ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 258 ທະຫານແຂວງ ຊຽງຂວາງ ເຂົ້າຮ່ວມຊ້ອມຮົບ ລາວ-ຣັດເຊຍ “ລາໂຣສ໌ 2022”.
ເວລາອອກຂ່າວ: 2022-12-01 14:43:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ:



ພັນໂທ ເພັດລາສີ ໄຊຍະມູນ ຮອງຫົວໜ້າການເມືອງກອງພັນ 258 ທະຫານແຂວງຊຽງຂວາງ ມີບົດບາດຮັບຜິດຊອບເປັນຫົວໜ້າການເມືອງກອງຮ້ອຍກອງໜຶ່ງໃນການຊ້ອມຮົບ ຄັ້ງນີ້, ໄດ້ກ່າວວ່າ: ພວກເຮົາແມ່ນເຫລົ່າຮົບທະຫານຮາບ ເຊີ່ງມີຄວາມໝາຍສຳຄັນໃນກໍລະນີເຝິກຊ້ອມການບຸກຕີຝ່າຍກົງກັນຂ້າມທີ່ຈັ້ງທ່າຢູ່ຈຸດສູງ. ກ່ອນເຂົ້າຮ່ວມຊ້ອມຮົບຄັ້ງນີ້ພວກເຮົາໄດ້ກະກຽມ, ມີການເຝິມຊ້ອມ ທາງດ້ານສິປະພຍຸດ-ຍຸດທະວິທີເພື່ອໃຫ້ມີຄວາມຊຳນິຊຳນານ ກຽມພ້ອມເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣ໌ສ 2022”. ເຊິ່ງແມ່ນໂອກາດອັນດີ ແລະ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງຂອງເຫຼົ່າຮົບທະຫານຮາບຂອງກອງພັນ 258 ພວກເຮົາ. ໃນການເຂົ້າຮ່ວມການຊ້ອມຮົບຄັ້ງນີ້ ໃນບົດບາດເປັນເຫຼົ່າຮົບທະຫານຮາບທ້ອງຖິ່ນແຂວງຊຽງຂວາງ ມີໜ້າທີ່ຕີສັດຕູຢູ່ຈຸດຈັ້ງທ່າ ເພື່ອໜູນຊ່ວຍເຫລົ່າຮົບອື່ນ, ການຊ້ອມຮົບບຸກຕີຈັ້ງທ່າເທື່ອນີ້ໄດ້ສໍາເລັດຜົນຕາມແຜນການທີ່ໄດ້ວາງໄວ້. ຍ້ອນວ່າ ຄະນະຊີ້ນໍາຂອງພວກເຮົາໄດ້ຊີ້ນຳຢ່າງໃກ້ຊິດຕໍ່ພະນັກງານນັກຮົບແຕ່ລະສະຫາຍ ເອົາໃຈໃສ່ ໃນການຫັດແອບຕົວຈິງ. ສັງເກດເຫັນວ່າ ແຕ່ລະ ສະຫາຍ ສາມາດກຳໄດ້ບົດຮຽນ ແລະ ຮັບປະກັນໄດ້ໃນການປະສານງານລະຫວ່າງຄະນະຊີ້ນໍາຢູ່ສະໜາມ ແລະ ສູນບັນຊາທະຫານຮາບ, ສາມາດດັບສູນເປົ້າໝາຍໄດ້ຕາມລະດັບຄາດໝາຍແລະເຮັດສຳເລັດໜ້າທີ່ຕາມຄາດໝາຍ ທັງຮັບະກັນຄວາມປອດໄພໄດ້ 100%. ພາຍຫຼັງເຂົ້າຮ່ວມການຊ້ອມຮົບຄັ້ງນີ້ສຳເລັດພວກເຮົາຈະນຳເອົາທຸກໆບົດຮຽນທຸກໆການເຄື່ອນໄຫວຂອງການຊ້ອມຮົບ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ເຄື່ອນໄຫວສູ້ຮົບໃນພູມມີປະເທດຕົວຈິງ ແລະຍັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ້ຜູ້ບັນຮູ້ຈັກບັນຊາສູ້ຮົບໃນສະພາບພູມີປະເທດ ແລະ ທັງເປັນການອົບຮົມໃຫ້ນາຍ ແລະ ພົນທະຫານຮູ້ຈັກນໍາໃຊ້ ພາຫານະອາວຸດທີ່ທັນສະໄໝ ເຂົ້າໃນກາປະຕິບັດໜ້າທີ່ສູ້ຮົບ ຢ່າງຊໍານິຊໍານານ. ໂດຍ: ຮອ ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ