ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ກວາງ​ນາມ ມອບ​ເຄື່ອງ​ຊ່ວຍເຫຼືອ​ແກ່​ປະຊາຊົນ 4 ບ້ານ​ລຽບ​ຊາຍ​ແດນ
ເວລາອອກຂ່າວ: 2022-12-06 09:10:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ:



ທ້າຍ​ເດືອນ​ພະຈິກ 2022 ນີ້, ສະຫາຍ ພັນ​ໂທ ໂຮ​ຮຸຍ​ຮຸ່ງ ຮອງຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ນາມ ​ສສ ຫວຽດນາມ ໄດ້​ນຳພາ​ພະນັກງານ ​ແພດ​ໝໍ ຈາກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ນາມ ມາ​ເຄື່ອນ​ໄຫວ​ກວດ​ສຸຂະພາບ, ຈ່າຍ​ຢາ ແລະ ມອບ​ເຄື່ອງ​ບໍລິໂພກ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 200 ລ້ານ​ດົງ​ໃຫ້​ແກ່​ປະຊາຊົນ 4 ບ້ານ​ທີ່​ຂຶ້ນ​ກັບ​ເມືອງ​ດາກ​ຈຶງແຂວງ​ເຊ​ກອງ, ໂດຍ​ມີ ສະຫາຍພັນ​ເອກ ສົມ​ຈິດ ນິລະ​ພົນ ຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ ການ​ທະຫານ​ແຂວງ​ເຊ​ກອງ, ມີຄະນະ​ພັກ​ອຳນາດ​ການ​ປົກຄອງ​ເມືອງ, ຄະນະກອງ​ບັນຊາ​ການ​ທະຫານ​ເມືອງ, ກອງຮ້ອຍ​ທະຫານ​ຊາຍ​ແດນ 533, ອຳນາດ​ການ​ປົກຄອງ ຕະຫຼອດຮອດ​ປະຊາຊົນ4 ບ້ານ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໂຮ​ຮຸຍ​ຮຸ່ງ ໄດ້​ໃຫ້​ຮູ້​ວ່າ: ການ​ມາ​ເຄື່ອນ​ໄຫວ​ເຮັດ​ວຽກ​ໃນ​ຄັ້ງ​ນີ້ ເປົ້າ​ໝາຍ​ເພື່ອ​ມອບ​ເຄື່ອງ​ບໍລິໂພກ ພ້ອມ​ທັງ​ກວດກາ​ສຸຂະພາບ, ຈ່າຍ​ຢາ ແລະ ປິ່ນປົວ​ປະຊາຊົນ ບ້ານ​ດາກ​ຕະ​ອອກ​ນ້ອຍ, ບ້ານ​ດາກ​ຕະ​ອອກ​ໃຫຍ່, ບ້ານ​ດາກ​ໂດມ, ບ້ານ​ດາກ​ມັນ ແລະ ອ້າຍ​ນ້ອງ​ກອງຮ້ອຍ​ທະຫານ​ຊາຍ​ແດນ 533 ທີ່​ກຳລັງ​ປະຕິບັດ​ໜ້າທີ່​ຢູ່​ຕາມ​ຊາຍ​ແດນ​ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້​ມີ​ສຸຂະພາບ​ແຂງແຮງ​ສົມບູນ, ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ, ອີກ​ຢ່າງ​​ເພື່ອ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ-ລັດ, ສອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ລະຫວ່າງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ນາມ ກັບ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ເພັງ​ນາ ຈັນທະ​ພອນ ປະທານ​ກວດກາ​ສະພາ​ປະຊາຊົນ​ເມືອງ​ດາກ​ຈຶງ ໄດ້​ຕາງໜ້າ​ໃຫ້​ອຳນາດ​ການ​ປົກຄອງ​ເມືອງ ກ່າວ​ສະແດງ​ຄວາມ​ຂອບໃຈ ແລະ ຮູ້​ບຸນຄຸນ​ຕໍ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ນາມ ແລະ ປະຊາຊົນ​ຫວຽດນາມ ທີ່​ໃຫ້ການ​ຊ່ວຍເຫຼືອ​ເຄື່ອງ​ບໍລິໂພກ ພ້ອງ​ທັງ​ກວດ​ສຸຂະພາບ ແລະ ຈ່າຍ​ຢາ​ໃຫ້​ປະຊາຊົນ​ໃນ​ຄັ້ງ​ນີ້, ອັນ​ເປັນ​ການ​ປະກອບສ່ວນ​ສຳຄັນ​ໃນ​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທີ່​ອາ​ໄສ​ຢູ່​ລຽບ​ຕາມ​ຊາຍ​ແດນໃຫ້​ດີ​ຂຶ້ນ, ມີ​ສຸຂະພາບ​ແຂງແຮງ ພ້ອມ​ກັນ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ທ້ອງຖິ່ນ​ຂອງ​ຕົນ​ໃຫ້​ຈະເລີນ​ກ້າວໜ້າ ແລະ ມີ​ຄວາມ​ສະຫງົບ​ປອດ​ໄພ. ໂດຍ: ທອງ​ມີ ຈັນທະ​ວີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ