
ປະກາດການແຕ່ງຕັ້ງຄະນະບັນຊາ ກອງສິລະປະກອນກອງທັບ
ເວລາອອກຂ່າວ: 2022-12-08 09:07:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 70 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງ ຄະນະບັນຊາ ກອງສິລະປະກອນກອງທັບ, ໄດ້ຈັດຂຶ້ນໃນວັນທີ 7 ທັນວາ2022 ນີ້, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຈາກກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ, ກົມກອງທີ່ເຮັດວຽກງານສື່ ແລະ ຄະນະພັກ-ຄະນະບັນຊາ ກອງສິລະປະກອນກອງທັບຕະຫລອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງຄະນະບັນຊາ ກອງສິລະປະກອນກອງທັບ, ໃນນັ້ນ, ແຕ່ງຕັ້ງສະຫາຍ ພັນໂທ ຈັນທີ ບຸດດາແກ້ວ ເປັນຮອງຫົວໜ້າ
ການເມືອງ, ສະຫາຍ ພັນໂທ ອຸດົມ ບຸດຕະວົງ ເປັນຮອງຫົວໜ້າການທະຫານ ແລະ ແຕ່ງຕັ້ງສະຫາຍ ພັນໂທ ພູທອງ ເພັດສີບຸນ ເປັນຮອງຫົວໜ້າກອງຮັບຜິດຊອບວຽກງານວິຊາການກອງສິລະປະກອນກອງທັບ, ພ້ອມກັນນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍການປະດັບຊັ້ນນາຍທະຫານໃຫ້ນັກຮຽນທີ່ຮຽນຈົບຈາກ ສສ ຫວຽດນາມ ສົກປີ 2022 ຈຳນວນ 3 ສະຫາຍ, ໃນນັ້ນ, ປະດັບຊັ້ນຮ້ອຍໂທ 2 ສະຫາຍແລະ ປະດັບຊັ້ນຮ້ອຍຕີ 1 ສະຫາຍ.
ໂອກາດນີ້, ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ມີຄຳເຫັນຫຼາຍບັນຫາສຳຄັນ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ຮັບການເລື່ອນຊັ້ນໃໝ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານອຸດົມການປະຕິວັດ, ຄຸນທາດການເມືອງ, ຄຸນສົມ
ບັດສິນທຳປະຕິວັດ, ເອົາໃຈໃສ່ພັດທະນາແບບແຜນວິທີເຮັດວຽກແບບວິທະຍາສາດທັນສະໄໝ, ມີຫົວຄິດປະດິດສ້າງ, ເຮັດວຽກເປັນໝູ່ຄະນະ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໝູ່ຄະນະ, ມີທັດສະນະມະຫາຊົນກວ້າງຂວາງ, ພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ຄົ້ນຄວ້າ, ປັບປຸງ, ອອກແບບລາຍການສະແດງໃຫ້ມີລັກສະນະກອງທັບ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ, ສືບຕໍ່ປະຕິບັດນະໂຍບາຍດ້ານຕ່າງໆຕໍ່ພະນັກງານ-ນັກຮົບໃຫ້ສອດຄ່ອງ, ເອົາໃຈໃສ່ຕໍ່ວຽກງານປ້ອງກັນພາຍໃນ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆບໍ່ໃຫ້ເກີດຂຶ້ນກັບກົມກອງ.
ໂດຍ: ນາງ ຍ້ອມເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ