ກຳມະບານຮາກຖານໂຮງງານຕັດຫຍິບເລກ 1 ກອງທັບດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນ
ເວລາອອກຂ່າວ: 2019-02-21 08:44:25 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1766 | ຄວາມນິຍົມ: ![]()
ກໍາມະບານຮາກຖານໂຮງ ງານຕັດຫຍິບເລກ I ກອງທັບ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນຂຶ້ນໃນວັນທີ 19 ກຸມພາ 2019 ນີ້, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພັນເອກ ບົວຄໍາ ຄູນມີສຸກ ຄະນະບໍລິຫານງານສູນກາງສະ ຫະພັນກໍາມະບານລາວ ຫົວໜ້າ ຫ້ອງການກຳມະບານກະຊວງ ປ້ອງກັນປະເທດ, ມີຄະນະພັກ-ຄະນະອໍານວຍການ, ພະນັກງານ ສະມາຊິກກໍາມະບານ ແລະ ແຂກ ຖືກເຊີນເຂົ້າຮ່ວມ.
ພັນໂທ ສີນວນ ນະຊຽງຄໍາ ປະທານກໍາມະບານຮາກຖານ ໂຮງງານຕັດຫຍິບເລກ I ກອງທັບ ໄດ້ຜ່ານບົດລາຍການເມືອງຂອງ ຄະນະພັກຮາກຖານກໍາມະບານ ໂຮງງານຕັດຫຍິບເລກ I ກອງທັບ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ບົດ
ຮຽນທີ່ຖອດຖອນໄດ້ໃນໄລຍະ ຜ່ານມາ ເປັນຕົ້ນແມ່ນຄະນະກໍາ
ມະບານຮາກຖານໄດ້ຖືສໍາຄັນ ໃນການສຶກສາອົບຮົມການເມືອງ, ນໍາພາແນວຄິດ, ໃນນັ້ນໄດ້ສຸມໃສ່
ໂຄສະນາເຜີຍແຜ່ບັນດາມະຕິກອງ ປະຊຸມໃຫຍ່ ຄັ້ງທີ IX ແລະ ກອງ
ປະຊຸມໃຫຍ່ ຄັ້ງທີ X ຂອງພັກ,
ແຜນພັດທະນາເສດຖະກິດສັງ ຄົມຂອງລັດ, ມະຕິກອງປະຊຸມ
ໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ
ກະຊວງປ້ອງກັນປະເທດ, ບັນດາ
ກົດໝາຍວ່າດ້ວຍກໍາມະບານ ລາວ, ຈັດຕັ້ງປາຖະກະຖາວັນ ສໍາຄັນຂອງຊາດ, ຂອງພັກ, ຂອງ
ກອງທັບຢ່າງທົ່ວເຖິງ ຕິດພັນກັບ
ການຫັນເອົາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າມາເປັນເນື້ອໃນໃນ ການເຄື່ອນໄຫວວຽກງານຂອງ ຕົນ, ໄດ້ເຮັດໃຫ້ພະນັກງານສະ ມາຊິກກໍາມະບານ-ກໍາມະກອນ
ມີແນວຄິດອຸ່ນອຽນທຸ່ນທ່ຽງ,
ມີຄວາມຫ້າວຫັນໃນການປະຕິ ບັດໜ້າທີ່ວຽກງານຂອງຕົນ, ກໍາ
ມະບານຮາກຖານໄດ້ເອົາໃຈໃສ່ ປຸກລະດົມຊຸກຍູ້ຂະບວນການ ເຄື່ອນໄຫວຂອງກໍາມະບານຮາກ ຖານໃນໂຮງງານ, ສ້າງຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກອງປອດໃສ, ປອດ
ໄພ, ປອດຄະດີ, ກອງວັດທະນະ ທໍາ, ຊຸກຍູ້ຂະບວນການປະຕິບັດ ແຜນການຜະລິດຂອງກົມກອງໃຫ້ ສໍາເລັດຕາມຄາດໝາຍ, ສະມາ ຊິກໍາມະບານ-ກໍາມະກອນໄດ້ປະກອບສ່ວນຊ່ວຍເຫຼືອອ້າຍນ້ອງທີ່ປະຕິບັດໜ້າທີ່ຢູ່ຫ່າງໄກສອກຫຼີກ ແລະ ຊ່ວຍເຫຼືອປະຊາຊົນທີ່ຖືກ ໄພນໍ້າຖ້ວມຮ່ວມກັບໂຮງງານ 5 ຄັ້ງມູນຄ່າ 60 ລ້ານກວ່າກີບ, ນອກ ນັ້ນໄດ້ຖືສໍາຄັນວຽກງານກໍ່ສ້າງ ແລະ ຄຸ້ມຄອງພະນັກງານ-ກໍາ ມະກອນດ້ວຍຫຼາຍວິທີການຜ່ານ
ຫຼາຍລະບົບ ໃນນັ້ນສົ່ງພະນັກງານ ໄປບໍາລຸງວຽກງານກໍາມະບານຢູ່ ສສ ຫວຽດນາມ 2 ສະຫາຍ, ຮຽນ
ໄລຍະສັັ້ນຢູ່ສະຖາບັນພັດທະນາ ກໍາມະບານ ລາວ 4 ຊຸດ 16 ສະ
ຫາຍ, ຮຽນກໍ່ສ້າງວິຊາສະເພາະ
ຕັດ-ຫຍິບຢູ່ໂຮງຮຽນວິຊາຊີບ ຕ່າງແຂວງ 18 ສະຫາຍ, ພາຍ
ໃນນະຄອນຫຼວງ 23 ສະຫາຍ, ແລະ ບໍາລຸງພາຍໃນໂຮງງານ 323 ສະຫາຍ, ໃນທົ່ວໂຮງງານມີ ກໍາມະກອນທັງໝົດ 602 ຄົນ, ມີສະມາຊິກກໍາມະບານທັງໝົດ 519 ສະຫາຍ, ຍິງ 464 ສະ ຫາຍ, ຂະຫຍາຍໃໝ່ 244 ຄົນ, ມີສະມາຊິກພັກເຂົ້າຮ່ວມ 165 ສະຫາຍ, ສະມາຊິກຊາວໜຸ່ມ 277 ສະຫາຍ ແລະ ສະຫະພັນ ແມ່ຍິງ 349 ສະຫາຍ. ຜ່ານຂະ
ບວນການຕ່າງໆສາມາດຄັດ
ເລືອກໄດ້ບຸກຄົນ ແລະ ກົມກອງ
ລວມໝູ່ດີເດັ່ນໄດ້ຮັບໃບຍ້ອງຍໍຈາກສູນກາງກໍາມະບານລາວ 375 ສະຫາຍ, ປະເພດ I ມີ 325 ສະຫາຍ, ປະເພດ II ມີ 50 ສະຫາຍ ແລະ ຍັງໄດ້ຮັບການຍ້ອງຍໍປະ ເພດຕ່າງໆຕື່ມອີກ.
ກອງປະຊຸມໄດ້ປ່ອນບັດເອົາຄະ ນະໜ່ວຍກໍາມະບານຮາກຖານ ຊຸດໃໝ່ໄດ້ຕາມຄາດຫມາຍ, ໂດຍ
ໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັນໂທ ສີນວນ ນະຊຽງ
ຄໍາ ເປັນປະທານກໍາມະບານ
ຮາກຖານ, ສະຫາຍ ພັນໂທ ຄໍາ
ທີ ສິມະວົງ ເປັນຮອງປະທານ
ກໍາມະບານຮາກຖານ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















