸມວຽກງານພະລາທິການ ປະຈຳປີ ເປັນການສະຫຼຸບຕີລາ ຄາການຈັດຕັ້ງປະຕິບັດວຽກ ງານພະລາທິການປີ 2018 ຜ່ານ ມາ ແລະ ຜ່ານທິດທາງແຜນການ ທີ່ສຸມໃສ່ຈັດຕັ້ງປະຕິບັດໃນປີ 2019 ໃນຂົງເຂດວຽກງານພະ ລາທິການທີ່ນອນຢູ່ໃນ 4 ໜ້າທີ່ ໃຫຍ່ 26 ແຜນງານຂອງກະຊວງ ປ້ອງກັນປະເທດໂດຍສະເພາະ ແມ່ນໜ້າທີ່ ທີ 3 ວ່າດ້ວຍການ ຈັດຕັ້ງຮັບປະກັນພະລາທິການ ກອງທັບ, ເຊິ່ງກອງປະຊຸມຄັ້ງນີ້ ພວກເຮົາຈະພ້ອມກັນສັງເກດ-ຕີ ລາຄາການຈັດຕັ້ງປະຕິບັດວຽກ ງານປີ 2018 ຜ່ານມາ. ພ້ອມ ນັ້ນຈະໄດ້ພ້ອມກັນຄົ້ນຄວ້າປະ ກອບຄຳເຫັນເປັນເອກະພາບຕໍ່ ທິດທາງແຜນການ, ແຜນງານທີ່ ຈະສຸມໃສ່ຈັດຕັ້ງປະຕິບັດສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະ
ຫາຍຜູ້ແທນກອງປະຊຸມຈົ່ງ ພ້ອມກັນຍົກສູງຄວາມຮັບຜິດ ຊອບ, ເປັນເຈົ້າການເສີມຂະ ຫຍາຍປະຊາທິປະໄຕ ໃນການ ເບິ່ງບັນຫາ, ຕີລາຄາສະພາບ ການໃຫ້ຖືກຕ້ອງພາວະວິໄສ, ບັນ ດາໜ້າວຽກທີ່ເຮັດໄດ້ເປັນຜົນ ງານອັນພົ້ນເດັ່ນ ເພື່ອເສີມຂະ ຫຍາຍເປັນບົດຮຽນຈັດຕັ້ງປະຕິ ບັດໃຫ້ກວ້າງຂວາງ ພ້ອມທັງໃຫ້ ເຫັນບັນຫາທີ່ຫຍໍ້ທໍ້, ອັນອ່ອນຄົງ ຄ້າງ ເພື່ອຊອກວິທີປັບປຸງແກ້ ໄຂໃຫ້ແທດເຖິງກັບສະພາບການ ເງື່ອນໄຂໃໝ່.
ໃນກອງປະຊຸມ, ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມ ໃຫຍ່ພະລາທິການກອງທັບ ໄດ້ ຂຶ້ນຜ່ານບົດສະຫຼຸບວຽກງານພະ ລາທິການທົ່ວກອງທັບປະຈຳປີ 2018 ແລະ ທິດທາງແຜນການປີ 2019, ເຊິ່ງໄດ້ຍົກໃຫ້ເຫັນບັນດາ ວຽກງານທີ່ເຮັດໄດ້ໃນໄລຍະ 1 ປີຜ່ານມາ, ເປັນຕົ້ນວຽກງານຮັບ ປະກັນແກ່ການເຄື່ອນໄຫວ, ຫັດ ແອບ ແລະ ກຽມພ້ອມສູ້ຮົບ ຮັບ ປະກັນຄົບຖ້ວນທັນເວລາ, ດ້ານ ວັດຖຸພາຫະນະຮັບໃຊ້ການເຄື່ອນ ໄຫວສາມາດຮັບປະກັນໄດ້ຕາມ ຄວາມຕ້ອງການໃນເບື້ອງຕົ້ນ ເມື່ອມີສະພາບການເກີດຂຶ້ນ, ວຽກງານຮັບປະກັນຊີວິດການ ເປັນຢູ່, ການຈັດຕັ້ງລ້ຽງດູທັບ, ດ້ານສະບຽງອາຫານ-ດ້ານເຂົ້າ ກິນໄດ້ຈັດຕັ້ງປະຕິບັດຖືກຕ້ອງ, ຄົບຖ້ວນຕາມລະບອບອັດຕາທີ່ ຂັ້ນເທິງກຳນົດ ແລະ ການປະ ກອບສ່ວນຂອງກອງທັບ, ສະ ເພາະເຂົ້າກິນທົ່ວກອງທັບສາ ມາດເກັບຊື້ໄດ້ຕາມແຜນການ 100% ໃນຈຳນວນ 38.122 ກວ່າໂຕນ, ກຳລັງຫຼວງ 21.629 ໂຕນ ແລະ ກຳລັງທ້ອງຖິ່ນ 16.429 ໂຕນ ສາມາດກຸ້ມກິນ ໝົດປີ, ດ້ານຊີ້ນກິນ-ຜັກກິນມີ ຫຼາຍກົມກອງປະຕິບັດໄດ້ຢ່າງ ຄົບຖ້ວນ ຕາມລະບອບອັດຕາທີ່ ຂັ້ນເທິງກຳນົດ, ສາມາດຮັບປະ ກັນຊີ້ນ-ຜັກກິນໄດ້ 120-150 ກຼາມຕໍ່ຄົນຕໍ່ວັນ, ຜັກ 300 ກຼາມ ຕໍ່ຄົນຕໍ່ວັນຂຶ້ນໄປ, ຖືວ່າບັນລຸ ຄາດໝາຍ, ຈັດຕັ້ງກິນດື່ມລວມ ໝູ່ ແລະ ປະກອບພາຫະນະຮັບໃຊ້ ເພື່ອຕອບສະໜອງໃຫ້ແກ່ການ ກິນດື່ມຢູ່ກົມກອງຢ່າງມີລະບຽບ ແບບແຜນດີຂຶ້ນ, ໃນທົ່ວກອງທັບ ມີເຮືອນຄົວ-ເຮືອນກິນທັງໝົດ 1.986 ຫຼັງ, ນັກປຸງແຕ່ງທັງໝົດ 3.102 ຄົນ, ຈັດຕັ້ງກິນເຂົ້າ 3 ຄາບເປັນປົກກະຕິໄດ້ 95%, ດ້ານເຄື່ອງນຸ່ງຫົ່ມປະຈຳປີ 2018. ປັດຈຸບັນເບີກຈ່າຍໄດ້ ແລ້ວ 34% . ເຄື່ອງທະຫານລະ ດົມໃໝ່ສຳເລັດ 100%, ອັນພົ້ນ ເດັ່ນໄດ້ຮັບປະກັນເຄື່ອງນຸ່ງ
ຫົ່ມ, ເຄື່ອງປະກອບໃຫ້ກ້ອນ ກຳລັງສວນສະໜາມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ ແລະ ວຽກງານປິ່ນອ້ອມຢ່າງ ທັນເວລາ, ດ້ານການເງິນກໍໄດ້ສູ້ ຊົນພະຍາຍາມແກ້ໄຂເງິນເດືອນ, ເງິນກິນ, ເງິນຊື້ເຂົ້າ, ເງິນເຄື່ອນ ໄຫວ ແລະ ຮ່ວງອື່ນໆທີ່ຈຳເປັນ ບໍ່ໄດ້ຂາດ ແລະ ທັນຕາມກຳນົດ ເວລາ, ດ້ານນໍ້າມັນເຊື້ອໄຟໃນທົ່ວ ກອງທັບແມ່ນມີຜົນດີຫຼາຍຂຶ້ນສາ ມາດແກ້ໄຂຂອດຟຸມເຟືອຍ ແລະ ລາຍຈ່າຍທີ່ບໍ່ຖືກເປົ້າໝາຍໃຫ້ ຫຼຸດລົງຫຼາຍພໍສົມຄວນ, ທັງສາ
ມາດຮັບປະກັນນໍ້າມັນຕາມແຜນ ວຽກຂອງກົມກອງ ແລະ ຂອງກະ
ຊວງວາງອອກໄດ້ເປັນຢ່າງດີ, ວຽກງານຂົນສົ່ງໂດຍລວມແລ້ວ ແມ່ນຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານຂົນສົ່ງ, ຮັບປະກັນໄດ້ ຄວາມປອດໄພຂອງພາຫະນະ ແລະ ວັດຖຸສິ່ງຂອງ, ດ້ານວຽກ
ງານຮັບປະກັນສຸຂະພາບໄດ້ເອົາ
ໃຈໃສ່ປັບປຸງຄຸນນະພາບໃນ ການປິ່ນປົວຢູ່ບັນດາໂຮງໝໍແຕ່ ລະຂັ້ນ, ມີເຄື່ອງມືການແພດ ທີ່ທັນສະໄໝທີ່ຈຳເປັນເຂົ້າໃນ
ການປິ່ນປົວ-ບົ່ງມະຕິພະຍາດ ໄດ້ຮັບຜົນດີພໍສົມຄວນ, ມີ ການຫັນປ່ຽນສ້າງຄວາມນິຍົມ ຊົມຊອບ ແລະ ຄວາມໄວ້ວາງໃຈ ຈາກສັງຄົມ, ດ້ານວຽກງານກໍ່ ສ້າງຄ້າຍຄູ-ທີ່ຢູ່ອາໄສຂອງບັນ ດາກົມກອງ ໂດຍປະຕິບັດຕາມ ທິດທາງປັບປຸງກໍ່ສ້າງຄ້າຍຄູ ຂອງກອງທັບ, ຫຼາຍກົມກອງ, ຫຼາຍທ້ອງຖິ່ນໄດ້ຍົກສູງຄວາມ ຮັບຜິດຊອບໃນການຂຸດຄົ້ນທ່າ ແຮງດ້ານຕ່າງໆຂອງຕົນເຂົ້າໃນ ການກໍ່ສ້າງຄ້າຍຄູ, ທີ່ຢູ່ອາໄສ ເອົາເອງໄດ້ຕື່ມຈຳນວນໜຶ່ງ ໂດຍ ສະເພາະແມ່ນກົມກອງທີ່ຕັ້ງໃໝ່ ໂດຍພື້ນຖານ, ວຽກງານແກ້ໄຂຊີ ວິດການເປັນຢູ່ ແລະ ຜະລິດເປັນ ສິນຄ້າຢູ່ຂັ້ນກະຊວງ, ດ້ານກະສິ ກຳ ໄດ້ສືບຕໍ່ປັບປຸງບັນດາຫົວ ໜ່ວຍການຜະລິດກະສິກຳຂອງ ກະຊວງ ໄປຕາມທິດໄລ່ລຽງເສດ ຖະກິດ ແລະ ຍົກສູງຄຸນນະພາບ ການຜະລິດຂຶ້ນຕື່ມເຊັ່ນ: ໂຄງ ການລ້ຽງໝູແບບອຸດສາຫະກຳຢູ່ ກອງຜະລິດເລກ 1, ໂຄງການ ລ້ຽງງົວຄອກທອມ ຢູ່ບ້ານຖໍ້າ, ໂຄງການລ້ຽງແກະຢູ່ ພູເກັງ ແລະ ຜາເຈຍ, ພ້ອມນັ້ນໄດ້ເອົາໃຈໃສ່ ປົກປັກຮັກສາລ້ຽງດູສັດໃຫຍ່ງົວ, ຄວາຍ ຢູ່ 8 ແຫ່ງ ປັດຈຸບັນມີງົວ-ຄວາຍທັງໝົດ 1.298 ໂຕ, ອັນ ໃໝ່ໃນປີນີ້ໄດ້ທົດລອງລ້ຽງແກະ ຈຳນວນ 1.050 ໂຕ ຢູ່ຜາເຈຍ ແລະ ພູເກັງ ແລະ ໄດ້ແກະເກີດໃໝ່ ຈຳນວນ 32 ໂຕ, ສະເພາະລາຍ ຮັບຈາກການຜະລິດກະສິກຳຂອງ ບັນດາຫົວໜ່ວຍກົມກອງຜະລິດ ກະສິກຳຂອງກະຊວງໃນປີ 2018 ນີ້ມີລາຍຮັບທັງໝົດ 11 ຕື້
ກີບ, ສາມາດສ້າງກຳໄລໄດ້ 2 ຕື້
ກີບ, ມອບພັນທະໃຫ້ກະຊວງ 600 ລ້ານກີບ, ດ້ານອຸດສາຫະກຳ ໂຮງຈັກ-ໂຮງງານ ແລະ ຫົວ ໜ່ວຍທຸລະກິດ ໄດ້ເອົາໃຈໃສ່ຈັດ ຕັ້ງປະຕິບັດແຜນການຜະລິດທີ່ໄດ້ ຮັບມອບໝາຍ ແລະ ຕາມສັນຍາ ປີ 2018 ມີຜົນສຳເລັດເປັນຢ່າງ ດີ, ບັນດາກົມກອງທ້ອງຖິ່ນໂດຍ ປະຕິບັດຕາມທິດນຳ 4 ປູກ 4 ລ້ຽງມີຫຼາຍກົມກອງທ້ອງຖິ່ນ ໄດ້ສຸມໃສ່ຂຸດຄົ້ນທຸກຄວາມສາ ມາດ ແລະ ທ່າແຮງບົ່ມຊ້ອນທີ່ມີ ເຂົ້າໃນການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າໄດ້ດີພໍສົມຄວນ ສ່ວນທິດທາງ ແລະ ຄາດໝາຍສູ້ ຊົນໃນໄລຍະຕໍ່ໜ້ານີ້ແມ່ນສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະ ຕິ 4 ຂອງຄະນະພັກກະຊວງໃຫ້ ມີທ່າກ້າວຂະຫຍາຍຕົວ, ເຊີດຊູ ນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ກໍ່ສ້າງຖັນແຖວພະນັກ ງານເຫຼົ່າຮົບພະລາທິການໃຫ້ ພຽງພໍທາງດ້ານຈຳນວນ, ຮັບປະ ກັນຄຸນນະພາບ ແລະ ເຮັດສຳເລັດ ໜ້າທີ່.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















