ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

47 ປີ ແຫ່ງ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ
ເວລາອອກຂ່າວ: 2022-12-08 08:54:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239841521 | ຄວາມນິຍົມ:



( ອ່ານຕໍ່ສະບັບກ່ອນ) ການຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ”; ສົ່ງເສີມການພົວພັນຮ່ວມມືກັບ ຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບ ບົນພື້ນຖານຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງ ມີຜົນປະໂຫຍດ. ການເຄື່ອນໄຫວ ພົວພັນຢ່າງຕັ້ງໜ້າໃນຂອບການ ຮ່ວມມືຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ໃນປີ 1995 ສປປ ລາວ ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ (ສປຊ) ວັນທີ 23 ກໍລະກົດ 1997 ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ-ASEAN); ສປປ ລາວເປັນສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ, ຂອງອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກຂອງກອງທຶນການເງິນລະຫວ່າງປະເທດ ( IMF), ສະມາ ຊິກຂອງທະນາຄານພັດທະນາ ແຫ່ງເອເຊຍ (ADB), ເປັນສະມາຊິກແຫ່ງສົນທິສັນຍາກ່ຽວກັບບັນຫາຢາເສບຕິດ, ສິ່ງແວດລ້ອມ ແລະ ສົນທິສັນຍາສາກົນອື່ນໆ; ເຂົ້າຮ່ວມໃນລັດຖະສະພາສາກົນ ( IPO ); ວັນທີ 26 ຕຸລາ 2013 ສປປລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ( WTO). ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດທົ່ວໂລກ) ມີສຳ ນັກງານຜູ້ຕາງໜ້າການທູດ ຂອງສປປ ລາວ ຢູ່ຕ່າງປະເທດ 41 ແຫ່ງ. ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ, ຫ້ອງການກົງສູນ 1 ແຫ່ງ ກົງສູນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ, ສະຖານທູດຕ່າງປະເທດ ມີ ສຳນັກງານ ຢູ່ລາວ 28 ແຫ່ງ, ກົງສູນໃຫຍ່ 6 ແຫ່ງ, 18 ອົງການສາກົນທີ່ຂຶ້ນກັບລັດຖະບານ ແລະ ມີກົງສູນກິຕິມະສັກ 18 ປະເທດປະຈຳລາວ, ມີດ່ານສາກົນ 28 ແຫ່ງ, ໄດ້ສ້າງຕັ້ງສະມາຄົມມິດຕະພາບ ກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ, ສຳລັບຜູ້ຖືໜັງສືຜ່ານແດນການ ທູດ ແລະ ລັດຖະການ, ຍົກເວັ້ນ ວີຊາສອງຝ່າຍສຳລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ, ໃນນັ້ນ ມີ 9 ປະເທດສະມາຊິກອາຊຽນ, ຣັດເຊຍ ແລະ ມົງໂກລີ. ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືໜັງສືຜ່ານແດນທຳ ມະດາກັບ 8 ປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ສະຫະພັນສະວິດ, ລຸກຊຳບວກ, ດານມາກ, ສະວີເດັນ, ຟີນ ແລນ ແລະ ນອກແວ, ມີການພົວພັນກັບພັກການເມືອງຫຼາຍກວ່າ 140 ພັກ ແລະ ມີການພົວພັນດ້ານເສດຖະກິດຫຼາຍກວ່າ 50 ປະເທດ; ການເຄື່ອນໄຫວ ວຽກງານການທູດລາວໃນໄລຍະ 47 ປີ ຜ່ານມາ ມີຜົນສຳເລັດອັນໃຫຍ່ຫຼວງເມື່ອທຽບກັບປີ 1975 ສປປ ລາວ ມີສາຍພົວພັນການທູດພຽງແຕ່ 44 ປະເທດ, ຍ້ອນມີການພົວພັນຮ່ວມມືດັ່ງກ່າວ ຈຶ່ງເຮັດໃຫ້ ສປປ ລາວ ມີບົດບາດພົ້ນເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ. ການພົວພັນລາວ-ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມື ຮອບດ້ານຢູ່ໃນລະດັບສູງສຸດ ໂດຍການນຳພັກ-ລັດ ຂັ້ນສູງ ສຸດຂອງສອງປະເທດ ໄດ້ໄປມາຫາສູ່ກັນຢ່າງເປັນປົກກະຕິ ເຊິ່ງປະກອບເລຂາທິການໃຫຍ່, ປະ ທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ການນຳລະດັບຕ່າງໆ. ໂດຍສະເພາະປີ 2022 ເປັນປີສາມັກຄີມິດຕະພາບ ລາວ- ຫວຽດນາມ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ໂດຍມີ ການຈັດຕັ້ງສະເຫຼີມສະຫຼອງຢ່າງເປັນຂະບວນການຟົດຟື້ນແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ການພົວພັນ ສປປ ລາວ-ສປ ຈີນ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ, ສອງພັກ-ລັດ ເລີ່ມມີການພົວພັນກັນມາແຕ່ປີ 1959 ແລະ ສ້າງຕັ້ງສາຍພົວພັນການທູດໃນປີ 1961 ແລະ ໄດ້ຮັບການຊຸກຍູ້ສົ່ງເສີມ, ຍົກລະດັບການພົວພັນຢ່າງຕໍ່ເນື່ອງນັບມື້ນັບເຂົ້າສູ່ລວງເລິກ, ສະແດງອອກໃນປີ 2000, 2009, 2016, 2017, 2018 ແລະ ປີ 2019 ການນຳຂອງສອງພັກລາວ-ຈີນ ໄດ້ກຳນົດການພົວ ພັນລະຫວ່າງສອງປະເທດ ຕາມທິດ “ໝັ້ນຄົງຍາວນານບ້ານໃກ້ເຮືອນຄຽງທີ່ດີໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ”; ການພົວພັນລະຫວ່າງສອງປະເທດໄດ້ ຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”; ການນຳສອງພັກ ລາວ -ຈີນ ໄດ້ຕີລາຄາ ແລະ ສະເໝີວ່າ “ການພົວພັນ ລາວ - ຈີນ ບໍ່ແມ່ນ ການພົວພັນທົ່ວ ໄປແຕ່ເປັນການພົວພັນຄູ່ຮ່ວມ ຊາຕາກຳທີ່ມີຄວາມໝາຍຍຸດທະສາດ”ຍັງໄດ້ລະບຸເຂົ້າໃນຖະແຫຼງການຮ່ວມ ລາວ-ຈີນ ຄັ້ງທຳອິດວ່າ “ສອງປະເທດເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດ ທະສາດ” ໃນເດືອນພະຈິກ 2017 ການນຳສອງຝ່າຍໄດ້ ຢືນຢັນຄືນອີກຄັ້ງໜຶ່ງເຖິງຄວາມ ຮັບຮູ້ ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ; ການນຳສອງຝ່າຍເຫັນດີເປັນເອກະພາບກັນເລີ່ມຕົ້ນສ້າງ “ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ- ຈີນ” ພ້ອມກັນນັ້ນ, ກໍໄດ້ລົງນາມ ຮ່ວມກັນໃນວັນທີ 30 ເມສາ 2019 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ອັນພົ້ນເດັ່ນແມ່ນ ສປປ ລາວ ແລະ ສປ ຈີນ ລົງນາມໃນແຜນແມ່ບົດ ວ່າດ້ວຍ ການຮ່ວມມືກັນຊຸກຍູ້ເພື່ອສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ປິ່ນອ້ອມກໍຄືມີການສ້າງແມ່ບົດແລວເສດຖະກິດ ລາວ-ຈີນ ພ້ອມດຽວກັນນັ້ນ ສປປ ລາວ ໄດ້ເປີດສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ຕື່ມອີກ ທີ່ນະຄອນຊາງຊາ ເພື່ອເປັນການສົ່ງເສີມການພົວພັນລະຫວ່າງ ສອງປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ