ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປິດ​ການ​ແຂ່ງຂັນ​ກິລາ​ເຕະບານ ຊີງ​ຂັນ​ເຈົ້າແຂວງ ແຂວງ​ໄຊ​ຍະ​ບູ​ລີ
ເວລາອອກຂ່າວ: 2022-12-06 08:53:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 205 | ຄວາມນິຍົມ:



ວັນ​ທີ 23 ພະຈິກ 2022, ໄດ້​ປິດ​ການ​ແຂ່ງຂັນ​ກິລາ​ເຕະບານ ຊີງ​ຂັນເຈົ້າແຂວງ ແຂວງ​ໄຊ​ຍະ​ບູ​ລີ, ໂດຍ​ມີ ສະຫາຍ ພົງ​ສະຫວັນ ສິດ​ທະ​ວົງ ເຈົ້າແຂວງ ແຂວງ​ໄຊ​ຍະ​ບູ​ລີ, ມີຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ແຂວງ, ກົມ​ ກອງ, ຄະນະ​ສະຫະພັນ​ນັກ​ກິລາ, ຄູ​ເຝິກ, ກຳມະການ, ນັກ​ກິລາ ຕະ ຫຼອດ​ຮອດປະຊາຊົນ ເຂົ້າ​ຮ່ວມ. ສະຫາຍ ສະ​ນີ​ຈັນ ສຸກ​ຜາ​ລີ ຮອງ​ປະທານ​ສະຫະພັນ​ກີລາ ບານເຕະ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜ່ານ​ບົດ​ສະຫຼຸບ​ການ​ແຂ່ງຂັນ​ເຕະບານ ແຂວງ​ໄຊ​ຍະ​ບູ​ລີ ລີກ 2 ໄດ້​ເລີ່ມ​ເປີດ​ການ​ແຂ່ງຂັນ​ມາ​ແຕ່​ວັນ​ທີ 18 ສິງຫາ 2022. ໂດຍ​ພົບ​ກັນ​ທັງ​ໝົດ 30 ນັດ ແລະ ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ທັງ​ໝົດ 6 ທີມ. ຜ່ານ​ການ​ແຂ່ງຂັນ​ສາມາດ​ສະຫຼຸບ​ໄດ້ ອັນ​ດັບ​ທີ I ກອງ​ບັນ ຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ ສົດ 10 ລ້ານ​ກີບ, ທີ II ກອງ​ພົນ​ທີ 2 ໄດ້ຮັບເງິນສົດ 5 ລ້ານ​ກີບ ແລະ ທີ III ສະໄໝ​ສຸກ​ກະເສີມ ໄດ້ຮັບ ເງິນສົດ 3 ລ້ານ​ກີບ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ