ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານ​ແຂວງ​ຄຳ​ມ່ວນ ມອບ​ເງິນໃຫ້​ພະນັກງານ​ທີ່​ພັກ​ການ​ເຂົ້າ​ຮັບ​ບຳນານ
ເວລາອອກຂ່າວ: 2022-12-06 09:06:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ວັນ​ທີ 30 ພະຈິກ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ຕັ້ງ​ມອບ​ເງິນ​ອຸດ​ໜູນ​ໃຫ້​ພະນັກງານ​ທີ່​ພັກ​ການ​ເຂົ້າ​ຮັບ​ບຳນານ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ສາຍ ເພັດ​ນວນ​ສີ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ​ທີ່​ພັກ​ການ​ຮັບ​ບຳນານ​ເຂົ້າ​ຮ່ວມ. ອີງ​ຕາມ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ-ລັດ ວາງ​ອອກ, ອີງ​ຕາມ​ກົດໝາຍ​ ວ່າ​ດ້ວຍ​ປະກັນ​ສັງຄົມ (ສະບັບ​ປັບປຸງ), ອີງ​ຕາມ​ກົດໝາຍ ​ວ່າ​ດ້ວຍ​ນາຍ​ທະຫານ ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໝວດ​ທີ I ມາດຕາ​ 33 ແລະ 34, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ອະນຸມັດ​ຈ່າຍ​ເງິນ​ອຸດ​ໜູນ 10%,15% ແລະ 5% ໃຫ້​ພະນັກງານ-​ທີ່​ພັກການ​ເຂົ້າ​ຮັບ​ບຳນານ ຈຳນວນ 15 ສະຫາຍ, ລວມ​ເປັນ​ເງິນ​ທັງ​ໝົດ 247.506.472 ກີບ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ເອກ ຄຳ​ສາຍ ເພັດ​ນວນ​ສີ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່​ບັນດາ​ສະຫາຍ​ທີ່​ໄດ້​ເອົາໃຈໃສ່ ສຸມ​ສະຕິ​ປັນຍາ​ເຫື່ອແຮງ​ຂອງ​ຕົນ ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ ທີ່​ພັກ-ລັດ ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ແລະ ບັນດາ​ຜົນງານ​ການເຄື່ອນໄຫວຂະ​ບວນ​ການ​ດ້ານ​ຕ່າງໆ ໃນ​ພາລະ ກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ​ຄື​ການ​ຊີ້​ນຳ-ນຳພາ, ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ນັ້ນ ສະຫາຍ​ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ພະນັກງານທີ່​ພັກ​ການ​ເຂົ້າ​ຮັບ​ບຳນານ​ໃນ​ຄັ້ງ​ນີ້ ຈົ່ງ​ສືບຕໍ່​ຮັກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ຕົນ ເຂົ້າ​ໃນ​ການ​ປຸກລະດົມ ຊຸກຍູ້​ລູກ​ຫຼານ ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຮູ້​ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ໃນ​ໄລຍະ​ໃໝ່, ​ພ້ອມ​ກັນ​ນຳ​ໃຊ້​ເງິນ​ຈຳນວນ​ດັ່ງກ່າວ ເຂົ້າ​ໃນ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຕົນ ແລະ ພັດທະນາ​ຄອບຄົວ ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ. ໂດຍ: ລາ​ກີ ພົມ​ມີ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ