ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ​ຮຸ່ງ​ອາ​ລຸນ ມອບ​ເຄື່ອງ​ກິລາ ​ໃຫ້​ຫ້ອງ​ການເມືອງ​ ກອງບັນຊາການທະຫານ​ແຂວງ​ບໍ່ແກ້ວ
ເວລາອອກຂ່າວ: 2022-12-08 08:48:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 403 | ຄວາມນິຍົມ:



ວັນ​ທີ 21 ພະຈິກ 2022 ນີ້, ບໍລິສັດ​ຮຸ່ງ​ອາ​ລຸນ ໂລ​ຈິດ​ຕິກ ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ຈຳນວນ 50 ຊຸດ​ມູນ​ຄ່າ 7.110.000 ກີບ ມາ​ມອບ​ໃຫ້​ຫ້ອງ​ການເມືອງ ກອງ​ບັນຊາການທະຫານແຂວງ ບໍ່ແກ້ວ, ກ່າວ​ມອບ​ໂດຍ​ ສະຫາຍ ຄຳ​ພັນ ແສງ​ທິບ ຕາງໜ້າ​ບໍລິສັດ ​ຮຸ່ງ​ອາ​ລຸນ ໂລ​ຈິດ​ຕິກ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພັນ​ໂທ ຄຳ ສອນໄຊ​ຍະ​ວົງ ຫົວໜ້າຫ້ອງ ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ. ໂອກາດ​ນີ້, ສະຫາຍ ພັນ​ໂທ ຄຳ​ສອນ ໄຊ​ຍະ​ວົງ ໄດ້​ສະແດງ​ຄວາມ​ຂອບໃຈ ຕໍ່ບໍລິສັດ ຮຸ່ງ​ອາ​ລຸນ ໂລ​ຈິດ​ຕິກ ທີ່​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້, ເຊິ່ງ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ຂະ​ບວນ​ການ​ກິລາ​ຢູ່​ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ​ກວ້າງຂວາງ ແລະ ສັນຍາ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ໄປ​ແຈກ​ຢາຍ​ໃຫ້​ນັກ​ກິລາ​ຢ່າງ​ທົ່ວ​ເຖິງ, ຈາກ​ນັ້ນ, ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່ແກ້ວ ກໍ​ໄດ້ມອບ​ໃບ​ກຽດ​ຕິ​ຄຸນ ໃຫ້ບໍລິສັດ​ຮຸ່ງ​ອາ​ລຸນ ໂລ​ຈິດ​ຕິກ ອີກ​ດ້ວຍ. ໂດຍ: ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ