ສສຊ ສືບຕໍ່ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ
ເວລາອອກຂ່າວ: 2022-12-08 09:08:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ:
ວັນທີ 7 ທັນວາ 2022 ສະ ມາຊິກສະພາແຫ່ງຊາດຈາກແຕ່ລະເຂດສືບຕໍ່ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງລັດຖະ ບານຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9 ເຊິ່ງກອງປະຊຸມໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ. ການປະກອບຄຳ ຄິດຄຳເຫັນມີຄວາມຄຶກຄື້ນສົມ ຄວນ ເນື່ອງຈາກສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນຂຶ້ນສະ ເໜີຫຼາຍບັນຫາສຳຄັນ ເພື່ອໃຫ້ລັດຖະບານເລັ່ງແກ້ໄຂເພາະເຫັນວ່າໄລຍະຜ່ານມາການຈັດຕັ້ງປະ ຕິບັດບໍ່ທັນໄດ້ດີເທົ່່າທີ່ຄວນ ເປັນ ຕົ້ນ: ການອອກໃບຕາດິນ, ບັນ ຫາຄູເຫຼືອບໍ່ພໍ, ການຍົກຍ້າຍຂອງ ປະຊາຊົນບໍ່ຖືກຕ້ອງຕາມລະບຽບ ການ, ການປັບປຸງບັນດາເສັ້ນ ທາງຂອງແຕ່ລະແຂວງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ອື່ນໆ.
ທ່ານ ສົມຈິດ ຫັບລາກອນ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີປະກອບຄຳເຫັນສະເໜີໃຫ້ລັດຖະບານເອົາໃຈໃສ່ແກ້ໄຂບັນ ຫາການອອກໃບຕາດິນ, ລັດຖະ ບານຄວນປັບປຸງດ້ານບຸກຄະລາກອນ ແລະ ເຄື່ອງມືອຸປະກອນທີ່ຈຳເປັນໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນກວ່າເກົ່າ ເພື່ອເຮັດໃຫ້ການຈັດເກັບລາຍຮັບໃນດ້ານນີ້ໃຫ້ດີຂຶ້ນກວ່າເກົ່າ.
ທ່ານ ສາຍທອງ ໄຊຍະວົງ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ສະເໜີໃຫ້ລັດຖະບານເອົາ ໃຈໃສ່ແກ້ໄຂບັນຫາການສຶກສາຢູ່ເຂດທີ່ມີຄວາມຫຍຸ້ງຍາກ ໂດຍສະເພາະຢູ່ເມືອງໂຂງ ມີຫຼາຍໂຮງ ຮຽນນັກຮຽນຢູ່ບາງຈຸດຕ້ອງໄດ້ ໄປຮຽນ ຢູ່ຈຸດດຽວຍ້ອນມີບັນຫາເລື່ອງຄູຂາດ ເຮັດໃຫ້ສ້າງຄວາມ
ຫຍຸ້ງຍາກຫຼາຍສຳລັບນັກຮຽນໃນການໄປຮຽນໜັງສືໃນແຕ່ລະວັນ.
ທ່ານ ຄຳຟອງ ອິນມານີ, ສະມາ ຊິກສະພາແຫ່ງຊາດຈາກເຂດ ເລືອກຕັ້ງທີ 3 ແຂວງຫຼວງນ້ຳ ທາ ປະກອບຄຳເຫັນໂດຍສະ ແດງຄວາມເຫັນດີນຳລັດຖະບານ ທີ່ວາງຄາດໝາຍເຮັດໃຫ້ເສດ ຖະກິດຂອງປະເທດຂະຫຍາຍຕົວ 4,5 ສ່ວນ ຮ້ອຍໃນປີໜ້າເພາະ ເໝາະສົມກັບຄວາມເປັນຈິງ ແຕ່ສຳຄັນທີ່ສຸດ ຕ້ອງມີມາດຕະການ ຈັດຕັ້ງປະຕິບັດໃຫ້ຮັດກຸມທີ່ສຸດ.
ຕາມວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 9, ການປະກອບຄຳຄິດຄຳເຫັນຂອງສະມາຊິກສະພາແຫ່ງຊາດ ແມ່ນຈະສຳເລັດໃນພາກເຊົ້ານີ້,ສວ່ນພາກບ່າຍ ກອງປະຊຸມຈະຮັບຟັງ ການອະທິບາຍຊີ້ແຈງຈາກບັນ ດາຜູ້ຕາງໜ້າກະຊວງທີ່ກ່ຽວ ຂ້ອງ, ເປັນຕົ້ນແມ່ນລັດຖະມົນຕີກະຊວງແຜນການ ແລະ ການລົງ ທຶນ, ກະຊວງການເງິນ, ກະຊວງ ການຄ້າກະຊວງກະສິກຳ ແລະ ປ່າໄມ້ ແລະ ຜູ້ວາ່ການທະນາ ຄານ.
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ