ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

47 ປີ ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ
ເວລາອອກຂ່າວ: 2022-12-07 09:23:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239840419 | ຄວາມນິຍົມ:



( ຕໍ່ຈາກສະບັບກ່ອນ) ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ- ASEAN); ສປປ ລາວເປັນສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ, ຂອງອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກຂອງກອງທຶນການ ເງິນລະຫວ່າງປະເທດ ( IMF), ສະມາຊິກຂອງທະນາຄານພັດທະນາແຫ່ງເອເຊຍ (ADB), ເປັນສະມາຊິກແຫ່ງສົນທິສັນຍາກ່ຽວກັບບັນຫາຢາເສບຕິດ, ສິ່ງແວດລ້ອມ ແລະ ສົນທິສັນ ຍາສາກົນອື່ນໆ; ເຂົ້າຮ່ວມໃນລັດຖະສະພາສາກົນ (IPO); 26 ຕຸລາ 2013 ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການ ການຄ້າໂລກ( WTO ). ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດທົ່ວໂລກ) ໃນ​ປີ 2021 ການທ່ອງ ທ່ຽວພົບຄວາມຫຍຸ້ງຍາກ ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ ວິດ-19 ຮອບ​ໃໝ່ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ ແລະ ບໍ່​ສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າມາ​ ປະເທດ​ໄດ້​ຕາມ​ແຜນທີ່​ວາງ​ໄວ້. ເລີ່ມ​ແຕ່​ເດືອນ 5 ປີ 2022 ປະຕິບັດ​ຕາມ​ມາດ​ຕະການ​ເປີດ​ປະເທດ​ມີ ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງ ​ທ່ຽວ​ບັນລຸ​ໄດ້ 1.681.000 ຄົນ. (4) ວຽກ​ງານ​ແຮງ​ງານ-ສະຫວັດດີ​ການ​ສັງຄົມ. ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆລັດຖະບານ​ໄດ້​ເພີ່ມ​ຄ່າ​ແຮງ​ງານ​ຂຶ້ນ​ໃຫ້​ຜູ້​ອອກແຮງ​ງານໃຫ້​ຖືກ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ແຕ່​ລະ​ໄລຍະ, ເອົາໃຈໃສ່​ສ້າງ​ບັນດາ​ນິຕິ​ກຳເປັນຕົ້ນກົດໝາຍ​ ວ່າ​ດ້ວຍ​ ປະກັນ​ສັງຄົມ, ດຳລັດ​ ວ່າ​ດ້ວຍ ​ການ​ສ້າງ ແລະ ພັດທະນາ​ສີມື​ແຮງ​ງານ, ດຳລັດ ວ່າ​ດ້ວຍ​ການ​ສົງເຄາະ, ດຳລັດ​ວ່າ​ດ້ວຍ​ກອງ​ທຶນ​ປະກັນ ແລະ ຄຸ້ມ​ຄອງ​ໄພພິບັດ, ປັບປຸງ​ດຳລັດ​ວ່າ​ດ້ວຍ​ການ ປົກ​ປ້ອງ ແລະ ສິດຜົນປະໂຫຍດ​ຂອງ​ຄົນ​ພິການ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ແຮງ​ງານ, ກົດໝາຍ​ວ່າ ດ້ວຍ​ການ​ຈັດ​ຫາ​ງານ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ຜູ້​ອອກແຮງ​ງານ. ໄດ້​ປັບປຸງ ແລະ ກໍ່ສ້າງ ສູນ​ພັດທະນາ​ສີມື​ແຮງ​ງານ ໃນ​ຂອບ​ເຂດ​ທົ່ວ​ປະເທດ, ໃນ​ທົ່ວ​ປະເທດ​ມີ​ສູນ​ພັດທະນາ​ສີມື​ແຮງ​ງານ ແລະ ສູນ​ວິຊາ​ຊີບ​ທັງ​ໝົດ 153 ກວ່າ​ແຫ່ງ, ຮອດ​ປີ 2020 ສາມາດ​ພັດທະນາ​ສີມື​ແຮງ​ງານ​ໄດ້​ທັງ​ໝົດ 409.107 ຄົນ, ຍິງ 19.793 ຄົນ ເທົ່າ​ກັບ 62,17%, ສະໜອງ​ແຮງ​ງານ​ເຂົ້າ​ສູ່​ຕະຫຼາດ​ແຮງ​ງານ​ຢູ່​ພາຍ ໃນ ແລະ ຕ່າງປະເທດ​ໄດ້​ທັງ​ໝົດ 553.674 ຄົນ, ຍິງ 240.749 ຄົນ ເທົ່າ​ກັບ 77,31%, ໃນ​ປີ 2021 ການ​ຝຶກ​ສີມື​ແຮງ​ງານ​ໄດ້​ທັງ​ໝົດ 12.305 ຄົນ ລື່ນ​ແຜນ 53,8 1%, ສາມາດ​ສະໜອງ​ແຮງ​ງານ​ເຂົ້າ​ສູ່ຕະຫຼາດ​ແຮງ​ງານທັງ​ພາຍ​ໃນ ແລະ ຕ່າງປະເທດ​ໄດ້​ທັງ​ໝົດ 7.167 ຄົນ ເທົ່າ​ກັບ 25,59% ຂອງ ແຜນການ, ຂະ ຫຍາຍ​ອັດຕາ​ປົກ​ຄຸມ​ປະກັນ​ສັງຄົມ​ໄດ້ 27.907 ຄົນ, ເທົ່າ​ກັບ 89% ປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ ແລະ ຄຸນງາມຄວາມດີ​ໄດ້ 692 ທ່ານ ເທົ່າ​ກັບ 22,7% ຂອງ​ແຜນການ, ເປັນ​ເງິນ 15.26 ຕື້​ກີບເທົ່າ​ກັບ 19,51% ຂອງ​ແຜນ ການ, ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ອອກ​ຈາກເນື້ອທີ່​ການຜະລິດ ແລະ ເຂດ​ຊຸມ​ຊົນ, ເຂດ​ຈຸດ​ສຸມເສດຖະກິດໄດ້​ປະມານ 1,699,21 ເຮັກຕາ ເທົ່າ​ກັບ 26,7%, ແລະ ມີ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອຸບັດເຫດ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຈຳນວນ 25 ຄົນ ແລະ ສາມາດ ລະດົມ ແລະ ຮັບ​ບໍລິຈາກ​ເລືອດ ໄດ້​ປະມານ 44.157 ຖົງ ເທົ່າ​ກັບ 68,56%. ໄດ້​ປະຕິບັດ​ນະໂຍບາຍ ອຸດ​ໜູນ​ວ່າງ​ງານ​ຕໍ່​ຜູ້​ປະກັນ​ຕົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ໃນ 9 ເດືອນ​ປີ 2021, ມີ 719 ບໍລິສັດ/ຫົວໜ່ວຍ​ແຮງ​ງານ​ມີ​ຜູ້​ປະກັນ​ຕົນ​ໄດ້​ຮັບ​ນະໂຍບາຍ 36.025 ເທື່ອ ຄົນເປັນ​ເງິນ ທັງ​ໝົດ 28.930 ລ້ານ​ກີບ. ມາ​ຮອດ​ປະຈຸ​ບັນ, ໄດ້​ປະຕິ ບັດ​ນະໂຍບາຍ​ອຸດ​ໜູນ​ວ່າງ​ງານສະເພາະ​ໂຄ​ວິດ-19 ທັງໝົດ 867 ບໍລິສັດ/ຫົວໜ່ວຍ​ແຮງ​ງານ, ມີ​ຜູ້​ອອກແຮງ​ງານ 48.966 ເທື່ອ​ຄົນ, ເປັນ​ເງິນ​ທັງ​ໝົດ 42.187 ລ້ານ​ກີບ. ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ການ​ຈັດ​ຫາ​ງານນັບ​ແຕ່​ເດືອນ​ມີນາ 2020 ເປັນຕົ້ນ​ມາມີ​ຜູ້​ອອກແຮງ ງານ​ພາຍ​ໃນ​ໄດ້​ຮັບ​ຜົນ​ກະທົບ​ທັງ​ໝົດ 74.104 ເທື່ອ​ຄົນ ໃນ​ຈຳນວນ 1.141 ບໍລິສັດ ແລະ ໄດ້​ປະຕິບັດ ນະໂຍບາຍ​ເງິນ​ ອຸດ​ໜູນ​ວ່າງ​ງານ​ທັງ​ໝົດ 67,74 ຕື້​ກີບ; ສະເພາະ 6 ເດືອນ​ຕົ້ນ​ປີ 2022, ມີ​ຜູ້​ໄດ້​ຮັບ​ເງິນ ນະໂຍບາຍ​ອຸດ​ໜູນ​ວ່າງ​ງານ 18.965 ເທື່ອ​ຄົນ ເປັນ​ເງິນ 21,28 ຕື້​ກີບ. ສຳລັບ​ແຮງ​ງານ​ລາວ ທີ່​ກັບ​ຄືນປະເທດ​ມີ​ທັງ​ໝົດ 243.095 ຄົນ; ສະເພາະ 6 ເດືອນ​ຕົ້ນ​ປີ​ນີ້, ມີ 21.218 ຄົນ. ໃນ​ນັ້ນ, ແຮງ​ງານ​ທີ່​ໄປ​ຖືກຕ້ອງ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ຂອງ​ສອງ​ຝ່າຍ ມີ 83.322 ຄົນ ແລະ ບໍ່​ຖືກຕ້ອງ​ແມ່ນ 159.773 ຄົນ; ໄດ້​ສ້າງ​ສູນ​ຊ່ວຍເຫຼືອ​ສຸກ​ເສີນ​ຢູ່​ຂັ້ນ​ສູນ​ກາງ ແລະ ແນະນຳ​ໃຫ້​ຂະແໜງ​ແຮງ​ງານ ແລະ ສະຫວັດດີການ​ສັງຄົມ​ຂອງ​ແຂວງ, ຂອງ​ເມືອງ ໃນ​ການ​ຂຶ້ນ​ທະບຽນ ເພື່ອ​ຈັດ​ເຂົ້າ​ສູ່​ຕຳແໜ່ງ​ງານ​ພາຍ​ໃນ ແລະ ຈັດ​ຕັ້ງການເ​ຝິກ​ຝີ​ມື​ແຮງ​ງານ ເພື່ອ​ເຂົ້າ​ສູ່​ຕຳແໜ່ງ​ງານ ແລະ ປະກອບ​ອາຊີບ​ອິດສະຫຼະ ຊຶ່ງ​ສາມາດ​ຈັດ​ຫາ​ວຽກ​ເຮັດ ງານ​ທຳ​ໄດ້​ທັງ​ໝົດ 13.802 ຄົນ ແລະ ຈັດ​ສົ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະເທດ​ໄດ້ 13.361 ຄົນ (5) ວຽກ​ງານ​ນິຕິບັນຍັດ. ນັບ​ແຕ່​ ມື້​ສ້າງຕັ້ງ​ສະພາ​ປະຊາຊົນ​ສູງ​ສຸດ ໃນ​ວັນ​ທີ 2 ທັນວາ 1975 ໃນ​ເມື່ອ​ ກ່ອນ​ກໍຄື​ສະພາ​ແຫ່ງຊາດໃນ​ປັດຈຸບັນ ແລະ ສະພາ​ປະຊາຊົນ​ຂັ້ນ​ແຂງ ໃນ​ຖານະ​ເປັນ​ຕົວ​ແທນ​ສິດຜົນປະໂຫຍດ​ຂອງ​ປະຊາຊົນໄດ້​ມີ​ບົດບາດ​ພົ້ນ​ເດັ່ນ​ກ່ອນ​ເກົ່າ​ໃນ ​ການເຄື່ອນໄຫວ​ຄົ້ນຄວ້າ ແລະ ຕົກລົງ​ບັນຫາ​ສຳຄັນ​ຕົວ​ຈິງ​ຂອງ​ຊາດ​ກໍ່​ຄືທ້ອງຖິ່ນ​ຕາມ​ພາລະ​ບົດບາດ​ຂອງ​ຕົນ. ອົງການ​ບໍລິຫານ​ລັດ​ໄດ້​ເພີ່ມ​ທະວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ-ສັງຄົມສ້າງພື້ນຖານ​ອັນ​ເຂັ້ມແຂງ​ໃຫ້​ແກ່​ການ​ຫັນ​ໄປ​ສູ່​ການ​ຄຸ້ມ​ຄອງ​ລັດ​ຕາມ​ກົດໝາຍ ແລະ ເປັນ​ການຈັດຕັ້ງ​ປະຕິບັດຕົວຈິງທີ່ສອດ ຄ່ອງກັບ​ເປົ້າ​ໝາຍ​ສ້າງ​ລັດ​ປະຊາທິປະໄຕ​ປະຊາຊົນ ທີ່​ປົກຄອງ​ດ້ວຍ​ກົດໝາຍ ປີ 2022 ພວກ​ເຮົາ​ມີ​ກົດໝາຍ​ທີ່​ປະກາດ​ໃຊ້​ທັງ​ໝົດ 169 ກວ່າ​ສະບັບ, ລັດ​ຖະ​ບັນ ຍັດ 40 ກວ່າ​ສະບັບ, ດຳລັດ 160 ກວ່າ​ສະບັບ ແລະ ນິຕິ​ກຳ​ອື່ນໆ 190 ກວ່າ​ສະບັບ. 4. ວຽກ​ງານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະຫງົບ. ພາລະກິດ​ການ​ປົກ​ປັກ​ຮັກສາ​ປະເທດ​ຊາດ ແມ່ນ​ໜຶ່ງ​ໃນ​ສອງ​ໜ້າທີ່​ຍຸດ​ທະ​ສາດ​ສຳຄັນ​ຂອງ​ປະເທດ ພວກ​ເຮົາ. ສະນັ້ນ ພັກ​ເຮົາ​ໄດ້​ຊີ້​ນຳ-ນຳພາ​ໂດຍ​ກົງ, ເດັດຂາດ ແລະຮອບດ້ານ​ຕໍ່​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ; ບັນຫາ​ທີ່​ເປັນໃຈ​ກາງ​ຕົ້ນຕໍ​ແມ່ນ​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ໃຫ້​ພະນັກງານ, ນັກຮົບມີ​ຄວາມ​ໜັກແໜ້ນ​ທາງ​ດ້ານ​ການເມືອງ - ແນວ​ຄິດ, ເຂັ້ມແຂງ​ດ້ານ​ການຈັດຕັ້ງ, ເປັນ​ກຳລັງ​ທີ່​ຈົງ​ຮັກ ພັກດີ, ບໍລິສຸດ​ສັດຊື່​ຕໍ່​ຊາດ, ຕໍ່​ພັກ​ຕໍ່​ປະຊາຊົນ ແລະ ອຸດົມ​ການ​ສັງຄົມ​ນິຍົມ, ສົມ​ກັບ​ເປັນ​ເຄື່ອງມື​ອັນ ແຫຼມ​ຄົມ​ຂອງ​ພັກ, ເສີມ​ຂະຫຍາຍ​ທາດ​ແທ້​ມູນເຊື້ອ​ປະຕິວັດ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ເຮົາ​ຢ່າງ​ບໍ່​ຢຸດຢັ້ງ, ຕັ້ງໜ້າ​ອົບຮົມ, ຫັດ​ແອບ​ສິລະ​ປະຍຸດ, ຍຸດທະ ວິທີ ໃຫ້​ມີ​ຄວາມ​ຊຳນານຕິດ​ພັນ​ກັບ​ການ​ຍົກ​ລະດັບຄວາມ​ສາມາດ​ບັນຊາ​ສູ້​ຮົບ​ທີ່​ມີ​ແບບແຜນ​ທັນ​ສະໄໝ​ເປັນ​ກ້າວໆ ໂດຍ​ສຸມ​ໃສ່​ສ້າງ​ທັງ 3 ປະເພດ​ກຳລັງໄປ​ ພ້ອມໆກັນ. ໃນ​ນັ້ນ, ​ຕ້ອງ​ສ້າງ​ກຳລັງ​ຫຼວງ​ໃຫ້​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ທີ່​ເຂັ້ມແຂງ ມີ​ກຳລັງ​ແຮງ ແລະ ຄວາມສາມາດ​ສູ້​ຮົບ​ມີ​ໄຊ​ໃນ​ທຸກ​ສະ​ຖານະ​ການ​ສ້າງ​ກຳລັງ​ທ້ອງ ຖິ່ນ​ໃຫ້​ເປັນ​ຫົວໜ່ວຍ​ສູ້​ຮົບ​ເຂັ້ມແຂງ ນອນ​ຢູ່ ໃນ​ຍຸດ​ທະ​ສາດ​ຂອງ​ທ້ອງຖິ່ນ, ມີ​ກຳລັງ​ແຮງ ແລະ ມີ​ຄວາມ​ສາມາດ​ປົກ​ປັກ​ຮັກສາ​ທ້ອງຖິ່ນ​ຂອງ​ຕົນ; ສ້າງກຳລັງ​ກອງ ​ຫຼອນ-ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ບ້ານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ມີ​ຄວາມ​ສາມາດ​ເຮັດ​ໜ້າທີ່ເຄື່ອນ​ໄຫວ​ຮັກສາ​ຄວາມ​ສະຫງົບ, ຕອບ​ຕ້ານ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ທັງ​ໄດ້​ສຸມ​ໃສ່​ຜັນຂະຫຍາຍ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ບັນຫາ​ຢາ​ເສບ​ຕິດ ອອກ​ເປັນ​ນິຕິ​ກຳ, ແຜນ​ງານ ແລະ ແບ່ງ​ຄວາມ ຮັບຜິດຊອບ​ລະອຽດ ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຈິງ​ຈັງ ແຕ່​ເດືອນ​ສິງຫາ ປີ 2001 ເປັນຕົ້ນ​ມາ ໄດ້​ມີຄວາມ​ຄືບ​ໜ້າ​ໃນ​ຫຼາຍ​ດ້ານເປັນຕົ້ນ: ທຳລາຍ​ແຫຼ່ງ​ການ​ຜະລິດ, ເຄືອ​ຂ່າຍ​ການ​ຂົນສົ່ງ ແລະ ຈຳໜ່າຍ ໄດ້ ເປັນ​ຈຳນວນ​ຫຼວງຫຼາຍ. 5. ວຽກ​ງານ​ການ​ຕ່າງປະເທດ. ສປປ ລາວ ໄດ້ເປີດກວ້າງ ການພົວພັນກັບຕ່າງປະເທດ ແລະ ຮ່ວມມືສາກົນໂດຍຢຶດໝັ້ນແນວ ທາງການຕ່າງປະເທດ “ສັນຕິ ພາບ ເອກະລາດ ມິດຕະພາບ ແລະ ( ອ່ານຕໍ່ສະບັບໜ້າ) ການຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ”; ສົ່ງເສີມການພົວພັນຮ່ວມມືກັບ ຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບບົນພື້ນຖານຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງ ມີຜົນປະໂຫຍດ. ການເຄື່ອນໄຫວ ພົວພັນຢ່າງຕັ້ງໜ້າໃນຂອບການ ຮ່ວມມືຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ໃນປີ 1995 ສປປ ລາວ ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ອົງການ ສະຫະປະຊາຊາດ (ສປຊ) ວັນທີ 23 ກໍລະກົດ 1997 ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ-ASEAN); ສປປ ລາວເປັນສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ, ຂອງອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກຂອງກອງທຶນການເງິນລະຫວ່າງປະເທດ ( IMF), ສະມາຊິກຂອງທະນາຄານພັດທະນາແຫ່ງເອເຊຍ (ADB), ເປັນສະມາ ຊິກແຫ່ງສົນທິສັນຍາກ່ຽວກັບ ບັນຫາຢາເສບຕິດ, ສິ່ງແວດລ້ອມ ແລະ ສົນທິສັນຍາສາກົນອື່ນໆ; ເຂົ້າຮ່ວມໃນລັດຖະສະພາສາກົນ ( IPO ); 26 ຕຸລາ 2013 ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ( WTO). ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດທົ່ວໂລກ) ມີສຳ ນັກງານຜູ້ຕາງໜ້າການທູດ ຂອງສປປ ລາວ ຢູ່ຕ່າງປະເທດ 41 ແຫ່ງ. ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ, ຫ້ອງການກົງສູນ 1 ແຫ່ງກົງສູນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ, ສະຖານທູດຕ່າງປະເທດ ມີ ສຳນັກງານ ຢູ່ລາວ 28 ແຫ່ງ, ກົງສຸນໃຫຍ່ 6 ແຫ່ງ, 18 ອົງການສາກົນທີ່ຂຶ້ນກັບລັດຖະບານ ແລະ ມີກົງ ສູນກິຕິມະສັກ 18 ປະເທດປະຈຳລາວ, ມີດ່ານສາ ກົນ 28 ແຫ່ງ, ໄດ້ສ້າງຕັ້ງສະມາຄົມມິດຕະພາບ ກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ, ສຳລັບຜູ້ຖືໜັງສືຜ່ານແດນການ ທູດ ແລະ ລັດຖະການ, ຍົກເວັ້ນ ວີຊາສອງຝ່າຍສຳລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ, ໃນນັ້ນມີ 9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ. ຍົກເວັ້ນວິຊາຝ່າຍດຽວ ສໍາລັບຜູ້ຖືໜັງສືຜ່ານແດນທຳ ມະດາກັບ 8 ປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ສະຫະພັນສະວິດ, ລຸກຊຳບວກ, ດານມາກ, ສະວີເດັນ, ຟືນ ແລນ ແລະ ນອກແວ, ມີການພົວພັນກັບພັກການເມືອງຫຼາຍກວ່າ 140 ພັກ ແລະ ມີການພົວພັນດ້ານເສດຖະກິດຫຼາຍກວ່າ 50 ປະເທດ; ການເຄື່ອນໄຫວ ວຽກງານການທູດລາວໃນໄລຍະ 47 ປີ ຜ່ານມາ ແມ່ນມີຜົນສຳເລັດອັນໃຫຍ່ຫຼວງເມື່ອທຽບກັບປີ 1975 ສປປ ລາວ ມີສາຍພົວພັນການທູດພຽງແຕ່ 44 ປະເທດ, ຍ້ອນມີການພົວພັນຮ່ວມມືດັ່ງ ກ່າວ ຈຶ່ງເຮັດໃຫ້ ສປປ ລາວ ມີບົດບາດພົ້ນເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ. ການພົວພັນລາວ - ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານຢູ່ໃນລະດັບສູງສຸດ ໂດຍການນຳພັກ-ລັດ ຂັ້ນສູງ ສຸດຂອງສອງປະເທດ ໄດ້ໄປມາຫາສູ່ກັນຢ່າງເປັນປົກກະຕິ ເຊິ່ງປະກອບມືເລຂາທິການໃຫຍ່, ປະ ທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ການນຳລະດັບຕ່າງໆ. ໂດຍສະເພາະປີ 2022 ເປັນປີສາມັກຄີມິດຕະພາບ ລາວ- ຫວຽດນາມ ວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ໂດຍມີ ການຈັດຕັ້ງສະເຫຼີມສະຫຼອງຢ່າງເປັນຂະບວນການຟົດຟື້ນແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ການພົວພັນ ສປປ ລາວ - ສປ ຈີນ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ, ສອງພັກ-ລັດ ເລີ່ມມີການພົວພັນກັນມາແຕ່ປີ 1959 ແລະ ສ້າງຕັ້ງສາຍພົວພັນການທູດໃນປີ 1961 ແລະ ໄດ້ຮັບການຊຸກຍູ້ສົ່ງເສີມ, ຍົກລະດັບການພົວພັນ ຢ່າງຕໍ່ເນື່ອງນັບມື້ນັບເຂົ້າສູ່ລວງເລິກ, ສະແດງອອກໃນປີ 2000, 2009, 2016, 2017, 2018 ແລະ ປີ 2019 ການນຳຂອງສອງພັກລາວ-ຈີນ ໄດ້ກຳນົດການ ພົວພັນລະຫວ່າງສອງປະເທດ ຕາມທິດ “ໝັ້ນຄົງຍາວນານບ້ານໃກ້ເຮືອນຄຽງທີ່ດີໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ”; ການພົວພັນລະຫວ່າງສອງປະເທດໄດ້ຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”; ການນຳສອງພັກ ລາວ -ຈີນ ໄດ້ຕີລາຄາ ແລະ ສະເໜີວ່າ “ການພົວພັນ ລາວ - ຈີນ ບໍ່ແມ່ນ ການພົວພັນທົ່ວ ໄປແຕ່ເປັນການພົວພັນຄູ່ຮ່ວມ ຊາຕາກຳທີ່ມີຄວາມໝາຍຍຸດທະສາດ”ຍັງໄດ້ລະບຸເຂົ້າໃນຖະແຫຼງການຮ່ວມລາວ-ຈີນ ຄັ້ງທຳອິດວ່າ “ສອງປະເທດເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດ ທະສາດ” ໃນເດືອນພະຈິກ 2017 ການນຳສອງຝ່າຍໄດ້ ຢືນຢັນຄືນອີກຄັ້ງໜຶ່ງເຖິງຄວາມ ຮັບຮູ້ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ; ການນຳສອງຝ່າຍເຫັນດີເປັນເອກະພາບກັນເລີ່ມຕົ້ນສ້າງ “ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ- ຈີນ”ພ້ອມກັນນັ້ນກໍໄດ້ລົງນາມ ຮ່ວມກັນໃນວັນທີ 30 ເມສາ 2019 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ອັນພົ້ນເດັ່ນແມ່ນ ສປປ ລາວ ແລະ ສປ ຈີນ ລົງນາມໃນແຜນແມ່ບົດ ວ່າດ້ວຍ ການຮ່ວມມືກັນຊຸກຍູ້ເພື່ອສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ປິ່ນອ້ອມກໍຄືມີການສ້າງແມ່ບົດແລວເສດຖະກິດ ລາວ-ຈີນ ພ້ອມດຽວກັນນັ້ນ ສປປ ລາວ ໄດ້ເປີດສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ຕື່ມອີກ ທີ່ນະຄອນຊາງຊາ ເພື່ອເປັນການສົ່ງເສີມການພົວພັນລະ ຫວ່າງ ສອງປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ