ຂອບໃຈບໍລິສັດ NTP ການຄ້ານໍ້າມັນເຊື້ອໄຟມະຫາຊົນ ທີ່ໃຫ້ການອຸປະຖຳ
ເວລາອອກຂ່າວ: 2022-12-06 09:09:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 63 | ຄວາມນິຍົມ:
ວັນທີ 28 ພະຈິກ 2022 ນີ້, ທ່ານ ພູສີ ອາໄສ ຕາງໜ້າບໍລິສັດ NTP ການຄ້ານໍ້້າມັນເຊື້ອໄຟມະຫາຊົນ ໄດ້ນຳເອົາເຄື່ອງນຸ່ງນັກກິລາ ຈຳນວນ 20 ຊຸດ, ບານເຕະ 2 ໜ່ວຍ ລວມມູນຄ່າ 5 ລ້ານກີບ ມາມອບໃຫ້ໜ່ວຍພັກ 3 ຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ເພື່ອປະກອບສ່ວນຊຸກຍູ້ວຽກ
ງານກິລາຢູ່ກົມກອງໃຫ້ມີບັນຍາກາດຟົດຟື້ນ. ກ່າຮັບໂດຍ ສະຫາຍ
ພັນໂທ ປະການເພັດ ອ້ອມລັດເດີ ເລຂາໜ່ວຍພັກ 3 ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ສະຫາຍ ພັນໂທ ປະການເພັດ ອ້ອມລັດເດີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ NTP ການຄ້ານໍ້້າມັນເຊື້ອໄຟມະຫາຊົນ ທີ່ໃຫ້ການອຸປະຖຳໃນຄັ້ງນີ້ ອັນເປັນການປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ກຳ
ລັງໃຈພະນັກງານ-ນັກຮົບໃນໂອກາດສ້າງຂະບວນການແຂ່ງຂັນກິລາຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ທີ່ຈະມາເຖິງໃນຕໍ່ໜ້າ ໃຫ້ເປັນຂະບວນຟົດຟື້ນ.
ໂດຍ: ສົມສະນຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ